Sunday, May 20, 2007

ແມ່ຍິງ

ແມ່ຍິງ

ພອນ ແກ່ ແມ່ຍິງທຸກຄົນ

ຂໍຂອບໃຈ........ທີ່ໂລກໄດ້.........ປະທານຍິງ
ມາເປັນສິ່ງ.......ປະດັບຕາ.........ພາໂລກສວຍ
ທຸກສິ່ງຢ່າງ......ອາສັຍຍິງ.........ຄອຍອຳນວຍ
ຍິງຄອຍຊ່ວຍ....ງານໜັກໜາ......ໃຫ້ຊາເບົາ

ຍິງຄືນາມ.........ແຫ່ງກຳເນີດ......ເກີດທຸກຢ່າງ
ແມ່ເປັນດັ່ງ.......ຈຸດເລີ້ມຕົ້ນ........ບົນໂລກເຮົາ
ສິ່ງໃດໃຫຍ່.......ມະຫຶມາ............ຫລືນ້ອຍເບົາ
ແມ່ຄອຍເຝົ້າ......ເຂົ້າເຖິງຈຸດ........ສຸດທົ່ວກັນ

ຜູ່ບັນຊາ...........ຫົວໜ້າທັບ.........ເພິ່ນຮ້ອງແມ່(ທັບ)
ເຄີຍຮ້ອງແຕ່......ວ່າແມ່ນ້ຳ...........ມາເນີນນານ
ຄຳສາກົນ.........ເຂົາກໍຖື..............ແມ່ຄືກັນ
ດັ່ງຍົນຍານ.......ເຮືອເຫາະເຫີນ......ເອີ້ນຄືເຮົາ

ຄຳທຳອິດ.........ທີ່ເດັກໄຂ............ເອີ່ຍທາຍທັກ
"ມາ" "ແມ່" ຄັກ..ປະຈັກແຈ້ງ..........ເຂົ້າໂສຕເຮົາ
ຄຶດເຖິງແມ່........ເຄີຍບອກສອນ.......ຈົນເມື່ອຍເວົ້າ
ຄືດັ່ງເຮົາ..........ແກ້ງພາໂລ...........ບໍ່ເອົາຄວາມ

ຫາກຂາດຍິງ......ໂລກຄົງເຫງົາ........ເສົ້າຈິງແທ້
ເພາະບໍ່ມີ...........ໃຜເປັນແມ່............ໃຫ້ໄຕ່ຕາມ
ໂລກສິ້ນສວຍ......ມີແຕ່ຊາຍ.............ໄຮ້ຄວາມງາມ
ຈະຂໍຕາຍ...........ຜູກຄໍຕາມ.............ແມ່ຍິງເອີຍ

ຂໍເທີດທູນ...........ບຸນຄຸນແມ່.............ໄວ້ເໜືອຟ້າ
ເຖິງແມ່ນວ່າ........ແມ່ຈາກໄກ............ໄປແລ້ວເອີຍ
ບໍ່ມີຫຍັງ.............ປຽບຄຸນແມ່............ຂອງຂ້າເລີຍ
ໄດ້ເປັນຄົນ..........ຢູ່ສະເບີຍ..............ຍ້ອນແມ່ແທ້

ດັ່ງນັ້ນແລ້ວ.........ຂ້າຈຶ່ງຮັກ..............ມັກຜູ່ຍິງ
ມັກແທ້ຈິງ............ມັກຫລາຍຍິງ.........ບໍ່ຜັນແປ
ໃຜເປັນຍິງ...........ຂ້າຈະຮັກ.............ຢ່າງແນ່ແທ້
ຂໍພຽງແຕ່............ຢ່າໃຫ້ຂ້າ..............ເກີດເປັນຍິງ

ອັມມະຕະ


7/3/07 0:17
http://www.inlao.net/Forums/AUBlogLA.aspx?tp=1851

ກາເຈັດສົບ

ນິທານ ກາເຈັດສົບ

ນາຍສົງ (ນາມສົມມຸດ ) ກັບຈາກກ້ຳ...ດິນຕ່ຳທາງປາຍດອຍ????
ຄອຍໄລ່ຄວາຍກັບນາ...............ຄ້ອຍຄ່ຳມາມັນຊິຍາກ
ມັນຈະແສນລຳບາກ.................ຄຳຫາຄວາຍຖືກຜິດບ່ອນ
ໄດ້ຄວາຍເລີຍກັບຢ້ອນ..............ຄືນຄອນບ້ານບ່ອນຢູ່ເນົາ

ທັງຫາບແບກກ່ອງເຂົ້າ...............ຂ້ອງຊຸ່ມພາຍລຸງລັງ
ໄດ້ປາທັງນົກແລນ....................ແມ່ນໂຊກດີຫຍັງແທ້
ຄຶດເຫັນແມ່ອີ່ນ້ອຍ.....................ທີ່ຄອງຄອຍພາແລງຢູ່
ບໍ່ຢາກເສັຽຄວາຍຕູ້....................ກໍເລີຍສູ້ໄລ່ໃຫ້ທັນ

ສົງຄຶດດີໃຈແທ້..............ແມ່ນ້ອຍອ່ອນໄບທອນແພງ
ຈະກິນແລງຮ່ວມພາ...................ມີເຫລົ້າຢາບຳລຸງໄວ້
ກິນແລ້ວຢຽດກາຍເນີ້ງ.........ຖຸນຢາໄບຕອງໃຫຍ່ ກ່ອນແລ້ວ
ບໍ່ອາລັຍນຳຟ້າ.........................ເພາະຕົວຂ້ານີ້ມີແຮງ !

ເລາະຍ່າງຕາມເນີນກ້ຳ................ດິນຕ່ຳຜ່ານດົງດອຍ
ພອຍເຫລືອບເຫັນຕົວກາ (ດຳ)......ຈັບງ່າຢູ່ປາຍແຕ້
ມອງແລຫລາຍເຫັນກາເຈົ້າ............ຄືຕອດເງົາບໍ່ຄັກແນ່??
ແມ່ນກາເຮັດຫຍັງແທ້...................ຂ້ານີ້ເຫັນແລ້ວງົງ !

ສັງເກດຄັກຄັກນັ້ນ.......................ກາມັນຫາກເຊັດສົບ
ຊ່າງປະຈົບປະແຈງ.............ທັງເຊັດແຮງເຊັດຄ່ອຍດ້ວຍ
ຮ້ວຍ ກາຈັງໄຮໂຕນີ້....................ມີເລກດີບອກໃຫ້ແນ່
ຊິຊື້ໂຕດຽວແທ້...........................ຂາຍຄວາຍຕູ້ໃສ່ຊະບໍ່ !

ກາເຊັດສົບ ກາເຈັດສົບ (໙໗໔-໙໔໔???)

ກັບເຂົ້າມາຮອດບ້ານ.............ຜ່ານລຽບຫລາຍເຮືອນຄົນ
ໃຜກໍສົນລະວົນ.....................ນຳແລງງາຍນັ້ນ
ບາງຄົນກໍຖາມຕ້ານ..............ໄປນາມາເຫັນຫຍັງແນ່ ສົງເອີຍ?
ຄັນຊິເວົ້າໃຫ້ຫລ້ອນ ຫລອນເຫັນກາເຊັດສົບ ຫລົບຢູ່ເທິງຕົ້ນແຕ້ ຢາກເຫັນແທ້ໃຫ້ຕາມໄປ!!

ເມື່ອກິນແລງເສັດສ້ຽງ...................ພຽງແຕ່ຊິພັນຢາ!
ຄົນມາກມາຍມາຫາ.......................ກ່າວຈາພາທີທ້ວງ
ເລີຍລ່ວງເປັນຄຳໂຈດ.......ໂສເສບັນຫາໃຫຍ່ ເອົາຕາຍ!
ຢູ່ຊິໃດກາເຈັດສົບນັ້ນ......ຄົນທັງບ້ານຢາກຮູ້ເຫັນ?ໂອຍນໍ

ເປັນຕາໜ່າຍເອົາແທ້............ຄວາມນ້ອຍແຜ່ເປັນຂ່າວລື
ຄວາມນຶ່ງຄືພ້ຽນເປັນສອງ.............ບໍ່ຊັ່ງຕວາງຄຶດຖີ່ຖວ້ານ
ຄວນຄຳນຶງຫາເຫຕ...........ເໝາະສົມຈຶ່ງທວງໄຖ່ ກ່ອນເນີ
ລົງທຶນໃຫຍ່ຈະເສັຽເງິນ ມັນຊິເຂີນບາດຜ່າຍແພ້ ໃຜຊິແກ້ໃຫ້ໝູ່ເຮົາ?

ອັນຄວາມເຮົາເວົ້ານັ້ນ............ມັນແມ່ນກາ "ເຊັດສົບ" ໄດ້ຍິນບໍ່?
ມັນຕລົບຈົບງາມ...................ຫລືຫຍັງຄາສົບມັນນັ້ນ
ພັດຜັນວ່າມັນມີຫ້າ................ຫົກຫາເຈັດແປດ ໜ່າຍເດ!
ມັນຊິແດດທ່ຽງຄືນຟ້າ.............ຫາກການີ້ມີເຈັດສົບ ຫັ້ນກໍ

ຂໍຈົບກອນທໍ່ນີ້................................ມື້ໜ້າຊິກັບຫວນ
ຊັກຊວນແນວພາຫົວ........................ທົ່ວກັນທຸກທົ່ວໜ້າ
ອັນວ່າໃຜຊື່ສົງກໍ.....................ຢ່າພຶງຄໍວ່າເວົ້າໃສ່ ໃດ້ດີ!
ບາງເທື່ອມັນແມ່ນຊື່ນັກຂຽນ ຜູ່ພຽນແຕ່ງກອນນີ້ ໃຜຊິຮູ້ໃຜຊິເຫັນ

ອັມມະຕະ

6/3/07 23:30
http://www.inlao.net/Forums/AUBlogLA.aspx?tp=1850

ບົດທ່ອງຂຶ້ນໃຈ ກາພຍ໌ ຄວາມງາມຂອງບ້ານເກີດ

ຄວາມງາມຂອງບ້ານເກີດ
ປະເທດຂ້ອຍ...........ຊັ້ນຊື່ເມືອງລາວ
ລວງກ້ວາງຍາວ........ສຸດຕາເຫລືອອ່ານ
ນ້ຳຂອງຜ່ານ............ໄຫລຜ່າທາງກາງ
ມີຫົນທາງ................ຖນົນສອາດ
ປະເທດຊາດ.............ລາວໃຫ່ຍໄພສານ
ເຮົາລູກຫລານ...........ເກີດມາພາຍຊ້ອຍ
ຄວນຊູຊ່ອຍ...............ສ້າງບ້ານເມືອງລາວ
ໃຫ້ຍືດຍາວ...............ຕໍ່ໄປພາຍໜ້າ
ຢ່າໃຫ້ຫລ້າ...............ເຂົາແທ້ໝູ່ລາວ

=========================================
ຄຳເຫັນ

ສັງເກດກາພຍ໌ບົດນີ້...........ບໍ່ມີຄວາມສົງໄສ
ວ່າແຕ່ງນານປານໃດ..........ສມັຍຂ້າໄດ້ຮຽນນັ້ນ
ປີຫ້າສິບປາຍຫັ້ນ...............ຄືມື້ວານຢູ່ມໍ່ໆ
ທ່ານຍາພໍ່ນັກກະວີ ຕີເປີດໄຂເປັນຂໍ້ໆ ໃຫ້ເຮົາພໍ້ໃຫ້ເຮົາເຫັນ ແທ້ໃດ?

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ຕ້ອງແຕ່ງກ່ອນບົດບັ້ນ...........ຝຣັ່ງປັນສຍາມແບ່ງ
ເພາະປີ ໑໘໙໓ ດິນລາວໄດ້ຖືກແຍ້ງ ຈາກສອງເຈົ້າລ່າອານາ

ລາວສອງຝັ່ງນັ່ງຊ້ອຍມ້ອຍ......ບ້າງຄ່ອຍຍິນດີດອມ
ຟາກຝັ່ງຂວາບໍ່ຍິນຍອມ..........ຂຶ້ນນຳຝຣັ່ງນັ້ນ
ຝ່າຍຊ້າຍພັດກ່າວຕ້ານ..........ກ່າວຄຳຫານໃສ່ໄຟແດ່
ວ່າສູພວກໄທຍ໌ດາກແຫ້ລ..........ສູຊິແພ້ບໍ່ທັນເຫິງ

ຝັ່ງຂວາກໍກ່າວເວົ້າ................ວ່າສູຫ່າວເປັນຂ້ອຍເຂົາ
ເອົາໜັງຂາວມາເປັນນາຍ.........ເຫດໃດເປັນແນວນັ້ນ
ເວົ້າຄວາມກັນບໍ່ຮູ້ເຣື່ອງ............ເປືອງເວລາຫານາຍລ່າມ ໜ່າຍເດ!
ຍາມວ່າຢາກກິນເຂົ້າ...............ຊົ່ວຊິເວົ້າໃຫ້ເຂົ້າໃຈ ແທ້ແລ້ວ!

ຂ້ານີ້ ບໍ່ແມ່ນສອກຫລອກຄົ້ນ.....ຄວາມເກົ່າໃຫ້ສັບສົນ
ຢາກໄປໜ້າຫລຽວຄືນຫົນ.........ເບິ່ງຫລັງທີ່ພັ້ງພາດ
ແມ່ນເຮົາຂາດຫຍັງແທ້.............ສາມະຄີຫລືຍຸແຍ່
ຫລືວ່າກຽດຫລາຍແທ້..............ຈຶ່ງຕາຍຍ້ອນກຽດຕົນ ຊັ້ນບໍ່

ຮັກແພງ
ອັມມະຕະ
------------------------------------------------
ຜູ່ຂຽນຫາ
ເຖິງ: Ammata

ສະບາຍດີ," ນ້ຳຂອງຜ່ານ............ໄຫລຜ່າທາງກາງ "
** ປັດຈຸບັນນີ້ ນ້ຳຂອງ ຄືມາໄຫຼຊິດແຕ່ຫນ້ອຍດຽວ **
ຂານ້ອຍເກີດໃຫມ່ໃຫຍ່ລຸນ, ບໍ່ຮູ້ວ່າ :
.....ໄຫລຜ່າທາງກາງ, ແຕ່ປີໃດຫາ ປີໃດ ນໍ ?
ຄອບໃຈເປັນຢ່າງສູງ.
------------------------------------------------
ຕອບ ກາເຈັດສົບ

ນ້ອງ ກາເຈັດສົບ ທີ່ຮັກແພງ

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ແຕ່ຕ້ອງຂາດສະບັ້ນ.............ເປັນສັນເປັນຕ່ອນ ນັ້ນກໍ!
ທາງຊ້າຍຝຣັ່ງຂຶ້ນນັ່ງ ທາງຂວາໄທຂຶ້ນປ້ອງ ລາວເຮົາຕ້ອງຍອມຕາມ

ປີ ໑໘໙໓ ແຄ້ນ...................ເຂົາແຫ້ນດິນລາວ
ສາມສ່ວນຫ້າເສັຽໃຫ້ເຂົາ........ຊາວສຍາມປາງນັ້ນ
ຍັງສອງແຂວງລາວທວງໄດ້....ໃຫ້ລາວຄອບຄອງຢູ່
ໄຊຍະບູຣີເຮົາສູ້ ຈຳປາສັກເຮົາກູ້ ສູ້ໄວ້ຈຶ່ງຢູ່ມື

ລາວນັ້ນມີຫລາຍພວກ............ທີ່ສຍາມໄດ້ຈັດປັນ
ລາວພຸງດຳກໍສຳຄັນ..............ສັກ(ຂາ)ລາຍ(ເຕັມເອິກ)ຈົນເຕັມທ້ອງ
ລາວພຸງຂາວຂາດຳປ້ອງ.........ລາຍຍັນຍາມລົງອາບ (ນ້ຳ)
ສາວເຫັນກໍບໍ່ຊາບ.................ວ່ານຸ່ງສົ້ງຄູ່ຊູ່ຄົນ ຫັ້ນກໍ

ສຍາມກຳຫົວກຸ້ມ...................ຕຸ້ມຕໍ່ປົກຄອງລາວ
ລາວໄທເໜືອໄທຂາວ.............ລາວພວນອື່ນໆພ້ອມ
ໄປທາງໃດກໍນອບນ້ອມ............ວັນທາດອມຖາມໄຖ່
ທໍຣະມານຮ້ອງໃຫ້..................ຟາຍໂອ້ລັ່ງນ້ຳຕາ

ຈຶ່ງມີມາຕຣາໄວ້.....................ບໍ່ໃຫ້ເອີ້ນວ່າລາວ
ເພາະເຖິງຄາວເປັນໄທຍ...........ຢູ່ແຫ່ງໃດກໍໄທຍລ້ວນ
ຍິງໃດມ້ວນຜົມເກົ້າ..................ຄອງລາວຄືເກົ່າແກ່
ຈັກມີໂທສແທ້ໆ......................ຢ່າແສແກ້ງທົດລອງ

ນຶ່ງເຂົາໃຫ້ລະນຸ່ງສິ້ນ................ຜ້າຕ່ອນຂອງມູນມັງ
ບໍ່ໃຫ້ຍັງຫລົງເຫລືອ.................ເສດລາວຄາຄ້າງ
ໃຫ້ມ້າງຟັນຕົ້ນພູຖີ້ມ..................ຢ່າໃຫ້ຍິງຄ້ຽວໝາກ ໜ່າຍເດ
ໃຫ້ປາກ ຄະ ຂາ ຈ໊າ................ຢ່າປາກກ້າ ວ່າໂດຍຄຳ!

ຫວັງວ່າພໍຊ່ຳນີ້........................ພໍທີ່ຊິເຂົ້າໃຈ?
ຂຽນກອນສັບສົນຫລາຍ..............ມື້ໃໝ່ຫາກຄົ້ນພໍ້
ຈະຂໍນຳມາແຈ້ງ.......................ຖແລງໄຂໃຫ້ຮູ້ຕື່ມ
ຫາກສົນໃຈໄປຫາປຶ້ງ.................ຫວັດສາດນັ້ນອ່ານດູ ທ່ານເນີ

ເອົາລະນໍ ທ່ານ ກາເຈັດສົບ ເວົ້າປວັດສາດເປັນຄຳກອນສັບໜ້າສັບຫລັງສລຸບຄວາມທີ່ທ່ານຢາກຮູ້ແມ່ນ ແດນລາວ ຫລື ອານາຈັກລ້ານຊ້າງ ຊຶ່ງແຕ່ກ່ອນ ຮຸ່ງເຮືອງມີອຳນາດໃນແຖບແຫລມທອງ ໂດຍສືບເຊື້ອມາຈາກ ຂຸນບູຣົມ ຣາຊາທິຣາຊ ໄດ້ສົ່ງເຈັດລູກຊາຍ ໃຫ້ໄປຄອງເຈັດແຄວ້ນ ໂຮມທັງອາຍຸທະຍາ ຫລືລ້ານເພັຽ ແລະ ເມືອງແກວ.ດັ່ງໄດ້ເວົ້າແລ້ວ ສາມສ່ວນຫ້າຟາກຂອງ ແມ່ນເສັຽໃຫ້ສຍາມ ທີ່ແບ່ງແດນລາວ ເພາະຝຣັ່ງເຫັນວ່າ ສດວກໃນການປົກຄອງ ອິນໂດຈີນ ຊຶ່ງມີ ວຽດ, ລາວ ແລະ ເຂມນ ແທນທີ່ຊິຂ້າມຂອງເສັຽເວລາກ່ອນນັ້ນ ນ້ຳຂອງຜ່າທາງກາງແທ້ ຜຂ ເອງຍັງມີຍາຕິ ພີ່ນ້ອງຢູ່ຝັ່ງຂອງກໍມາກມາຍ.

ຮັກແພງ
ອັມມະຕະ

ເມື່ອວັນທີ່: 5/3/07 23:43
http://www.inlao.net/Forums/AUBlogLA.aspx?tp=1833

ເຖິງດາວເປັ່ງແສງ

ເຖິງ: daopengsang

ດາວເປັ່ງແສງສົ່ງແຮງຮ້ອງ.........ນ້ອງພີ່ຈິຕກອນ (ບໍ່ແມ່ນຄາຕກອນເດີ)
ຜູ່ມີພອນສວັນ.........................ກ່າວຂານຢູ່ໃນນີ້
ມີມາກມາຍຫລາຍຫນ້າ...............ຂ້ອງຂາຈົນກົ້ນທັ່ງ!!!
ບາງຜ່ອງມາພໍ້ວໍ້.......................ຍໍຄໍແລ້ວພັດແລ່ນຫນີ

ອັນຂ້ານີ້ບໍແມ່ນຄົນຕ່າງດ້າວ........ບໍ່ແມ່ນທ້າວຕ່າງດິນແດນ
ແມ່ນລູກລາວຫລານລາວ...........ເກິດແມ່ເອົາສາຍບືໃຫ້
ຝັງຢູ່ຄຸ້ມນຶ່ງໄວ້........................ໄຊຍະພູມສວັນຖິ່ນ
ພໍ່ມາຈາກປາກຊັນ ໄປທຳງານຄຸກຄີ້ນ ຫາກິນມື້ສືບວັນ

ດຽວນີ້ ຂ້າມີກັມມາກລົ້ນ.............ຈົນບໍມີດິນຄອງ
ຕ້ອງໄປພາກແດນພູມ................ຖິ່ນເກີດກຳເນີດກ້ຳ
ໄປໃຊ້ກັມເອົາແຮງສູ້..................ຢູ່ອະເມຣິກາບ້ານເມືອງເພິ່ນ
ໄປທາງໃດເຂົາກໍເອີ້ນ................ເຂົາກໍເຢີ້ຍຢຽດຫຍາມ

ມາເຫັນລາວມາກຫນ້າ................ພາກັນມ່ວນຊວນກັນຂຽນ
ບາງຜ່ອງຂຽນຈົນມືໂພງ...............ບໍ່ຢາກລົງພໍດີ້
ຂອບໃຈຜູ່ແນະຊີ້........................ແນວທາງດີໃຫ້ຄົນໄຕ່
ຜູ່ຂ້າສຸດດີໃຈ ໃນຄວາມຄຶດກໍ່ສ້າງ ຫວັງໃຫ້ເຕີບຂຍາຍ

ຂອບໃຈທີ່ທ່ານທ້າວ...................ທີ່ຊື່ດາວເປັ່ງແສງ
ຖແລງຊອກເຊາະຫາ...................ຂ່າວມາຖາມໄທ່ນັ້ນ
ເປັນການດີໃຫ້ຮູ້ຫນ້າ..................ໃຫ້ຮູ້ຕາໃຫ້ຮູ່ຖິ່ນ
ຢ່າໃຫ້ຄວາມຮັກສິ້ນ....................ຂາດບັ້ນບໍ່ມີໄຍ ໃດເດີ!

ຮັກແພງ
ອັມມະຕະ

13/3/07 22:35

http://www.inlao.net/Forums/AUBlogLA.aspx?tp=1912

Friday, April 13, 2007

ຢາກເດັດດອກໄມ້

ຢາກເດັດດອກໄມ້

ບຸບຜາມາລາໄມ້..................ໄຂກາບປະກາຍສີ
ຈູມຈີຈໍ່ງາມຕາ.....................ຫອມມາຢາກເດັດໄວ້
ເອົາໃສ່ກັນແຈແກ້ວ..............ໄບງາມແສນມີຄ່າ
ຮັກສາດວງດອກໄມ້້...............ບໍ່ຍອມໃຫ້ເສົ້າໝອງ

ກໍໄດ້ແຕ່ພຽງຈ໊ອງ..................ສອດຊ່ອງລ່ຳມອງຊົມຢ
າກຈະດົມເດັດດອມ..............ພະຍອມດວງດອກໄມ້
ພໍຍາມເມື່ອເຂົ້າໃກ້.................ຕ້ອງຖອຍໄປໃຫ້ຫ່າງ
ເພາະຜູ່ເຜິ້ງອ້ອມຂ້າງ..............ຂ້ອຍເລີຍຄ້າງເອກາ

ອີກນຶ່ງໃຈບໍ່ກ້າ.......................ຈະຟັນຜ່າອຸປສັກ
ມັກຫລາຍໜັກຫົວອົກ...............ຕົກກະໃຈເມື່ອມາຮູ້
ເຂົາມີຜູ່ຫວງຫ້າມ....................ຕອມຕາມເກສອນດອກ
ເຜິ້ງໂຕໃໝ່ບິນເຂົ້າ ເຜິ້ງໂຕເກົ່າບິນອອກ ຂ້ອຍຊອກຊ້ຳຊວງ

ໃນບາງຄັ້ງເຫັນດອກຟ້າ................ອ້າກີບຕ້ອນຮັບແສງ
ອາທິດແຍງສົດໄສ..................ຄ້າຍດັ່ງນາງຫົວເຢີ້ຍ
ແພງເອີຍສາຍໃຈຂ້ອຍ..............ບຸນບໍ່ພາວາສນາຕ່ຳ
ມອງນຳແມ່ອ່ອນນ້ອຍ................ນ້ຳຕາຂ້ອຍລັ່ງລິນ

ຫາກບໍ່ໄດ້ດຽວນີ້......................ຍາມທີ່ບຸບຜາຫອມ
ຈະຍອມຕັ້ງໃຈຄອຍ..................ຂວບປີຊິລໍຖ້າ
ລໍໃຫ້ໄບເຫລືອງຫລ້າ................ລົ່ນລົງມາໃຕ້ລ່າງ ກ່ອນເດີ
ຂ້ອຍຊິເອົາໃສ່ຖັງ ຖນອມທັງພົມນ້ຳ ບໍ່ໃຫ້ຊ້ຳໝົ່ນໝອງ

ຂໍປະຄອງສມອນນ້ອຍ.................ຜູ່ພອຍລ່ວງລົງດິນ
ຍິນດີແພງພຽນພັກ.....................ຮັກສາໂຊມຊູໄວ້
ບາດເທື່ອບຸນມີໄດ້.....................ມາໄລແຕກກ້ານກິ່ງ
ເບັ່ງບານໄບປົ່ງຊີ້.......................ຊູຂຶ້ນຊື່ນຊີວາ

ແລ້ວຈະເອົາດອກໄມ້...................ໄປປູກໃນແຈສວນ
ໃຫ້ຝູງມວນເຜິ້ງແມງ....................ແຍງດົມດອມເຈົ້າ
ຂ້ອຍຊິໄດ້ແຕ່ເຝົ້າ.......................ຍາມຄາວລ່ວງລົ່ນ
ຈະວົນວຽນຢ່າງນີ້........................ບໍ່ມີມື້ປ່ຽນແປງ ແທ້ແລ້ວ!

ອັມມະຕະ

1/1/07 20:49
http://www.inlao.net/Forums/AUBlogLA.aspx?tp=1372

ລຳນຳເພງ...ແຄ້ນ

ແຄ້ນ

ແຄ້ນອັນໃດ ໃສຈະທຽບ ກັບຮັກຂ້າ
ແຄ້ນອັນໃດ ຈະເໜືອກ່ວາ ຮັກຂ້ານີ້
ແຄ້ນອັນໃດ ຈະເຈັບປານ ຮັກທີ່ມີ
ຮັກຂ້ານີ້ ມີຄວາມແຄ້ນ ມີຄວາມຂົມ

ຂົມອັນໃດ ໃສຈະຂົມ ຣະທົມຂື່ນ
ຂົມອັນອື່ນ ຂື່ນໃນລີ້ນ ກໍສິ້ນຂົມ
ຂົມພໍຄາວ ບໍ່ຍືນຍາວ ໃຫ້ຕອມຕົມ
ຂົມໃນຮັກ ຂ້າຣະທົມ ຂົມບໍ່ເຊົາ

ເຈັບໃດໆ ທີ່ຍິ່ງໃຫ່ຍ ໃນຄວາມເຈັບ
ຈະຂໍເກັບ ເອົາຄວາມເຈັບ ມາຮວມເຂົ້າ
ເຈັບຂ້າງໃນ ໃຈເພາະຮັກ ໜັກບໍ່ເຊົາ
ເຈັບແສນເສົ້າ ເຮົາແສນຊໍ້າ ນໍ້າຕານອງ

ຊໍ້າອັນໃດ ຈະຍິ່ງໃຫຍ່ ເກີນຄວາມຊໍ້າ
ຊໍ້າອັນໃດ ຈະເໜືອຄວາມ ຊໍ້າຄວາມໝອງ
ຊໍ້າເພາະຮັກ ໜັກເຫລືອເກີນ ຈະໄຕ່ຕອງ
ຂ້າສຸດໝອງ ຄອງຄວາມຊໍ້າ ຣະກັມໃຈ

ອັມມະຕະ

ເພັງ ແຄ້ນ

ພົມມະ ພິມມະສອນ

ຢາກຄັວກຫົວໃຈ ນ້ອງອອກມາດູ
ເພື່ອຈະໄດ້ຮູ້ ວ່າມັນທຳດ້ວຍສິ່ງໃດ
ສີແດງຫລືເຂັ້ມ ຫລືເຕັມໄປດ້ວຍເຫລັກໄຫລ
ຫລືທຳດ້ວຍຫີນອັນໃດ ຈຶ່ງໂຫດຮ້າຍ ໂຫດຮ້າຍເຫລືອທົນ

ຢາກຕວັກຫົວໃຈ ນ້ອງສັບເປັນຕອນ
ສັບເປັນທ່ອນທ່ອນ ໃຫ້ແພທພິສູດໃຈຄົນ
ຊ່ວຍສັລສູດ ວ່າຍັງມີເລືອດເຈືອປົນ
ຫລືໃຈຣັ້ຮດ້ານເຫລືອທົນ ເລືອດຂອງຄົນນັ້ນສູນໄປສິ້ນ

ຈຶ່ງຕັດຮັກໄດ້ ຢ່າງເລືອດເຢັນ
ຂ້າຄົນທັງເປັນ ຖືຄວາມຮັກເປັນເກມຫລິ້ນ
ຮ້າຍຈິງຮ້າຍຈິງ ຮ້າຍຍິ່ງກ່ວາໂຈຣທະມິນ
ນ້ຳຄຳທີ່ອອກປອກປີ້ນ ຢາກຕັດລີ້ນນັ້ນໃຫ້ຫລຸດໄປ

ຢາກຄວັກຫົວໃຈ ນ້ອງອອກມາດູ
ເພື່ອຈະໄດ້ຮູ້ ແລ້ວເອົາເຂັມສຽບປັກໃນ
ເອົາຢາດນ້ຳກົດ ຄ່ອຍເທຄ່ອຍຫົດລົງໄປ
ໃຫ້ສາໃຫ້ສົມແກ່ໃຈ ທີ່ທຳລາຍຄວາມຮັກໄດ້ລົງ

28/12/06 14:29
http://www.inlao.net/Forums/AUBlogLA.aspx?tp=1365

ໝ້າໝາວບ່າວເຫີ່ມຄວນ

ໝ້າໝາວບ່າວເຫີ່ມຈົ່ມ

ອັນວ່າໝາວປີນີ້........................ມີແທ້ແຕ່ຄວາມໝອງ
ມອງຫາຍິງທີ່ຫລົງຮັກ.................ລັກໝີໄປໄກແລ້ວ
ແນວວ່າບຸນບໍ່ຍູ້.........................ຊູນາງໃຫ້ຫລຽວລ່ຳ
ເຮົາຈຶ່ງຈຳໃຈເສົ້າ......................ເຫງົາງ້ວງປ່ວງຄົນດຽວ ອຸກເດ!

ກ່ອນນັ້ນ ເຖິງບໍ່ມີສິທໃກ້...............ແຕ່ໃຈໄຝ່ເຝົ້າໝາຍປອງ
ປະຄອງຮັກໄວ້ພາຍໃນ.................ດວງໃຈບໍ່ຫາຍສິ້ນ
ແມ່ນວ່າດິນຈະປີ້ນ.......................ຍາມນາຖືກຄາດກົ່ນ
ອ້າຍຈະທົນຮັກນ້ອງ.....................ຜອງເທົ້າຊີພມະລາຍ

ດຽວນີ້ ນ້ອງໄດ້ໝີໄກແລ້ວ.............ບໍ່ຍອມແຊ່ວຫວນຄືນ
ອ້າຍຝືນເຫັນຍາມກ່ຽວວອນ.............ງາມງອນວ່າບໍ່ງໍ້
ໝ້າງໍຍັງບໍ່ແລ້ວ...........................ບໍ່ແລມອງຢືດສ່ອງ
ອ້າຍກໍເລີຍອົກຫັກ ລັກມັກເຂົາເລີຍຈ໊ອງ ຫລົງຮ້ອງໄຫ້ໄຝ່ຣະທົມ

ໂອກາສປີໃໝ່ນີ້............................ຂໍນ້ອງພີ່ຈົ່ງສຸກໂຂ
ຢ່າເຈັບໂຊໃຫ້ສຸກຂັງ......................ທຸກສິ່ງຢ່າງໃຫ້ລາບຣື້ນ
ຍາມຄືນໃຫ້ນອນໄດ້.....................ຍາມງາຍໃຫ້ຫາຍສ່ວາງ
ຍັງມີຊາຍຄອຍຫ່ວງ ຍັງໃຈດຽວເຝົ້າຫວງ ຫ່ວງນ້ອງທຸກເວລາ

ຮັກນ້ອງຄົນດຽວ

ອັມມະຕະ

23/12/06 5:14
http://www.inlao.net/Forums/AUBlogLA.aspx?tp=1353

ສະບາຍດີປີໃໝ່

ສະບາຍດີປີໃໝ໋

ຣະດູກາລເຄື່ອນຍ້າຍ...................ກ້າວກ່າຍວຽນມາເຖິງ
ຈົ່ງລື້ນເຣີງສຳຣານ....................ເບີກບານທຸກທົ່ວໜ້າ
ໄສໄລດັ່ງກັບຟ້າ.......................ໂລຄາໃຫ້ໄກຫ່າງ ທ່ານເນີ
ຢ່າມີສິ່ງກີດຂວາງ..ສຸຂທັງປວງລັ່ງເຂົ້າ..ມາຊູ່ເຈົ້າຕລອດກາລ!

ບັດນີ້ ໂຊກໃຫ່ຍໄກ້ຮອດແລ້ວ.......ຢ່າຄາດແຄ້ວຄວາມສຸກຂີ
ໂຊກດີຈະລັ່ງໄຫລ.....................ໂລຄພັຍຈະຫາຍສິ້ນ
ດັ່ງນ້ຳທິພລິນລ້າງ.....................ກາຍາທຸກໆທ່ານ
ໃຫ້ສຳຣານຊົ່ວຟ້າ.....................ຢ່າມີມື້ໝົ່ນໝອງ ຂ້າເນີ!

ຍາມທ່ານຄຶດຢາກໄດ້.................ໝາຍມາດຄາດຄວາມຫວັງ
ສິ່ງຂົມຄຽດກຽດຊັງ....................ໃຫ້ສູນໄປໃນປີນີ້
ຮັກທີ່ເຄີຍໜີໜ້າ........................ຈົ່ງຄືນມາເໝືອນເກົ່າ ມາເຍີ!
ມາປອງດອງສອງເຈົ້າ.................ໃຫ້ຜອງເທົ້າຊົ່ວຊີວັນ ແດ່ທ້ອນ

ອັນປີ 06 ນີ້.............................ມີຫລາຍສິ່ງຈະທາຍທັກ
ມີຍາກດີເປປົນ...........................ສົລວົນມາກມາຍແທ້
ແຮງຮັກທີ່ຫາຍໜ້າ.....................ກັບຄືນມາອີກໃໝ່
ຫອນຫອນຊິສຸຂໃຈ ກໍຫາຍໄປຕໍ່ໜ້າ ຂ້າເກືອບບ້າປ່ວງມະໂນ ອຸກເດ!

ຄືດັ່ງຟ້າກັ່ນແກ້ງ.......................ເສີມແຕ່ງໃຫ້ເສັຽຫົວ
ມົວເມົາເຝົ້າດີໃຈ.......................ຮັກສູນໄປໄດ້ຄືນພໍ້
ພໍເມື່ອຈະສຸຂແທ້.......................ກໍຜັນແປເປັນອື່ນ
ຂົມຂື່ນໃຫ້ໜີພົ້ນ.......................ໄປພ້ອມປີເກົ່າເອີຍ!

ຂໍໃຫ້ປີ 07 ນີ້..........................ເປັນປີທີ່ມະຫາໄຊຍ໌
ຢ່າມີທຸຂໝອງໃຈ.......................ຈົ່ງສົດໄສທຸກທົ່ວໜ້າ
ຖິງວ່າຂາດວຽກບ້ານ.................ການງານຈົ່ງສອດຄ່ອງ
ຢ່າໄດ້ມີເສົ້າໝອງ ສຸຂເໝືອນທອງຢ່າເສົ້າ ຜອງເທົ້າກາລະນານ!

ອັນນຶ່ງ ຂໍອະພັຍທົ່ວໜ້າ................ຫາກຂ້າໄດ້ລ່ວງເກີນ
ຫລົງເມີນເດີນທາງຜິດ..................ຄິດບໍ່ດີໃດນັ້ນ
ຂ້າຂໍວັນທານ້ອມ..........................ຍອມຮັບກັມກະທຳຊົ່ວ
ຄວາມຊົວຂ້າຫລົງພາດ ທ່ານຢ່າຄາດຈອງຮ້າຍ ອະພັຍໃຫ້ຂ້າອີກທີ ທ່ານເອີຍ!

ແມ່ນຈະດ້ວຍຄຳຕ້ານ....................ຂານອອກເປັນວະຈີ
ກິຣິຍາທາງກາຍ..........................ສິ່ງໃດໄດ້ພາດພັ້ງ
ຫວັງອະໂຫສິໄວ້..........................ກະທຳໄປບໍ່ຢັ້ງຄິດ
ຜິດໂດຍບໍ່ຕັ້ງໃຈ ບໍ່ລະໄລຫລີກເວັ້ນ ເວນນັ້ນຢ່າຈ່ອງນຳ ຂ້າທ້ອນ!

ຂໍໃຫ້ປີໃໝ່ນີ້...............................ເປັນປີທີ່ໂຊກໄຊຍ໌
ສິ້ນອະບາຍຫາຍທຸຂ......................ສຸຂສັນໃຫ້ລັ່ງເຂົ້າ
ໃຫ້ທ່ານມີລູກເຕົ້າ.........................ຫລານແພງລົ້ນລັ່ງ
ມີເພື່ອນມິຕອ້ອມຂ້າງ......................ຢ່າໄດ້ຮ້າງຫ່າງເຫີນ ແທ້ເນີ!

ສິ່ງໃດທີ່ຄັ່ງຄ້າງ........................ໃຫ້ຫາຍສ່ວາງຢ່າຂ້ອງຄາ
ງານໜັກຍາກໜັກໜາ.....................ຢ່າຄຸງຄາມືນັ້ນ
ສິ່ງໃດອັນຂັດຂອດ.........................ໃຫ້ເຄັຽຄາຍປັດເຂັ່ຽ
ເສັຽແຮງຢ່າເສັຽໃຈ ເສັຽກຳໄລເລັກນ້ອຍ ຄອຍຊ່ອຍບ້ານຊ່ອຍເມືອງ

ຍາມເພື່ອນມິຕຮຽກຮ້ອງ................ຕ້ອງການຊ່ອຍແນວຄາມື
ໃຫ້ເຮົາຖືຄືທຳບຸນ...........................ຢ່າຫວັງສິ່ງປ່ຽນແລກ
ກິນຄວາມດີບໍ່ແຕກຣ້າວ.....................ສັມພັນພຽງເງິນຄ່າ
ສ້າງມິຕໄວ້ໃຫ້ຄື ໃຫ້ເຂົາຖືລືໜ້າ ດີກ່ວາໄດ້ເງິນພຽງຄາວ

ຂໍໃຫ້ອາຍຸ ໝັ້ນ...............................ພັນໝື່ນພະວັດສາ
ວັນະ ໃຫ່ຜ່ອງໄສ............................ໂລຄພັຍໃຫ້ໄກເຈົ້າ
ສຸກຂະ ລາພລັ່ງເຂົ້າ.........................ຕຸ້ມຕອມທອມທີ່
ພາລະ ມີໃຫ້ສິ້ນ..............................ໂພຍພັຍນັ້ນຄູ່ສູ່ແນວ ທ່ານເນີ!

ໂຊກດີປີໃໝ່

ອັມມະຕະ.....

23/12/06 3:25
http://www.inlao.net/Forums/AUBlogLA.aspx?tp=1352

ໃຈດຽວກັນ

ທີ່ໂຮງງານອຸດສາຫະກັມແຫ່ງນຶ່ງ ຫລັງຈາກທີ່ ຮງ ໄດ້ຮັບພະນັກງານສາວ ສອງນ້ອງເອື້ອຍ ທີ່ສວຍງາມ ເຂົ້າມາ ປະກົດວ່າ ສະຖິຕິຜົນຜລິດ ໄດ້ລົດນ້ອຍຖອຍລົງຢ່າງຜິດສັງເກດ ດັ່ງນັ້ນ ຫົວໜ້າກໍໄດ້ໄປ ສັງເກດການດ້ວຍຕົນເອງ ຈຶ່ງສລຸບໄດ້ວ່າ ເປັນຍ້ອນຍິງສາວ ສອງນ້ອງເອື້ອຍແທ້ໆ ທີ່ພາໃຫ້ຊາຍໜຸ່ມ ທັງຫລາຍຕ້ອງວາງມື ໄປລົມສາວ ອູ້ວຽກ.

ດັ່ງນັ້ນ ມື້ນຶ່ງ ທ່ານຫົວໜ້າ ກໍໄດ້ຮ້ອງ ພງ ຊາຍທັງເໝິດ ອອກໄປທາງໜ້າ ຮງ ແລ້ວ ເວົ້າວ່າຜູ່ໃດມັກເອື້ອຍ ໃຫ້ໄປຢືນຢູ່ຂ້າງຊ້າຍ ຜູ່ໃດມັກນ້ອງ ໃຫ້ໄປຢືນຢູ່ຂ້າງຂວາ
ແລ້ວ ຊາຍທັງຫລາຍ ກໍກ້າວ ໄປ ຊ້າຍ ຂວາ, ຊ້າຍຂວາ ຮຽບຮ້ອຍ ແຕ່ ຍັງເຫລືອກະທາຊາຍນາຍນຶ່ງ ຊຶ່ງບໍ່ຍອມໄປ ຫນ ເລີຍຖາມວ່າຫນ: ອ້າວໂຣມີໂອ ມັກຜູ່ໃດ ປານໃດຊິເໜັງ?

ໂຣມີໂອ: ຂະນ້ອຍມັກທັງສອງຄົນ ບໍ່ຈັກຊິໄປທາງໃດ!!!
ຫນ: ເອີ ບໍ່ຍາກ ມາຢູ່ນຳເຮົາພີ້ ຊັ້ນນາ!!!

ອັມມະຕະ

15/12/06 9:55
http://www.inlao.net/Forums/AUBlogLA.aspx?tp=1330

Chinese Names

Chinese Names

Annie Wan (Anyone)
Caller : Hello, can I speak to Annie Wan? (anyone)
Operator : Yes, you can speak to me.
Caller: No, I want to speak to Annie Wan!
Operator: You are talking to someone! Who is this?
Caller: I'm Sam Wan ( someone). And I need to talk to Annie Wan! It's urgent.
Operator: I know you are someone and you want to talk to anyone! But what's this urgent matter about?
Caller: Well... just tell my sister Annie Wan that our brother Noel Wan (no one) was involved in an accident. Noel Wan got injured and now Noel Wan is being sent to the hospital. Right now, Avery Wan (everyone) is on his way to the hospital.
Operator: Look if no one was injured and no one was sent to the hospital, then the accident isn't an urgent matter! You may find this hilarious but I don't have time for this!
Caller: You are so rude! Who are you?
Operator: I'm Saw Lee. (sorry)
Caller: Yes! You should be sorry.
Now give me your name!!

Ammata
2/12/06 3:36
http://www.inlao.net/Forums/AUBlogLA.aspx?tp=1244

ພໍ່ ແມ່

ສາທຸເນີ
..........................................................
ຂໍພະນົມນົບນ້ອມ...............ພ້ອມກົ້ມກາບວັນທາ
ຍໍມືຂຶ້ນເໜືອຫົວ................ເຖິງບິດາມາດາເຈົ້າ
ຜູ່ສ້າງເຮົາເກີດຂຶ້ນ............ມືນຕາມາພົບໂລກ
ຕົກຣະກັມລຳບາກລ້ຳ.........ນຳພ່ຳລ້ຽງລູກໃຫ່ຍມາ
.............................................................
ຍາມເມື່ອລູກຮ່ຳຮ້ອງ...........ຟ້ອງອອດແອ່ວກິນນົມ
ແມ່ບໍ່ຈົ່ມຄຳຈາ..................ຂ້ຽວຫານົມມາປ້ອນ
ຢ້ານລູກນອນທ້ອງແຫ້ງ.......ບໍ່ມີແຮງເຕີບໃຫຍ່
ອົດອອມຫລາຍເດືອນໄດ້.....ຈົນໃຫ້ເຈົ້າເຕີບໂຕ..ແພງເອີຍ!!!
......................................................................
ຍາມເມື່ອແມງຮິ້ນໄມ້............ຂຶ້ນໄຕ່ໝາຍກັດຕອມ
ແມ່ດອມໄລ່ພັດວີ...............ໃຫ້ໄກໜີຈາກບານ້ອຍ
ສາຍເອີຍຂັວນແພງຂ້ອຍ.......ຢ່າມີຮອຍແປ້ວດ່າງ..ແມ່ເຍີ
ແນວໃດເຈັບແມ່ຂໍໄລ່..ແນວຈັງໄຮແມ່ຂໍມ້າງ..ບໍ່ໃຫ້ຄ້າງຄັ່ງຄາ
............................................................................
ພໍ່ຕ້ອງອອກຈາກບ້ານ...........ບໍ່ຄ້ານເລັ່ງຢ້ານເມັຽແພງ
ຂາດແຮງຍ້ອນອຶດຫິວ...........ພໍ່ລິວຫາເງິນໃຊ້
ໄດ້ເງິນມາຊື້ໃຫ້...................ແນວໃດອັນສຳຄັນກ່ອນ
ເຄື່ອງຄົວໃຫ້ພ້ອມພັນ..ເຄື່ອງຊານໃຫ້ພຽບພ້ອມ..ມາດອມເຈົ້າລູກ ແລະ ເມັຽ
......................................................................................
ຢຸກຢາພໍ່ຫາໄວ້....................ບໍ່ໃຫ້ຍາກຂາດເຂີນ
ການເງິນພໍ່ໃຫ້ມີ...................ດັ່ງຊຸມຊາວບ້ານ
ພໍ່ເປັນກຳລັງຕ້ານ.................ໂພຍພັຍໂຈນຮ້າຍຕ່າງ
ຫາກຂືນມາໄກ້ຂ້າງ................ພໍ່ຊິມ້າງໃຫ້ຫາຍ..ແທ້ໃດ!!!
.......................................................................
ພໍ່ແມ່ຫວັງລູກແກ້ວ.................ເຕີບໃຫຍ່ໄດ້ເປັນດີ
ຫວັງບຸດຕຣາບຸຕຣີ.................ມີຊື່ສຽງໃຫ້ຄົນຮູ້
ຈຶ່ງຊູສົ່ງເສີມຍູ້......................ປູທາງໃຫ້ລູກໄຕ່
ແນະຊ່ອງທາງດີໃຫ້................ລູກເຕົ້າໄຕ່ເດີນ..ຫັ້ນນາ!!!
.......................................................................
ອັນນີ້.ຍາມເມື່ອຂ້າເຕີບໄດ້........ເກີນໃຫຍ່ເປັນພໍ່ຄົນ..ນັ້ນນາ
ເຫັນຫລາຍແນວສັບສົນ...........ວົກວົນສົນແສນຮ້າຍ
ຢ້ານເລືອດໄຫລຂຶ້ນໜ້າ...........ຍາມບັນຫາມັນລົ້ນອັ່ງ..ຫັ້ນກໍ!!!
ແຕ່ກໍຊ່າງໄຂແກ້....................ບໍ່ອໍ້ແອ້ນຳໝູ່ມາລ
............................................................
ຂ້າຂໍຍໍມືນ້ອມ........................ຄຸນພໍ່ແມ່ທັງສອງ..ພໍ່ແມ່ເອີຍ
ຈົ່ງຢ່າໄດ້ເສົ້າໝອງ................ສຸກເທົ້າຜອງວັນສຸດທ້າຍ
ກັມໃດລູກສ້າງໄວ້..................ຜິດຝືນໃຈພໍ່ແມ່ກ່າວ..ມານັ້ນ
ລູກເອງຂໍອະພັຍ..ບວດໃຫ້ແທນນົມເຈົ້າ..ຂໍສອງເຖົ້າຈົ່ງຢູ່ຍືນ..ທ່ານທ້ອນ!!!
........................................................................................

ແດ່ຄຸນພໍ່ ແລະ ແມ່ ທັງສອງ

ອັມມະຕະ

17/11/06 11:03
http://www.inlao.net/Forums/AUBlogLA.aspx?tp=1157

ສອງສະຫາຍ ລາວ-ຫວຽດ

ສອງເກີ ລາວ-ຫວຽດ ຮັກແພງກັນດີ
ສ່ຽວລາວບໍ່ໄດ້ພາສາຫວຽດຄັກ ສ່ຽວຫວຽດກໍບໍ່ໄດ້ພາສາລາວດີ;
ມື້ນຶ່ງສ່ຽວລາວ ຊວນສະຫາຍຫວຽດ ໄປລ່າເນື້ອ ຍິງນົກ ຍິງໜູພໍຂ້າເວລາ.
ທັງສອງມີປືນແກ໊ບຄົນລະອັນ. ເມື່ອມຸ້ງໜ້າເຂົ້າປ່າເລິກ ວົກໄປວົນມາ ກໍບໍ່ມີແວວວ່າຈະມີເນື້ອໜ້າໃດມາໃຫ້ລ່າ,
ແລ້ວ ສ່ຽວລາວກໍອອກປາກເຕືອນວ່າ:

ລາວ: "ລະວັງເດີ ກ້ອນຂີ້!!!"
ຫວຽດ: ດີໃຈ "ຢູ່ໃສ ຢູ່ໃສ???"
ຖາມພ້ອມຍໍປືນແກ໊ບຂຶ້ນຟ້າ ໝາຍຈະຍິງເນື້ອໂຕທຳອິດໃຫ້ໄດ້.
ແລ້ວ ກໍຢຽບເອົາເຕັມແຮງ ເຕັມຕີນແທ້ໆ.

ລາວ: ບອກແລ້ວ ລະວັງກ້ອນຂີ້!!!
ຫວຽດ: ຈົ່ມໃນໃຈ "ກູນຶກວ່າແມ່ນໂຕລີງ!!!"

ອັມມະຕະ

17/11/06 8:17
http://www.inlao.net/Forums/AUBlogLA.aspx?tp=1155

ກະປູເມົາເຫລົ້າ

ມື້ນີ້ ຢາກຂໍນຳເຣື່ອງ ບໍ່ເປັນເຣື່ອງ ມາເລົ່າສູ່ຟັງ ໃນຫົວຂໍ້:
ກະປູເມົາເຫລົ້າ.

ທີ່ໜອງປີງ ມີກະປູຜົວເມັຽນຶ່ງ ອາສັຍຢູ່ໃນເຮືອນອີ່ປູ ແບບປູປູ ແລ້ວກໍມີແມ່ເຖົ້າ(ແມ່ເມັຽ) ມາພັກຢູ່ນຳ ເພື່ອເບິ່ງແຍງຫລານປູ;
ປູຜົວ ປົກກະຕິ ບໍ່ເຄີຍດື່ມເຫລົ້າຈັກເທື່ອ, ແຕ່ລະມື້ປູ ປູຜົວກໍໄປເຮັດວຽກປູ ຕາມປົກກະຕິປູ ແລ້ວກໍກັບມາບ້ານ ຕຣົງເວລາ ພາສາປູ.
ປູຜົວ ແຕ່ລະມື້ ກໍໄດ້ຮັບເທສນາຈາກແມ່ເຖົ້າ ເປັນປະຈຳ;
ມື້ນຶ່ງຫລັງຈາກທີ່ປູຖືກວຽກໜັກ ບໍ່ໄດ້ວາງມື ບວກກັບຄຳຈົ່ມນ້ອຍໃຫ່ຍຂອງແມ່ເຖົ້າ ປູກໍອົດບໍ່ໄດ້ ເພາະໃຈຊິແຕກ, ຫລັງຈາກເລີກວຽກ ປູ ເລີຍແວ່ຮ້ານ ດື່ມເຫລົ້າປູ ດື່ມແລ້ວກໍເມົາ ເມົາແລ້ວກໍກັບບ້ານ, ປູຍ່າງຕຣົງກັບບ້ານ ກ່ອນຈະເຂົ້າຕູຮົ້ວ ແມ່ເຖົ້າ ຊຶ່ງຄອງຄອຍລູກເຂີຍປູ ເປັນຫ່ວງ ເພາະ ບໍ່ເຄີຍກັບບ້ານຊ້າຈັກເທື່ອ, ແມ່ເຖົ້າພໍມາບເຫັນລູກເຂີຍ ຍ່າງຕຣົງເຂົ້າມາກໍຮູ້ທັນທີວ່າ ລູກເຂີຍເມົາເຫລົ້າຢ່າງໜັກ ຈຶ່ງເວົ້ານຳລູກສາວວ່າ:

"ແມ່ອີ່ນາງເອີຍ ຜົວມຶງເມົາເຫລົ້າມາໃດຫັ້ນ!!!
"ຢາກຖາມວ່າ ເຫດໃດ ແມ່ເຖົ້າ ຈຶ່ງຮູ້ວ່າ ລູກເຂີຍເມົາເຫລົ້າ ທັ້ງໆ ທີ່ ຍ່າງຕຣົງ ມາບ້ານໄດ້?

ປລ: ຂໍເວລາໃຫ້ທ່ານຜູ່ໃດສາມາດຕອບໄດ້ ຫລືບໍ່ ຜຂ. ຊິບອກໃນອີກສອງວັນຂ້າງໜ້າ

ອັມມະຕະ
17/11/06 7:56
http://www.inlao.net/Forums/AUBlogLA.aspx?tp=1154

ຫລົງທາງ

ຫອບສັງຂານ ເດີນຜ່ານ ມາຈາກເໜືອ
ຫຼົບໜີເສືອ ສິງຄ່າງ ຢ່າງອາດຫານ
ຫຼົງທາງເດີນ ເກີນຈະ ນານແສນນານ
ຫາອາຫານ ພຶກສາ ໝາກປ່າກິນ

ດັ້ນດຸ່ງເຂົ້າ ພະນາ ໃນປ່າສົນທ໌
ຍາມມືດມົນ ໝົ່ນໃນ ໃຈຖວິນ
ຄິດຂຶ້ນມາ ນ້ຳຕາ ຂ້າລ່ວງລິນ
ໃຈເກືອບສິ້ນ ເມື່ອຍິນ ເສືອສິງຄາງ

ສຽງເຢືອກເຢັນ ແວ້ວດັງ ແຮງຄ້ອຍ ຄ່ອຍ
ຜີກ່ອງກ່ອຍ ຂ້ອຍຍິນ ແລ້ວກະດ້າງ
ມາຫັນໃຈ ອອກໄປ ກົ້ນຂີ້ທັ່ງ
ແມວຫຼືມັ່ງ ກັນແທ້ ອີ່ແມ່ເຮົາ !

ແລ້ວນະພາ ຂອງຂ້າ ກໍເລີ້ມໄສ
ໝອກກ້ວາໄບ ໄສໄລ ແດດຊ່ອງເອົາ
ຄວາມໜາວເຢັນ ຍັງບໍ່ ຫາຍຊ່ວງເຊົາ
ຄິດແລ້ວເສົ້າ ເພາະເຮົາ ບໍ່ໄດ້ນອນ

ເຊາະຊອກຫາ ນ້ຳມາ ລູບໜ້າໄດ້
ໃຫ້ສົດໄສ ກ້າວໄປ ຂ້າງໜ້າກ່ອນ
ບໍ່ຮູ້ຫຍັງ ຈະເກີດ ກຳເນີດຢ້ອນ
ຈະສະທ້ອນ ຕອນໃດ ໃຈຂ້າຄວນ

ຫາພຶດພັນທ໌ ອາຫານ ພໍຮອງທ້ອງ
ເພາະຂ້າຕ້ອງ ເດີນໜ້າ ອີກຫຼາຍວັນ
ກ້າວລົງໃຕ້ ເບິ່ງໄລ່ ແສງຕາວັນ
ຫວິດປ່າເຫັນ ໂຄກຄ້ອຍ ເຫັນຮອຍພູ

ແມ່ນເວລກັມ ຂອງຂ້າ ມາແຕ່ໃສ?
ພູໜ່ວຍໃຫ່ຍ ກ້ຳບັງ ທາງຂ້າຢູ່
ຈະຖອຍຫຼື ກ້າວໄປ ໃຈຫົດຫູ່
ຄິດອົດສູ ບໍ່ຮູ້ ຕັດສິນໃຈ

ຄັນຈະຖອຍ ຄວນຫຼື ເຮົາຊາຍຊາຕ
ຍາມໄດ້ຕັດ ສິນໃຈ ປາຍທາງໄວ້
ຈະຍາກແຄ້ນ ແສນເຂັນ ກັ້ນຂວາງໄດ້
ຂ້າຈະໄປ ບໍ່ໄຫວວັ່ນ ສະທ້ານກົວ

ກ້າວຂຶ້ນຄ້ອຍ ດອນຊັນ ຂາສັ່ນເສັຽ
ໃຈຣະເຫັຽ ກຳລັງ ທັງຮ່າງຕົວ
ກ້າວຊົມແປກ ແມກໄມ້ ສວຍໄປທົ່ວ
ໃຈເພີນມົວ ຄວາມງາມ ທັມມະຊາດເອີຍ

ຂຶ້ນໂຄກສູງ ລຸງລັງ ສັງຂານໂຍກ
ໃນໃຈຕົກ ຂະມ່າ ມາເຫັນສາວ
ຫ່ວຍແມ່ນຜີ ເຈົ້າປ່າ ຜົມບໍ່ຍາວ
ຄັນວ່າເມົາ ເຫຼົ້າບໍ່ (ໄດ້ກິນ) ຂໍພິຈັຍ

ຈຶ່ງແລຈ້ອງ ສອດຊ່ອງ ທັງຊັ່ນເຊັນ
ໂອຍກັມເວນ ມາເຈິຜີ ເຫດໃດໄດ້
ມາແສນງາມ ຢາກເຂົ້າ ໄປທັກທາຍ
ດ້ວຍເຫຕໃດ ເດີນດ່ຽວ ທ່ຽວເອກາ

ນາງມາບເຫັນ ຂ້າຢາກເຜ່ນ ແລ່ນຫຼົບໜີ
ເອົາຊີວີ ໃຫ້ລອດ ໄປກ່ອນໜາ
ແຕ່ສຽງຫວານ ຈາຕ້ານ ຍິນສົ່ງມາ
ອ້າຍ ອ້າຍ ມາ ແຕ່ໃສ ມາຄົນດຽວ?

ນ້ອງຂຶ້ນມາ ເທິງນີ້ ເປັນປະຈຳ
ຍາມອຸກນຳ ບັນຫາ ທີ່ຂອດຂ້ຽວ
ອ້າຍເດມາ ແຕ່ໃສ ຄືເດີນດ່ຽວ?
ດອກກະຈຽວ ນີ້ງາມ ອ້າຍເອົາບໍ່?

ໂອຍອ້າຍຫລົງ ວ່ານ້ອງ ນັ້ນເປັນຜີ (ຊັ້ນດອກ)
ເພາະບໍ່ມີ ພານຄົນ ດົນແລ້ວໜໍ
ນີ້ຢູ່ໃສ ແດນໃດ ບອກໄດ້ບໍ່?
ອ້າຍນີ້ໜໍ ຫຼົງທາງ ມາແຕ່ດົນ

ໂອນີ້ແມ່ນ ແດນສົນທ໌ ພູເຂົາຄວາຍ
ຍ່າງລົງໄປ ເຈິຫ້ວຍ ໄຫຼວຽນວົນ
ອ້າຍຈະໄປ ແຫ່ງໃດ ສີໝອງໝົ່ນ
ມີຫລາຍຄົນ ຢູ່ລຸ່ມ ຊຸມນຸມກັນ

ອ້າຍບໍ່ມີ ຈຸດໝາຍ ໄວ້ແນ່ຊັດ
ພຽງແຕ່ຕັດ ສິນໃຈ ລ່າເນື້ອກັນ
ຈຶ່ງຫຼົງປ່າ ຍ່າງຫາ ຫຼາຍຄືນວັນ
ອັສຈັນ ພໍ້ນ້ອງ ຜູ່ຄ່ອງຄື!

ຫາກບໍ່ຂ້ອງ ບໍ່ຄາ ບໍ່ວ່າຫຍັງ
ອ້າຍຂໍສ້າງ ຕູບນ້ອຍ ໄດ້ບໍ່ ຫລື?
ຈະພັກຢູ່ ຫາກິນ ໄປສືບມື້
ແຕ່ບໍ່ດື້ ຊິແພງ ເຝົ້າຮັກສາ

ດິນຕອນນີ້ ແມ່ນໃຜ ເປັນເຈົ້າຂອງ?
ຂໍຈັບຈອງ ເທົ້າຜອງ ສິ້ນຊີວາ
ປຸກຕູບນ້ອຍ ຄອຍຢູ່ ດຽວເອກາ
ວາສນາ ຖ້າມີ ຊິດີເອງ

ອັມມະຕະ

14/11/06 22:11
http://www.inlao.net/Forums/AUBlogLA.aspx?tp=1132

ໂງ່

ຜູ່ທີ່ໂງ່ງ່າວຈ້າ ກ້າເກັ່ງເລັ່ງສຳຫາວ
ກ້າວກຶງເກີນກຳລັງ ຊັ່ງແນແນະບອກຊີ້
ແຕ່ບໍ່ມີຫລັກໝັ້ນ ອັນໃດໃຫ້ເດີນໄຕ່ ອຸກເດ
ອັນໂຕຊາຕອີ່ປູ ຜູ່ຍ່າງທ່ຽງບໍ່ໄດ້ ແນະໝູ່ໃຫ້ບໍ່ຮ່ອນເປັນ ຍາເອີຍ!!!

ອັມມະຕະ
6/11/06 20:33

http://www.inlao.net/Forums/AUBlogLA.aspx?tp=1058

ຄິດຮອດແຕ່ນ້ອງ

ຢາກໃຫ້ເບິ່ງຄຳເຫັນຂອງ ວາໂຍ AKA Devaking ເດວາຄິງ ຯລຯ
ມີບາງຄົນເວົ້າໃຫ້ຟັງວ່າ ເພິ່ນຜູ່ນີ້ ບໍ່ແມ່ນຄົນຄືເຮົາ ເພິ່ນແມ່ນ ຄູບາ
ແຕ່ ກັບ ຜຂ ໄດ້ຕຳກັນຫລາຍເທື່ອແລ້ວ
ບໍ່ເປັນຫຍັງເພາະ ຫາກເພິ່ນເປັນສາວົກ ກໍບໍ່ປະຕິບັດຕາມຄອງຈຶ່ງຖືກເຂົາຍ່ອງຫົວຫລິ້ນ.

http://www.inlao.net/Forums/AUBlogLA.aspx?tp=1043

ຄິດຮອດແຕ່ນ້ອງ

ຄິດ
ຮອດ
ແຕ່
ນ້ອງ


ຄິດ ຂຶ້ນມາໃຈຄ້ອຍ ຍາມຂ້ອຍຢູ່ຫ່າງໄກ
ຮອດ ຍາມງາຍເຄີຍຮ່ວມພາ ອາຫານກິນຢູ່ຊູ່ມື້
ແຕ່ ບໍ່ຄືຄາວກີ້ ມີຄົນດີຢູ່ຄຽງຂ້າງ
ນ້ອງ ນັ້ນໄປຫລົງຄ້າງ ຢູ່ຮຽງຂ້າງເພິ່ນຜູ່ໃດ?

ຄິດ ຍາມສອງເຮົາເວົ້າ ເຍົ້າຢອກແນວຂົບຂັນ
ຮອດ ເວລາສາຍັນ ຢອກກັນຍິນມ່ວນແມ້ງ
ແຕ່ ແມ່ນນ້ອງກັ່ນແກ້ງ ຫລືແປງຕັ້ງແກ້ງແຕ່ງ
ນ້ອງ ຄຳແພງໃຈແລ້ງ ຖແລງໄດ້ບໍ່ມີໄຍ

ຄິດ ຍາມສັນຍາໄວ້ ບໍ່ໄລຫ່າງໄກໜີ
ຮອດ ສາບານກັບຜີ ຜາງສາງເຈົ້າເຮືອນຢ້າວ
ແຕ່ ຄິດມາແລ້ວເສົ້າ ເໝືອນເຮົາເບິ່ງໜັງເຊົ່າ
ນ້ອງ ຈາກໄປຄວາມເກົ່າ ລົ່ນລົງບົນພື້ນເທົ້າ ບໍ່ຈາເວົ້າບໍ່ຊັ່ງຄຳ

ຄິດ ແລ້ວປົງຕົກໄດ້ ຂໍພອນໃຫ້ສາຍສມອນ
ຮອດ ບ່ອນດີເມື່ອໄດ້ຈອນ ຈົ່ງສົມພອນຢ່າວອນຮ້າຍ
ແຕ່ ເມື່ອຫາກນ້ອງໄດ້ ມີອັນໃດຂັດເຄືອງຂຸ່ນ ແພງເອີຍ
ນ້ອງ ຈົ່ງໄດ້ກັບຄືນ ບ່ອນນອນເກົ່າທີ່ອຸ່ນ ໝູນແຂນອ້າຍດັ່ງທີ່ເຄີຍ!!!

ຄິດ
ຮອດ
ແຕ່
ນ້ອງ


ອັມມະຕະ
2/11/06 21:02
http://www.inlao.net/Forums/AUBlogLA.aspx?tp=1043

ຈິຕ

ຈິຕກະແສຈິຕ

ສມັຍເປັນບ່າວ ມື້ນຶ່ງບໍ່ຮູ້ວ່າເປັນຫຍັງ ຈິຕໃຈຈຶ່ງໄຝ່ຫາ ເຂົາຜູ່ນັ້ນ ທັ້ງໆ ທີ່ ບໍ່ໄດ້ພົວພັນກັນມາດົນແສນດົນ ຫຼື ນານແສນນານ.
ສມັຍກ່ອນ ການຕິດຕໍ່ ກໍບໍ່ສະດວກສະບາຍຈັ່ງຊີ້ ໃຜມີໂທຣະສັບໃນເຮືອນ ກໍບໍ່ແມ່ນທັມມະດາ, ແລ້ວຫລາຍວັນຕໍ່ມາ ກໍພໍ້ນ້ອງສາວຍິງຄົນນັ້ນ ໄດ້ບອກວ່າ ເອື້ອຍບໍ່ສະບາຍ ເພິ່ນເຈັບຫຼັງ ໄດ້ເຂົ້າໂຮງໝໍ ລາວຢາກຕິດຕໍ່ຫາ ກໍຕິດຕໍ່ບໍ່ໄດ້ !!!
ຫຼືວ່ານາງໄດ້ສົ່ງກະແສຈິຕ ມາຕາມສາຍລົມ ແລ້ວ ກະແສຈິຕເຮົາຮັບໄດ້ ຄື້ນຕໍ່ຄື້ນ ແມ່ນອັນດຽວ frequentzy ກໍເລີຍມີການກະວົນກະວາຍເກີດຂຶ້ນ !!!

ຢາກຂຽນເປັນນິຍາຍ ແຕ່ກໍຂຽນບໍ່ເປັນ !!!

ຍາມດວງຈິຕ ຄິດເຖິງຄົນ ວົນວາຍວຸ້ນ
ນັ່ງບໍ່ອຸ່ນ ຂຸ່ນກະມົນ ໝົ່ນຣຶໄທ
ຢາກຈະເຫັນ ຢາກຈະພໍ້ ແມ່ສາຍໃຈ
ຢາກຈະໄປ ຢູ່ໄກ້ນາງ ມິ່ງສມອນ

ຈຶ່ງບັນຈົງ ລົງລາຍມື ໃນກະດາດ
ເປັນຣະຫັດ ບັນທັດແຖວ ແລວອັກສອນ
ປິດຊອງຍັດ ອັດສແຕມ ແຖມອວຍພອນ
ໃຫ້ບັງອອນ ຫາຍພັກຟື້ນ ຄືນດີເຖີດ ໂອມພຽງ !!!

ມື້ພັກ ຊິໄປຢາມ ຫາກມີເງິນຄ່າເດີນທາງ !!!

ອັມມະຕະ
28/10/06 19:59
http://www.inlao.net/Forums/AUBlogLA.aspx?tp=1030

ໃຈ

ໃຈ
ຕັດສິນໃຈ

ອຸປສັກຂ້າງໜ້ານັ້ນ ມັນຊິໃຫ່ຍໜັກໜາ ແທ້ບໍ່?
ເຮົາກ້າວບາທາລົງ ປົງໃຈລົງໄປແລ້ວ (ຫລື?)
ແມ່ນມີແນວຂວາງໜ້າ ຍາກເບົາໜາບໍ່ຢ້ານຢ່ອນ
ຂໍໃຫ້ໜ້າທີ່ຫຼ້ອນ ຢ່າໃຫ້ຢ້ອນຄາມື !

ຄືເມື່ອວຽກນ້ອຍໆ ຄອຍຖ້າຈະສຳເຣັຈ
ຜູ່ເຮັດທຳຫຼັງຍາວ ມົວເມົາຫາວງ່ວມງ້ວງ
ຕັກຕວງເວລານັ້ນ ບໍ່ສຳຄັນ ຊິແລ້ວຢູ່ ພໍ່ເອີຍ!
ຂ້ອຍໄປຫຼິ້ນກິລາ ຂາກັບມາຈະແວ່ຊູ້ ເຈົ້າກໍຮູ້ຂ້ອຍຕ້ອງທຳ !

ນຶ່ງສິ່ງທີ່ສຳຄັນນັ້ນ ມັນຂຶ້ນຢູ່ກັບໃຈ
ຍາມບໍ່ລົງມືໄປ ຂອງເບົາດາຍ ວ່າມາຍມາກ
ຂອງງ່າຍວ່າແສນຍາກ ຫາກບໍ່ລອງລົງມືກ່ອນ
ບາງເທື່ອວ່າ ງ່າຍກ່ອນປອກກ້ວາຍ
ບາງເທື່ອວ່າ ສວາຍໆກໍເຮັດໄດ້
ບາງເທື່ອວ່າ ຍາມງາຍກໍເຮັດແລ້ວ
ບາງເທື່ອວ່າ ອ້າຍແກ້ວຊິເຮັດໃຫ້
ມັນຈຶ່ງໄດ້ຢູ່ທີ່ເດີມ ຫັ້ນກໍ !

ນັ້ນຄືໃຈເຮົານີ້ ທີ່ຍັງຫ່ວງທວງສົງໄສ
ຄວາມບໍ່ໝັ້ນໃນໃຈ ງ່າຍດາຍຖືເບົານັ້ນ
ອັສຈັນຂອງເລັກນ້ອຍ ຍັງຄອງຄອຍເວລາຢູ່
ລົງມືທຳໃຫ້ມັນແລ້ວ ຢ່າມີແນວຄຶດສູ້ ຕ້ານນັ້ນມາທ່ວງດຶງ ຢ່າເນີ !

ມີຫລາຍຄົນ ທີ່ຕັດສິນໃຈເຮັດອັນໃດອັນນຶ່ງ ໃນນາທີສຸດທ້າຍວຽກກໍສຳເຣັຈ ຫາກວ່າ ບໍ່ສົມບູນ.

ອັມມະຕະ


28/10/06 19:21

http://www.inlao.net/Forums/AUBlogLA.aspx?tp=1029

Friday, April 6, 2007

ເວຣ

ອັນຊີວິດ ທີ່ເກີດມາ ມີກຳນົດ
ໄປຕາມກົດ ຟ້າກຳນົດ ຈາກສວັນ
ທຸກຍາກໄຮ້ ຈົບສວຍງາມ ມີຫລາຍຂັ້ນ
ຄືສວັນ ທ່ານກຳນົດ ກົດຊະຕາ

ບາງຄົນທຸຂ ແຕ່ສຸຂໃຈ ໄຮ້ຄວາມເສົ້າ
ຫລາຍຄົນຮັ່ງ ຢ່າງເສດຖີ ມີບັນຫາ
ທຸຂຢ້ານເສັຽ ທຸຂຢ້ານເຮັ່ຽ ທາງໜ້າຕາ
ຢ້ານໂຈຣມາ ຫາຈີ້ປຸ້ນ ວ້າວຸ້ນໃຈ

ມີເມັຽງາມ ນຳສອດຊ່ອງ ຢ້ານຫລິ້ນຊູ້
ຫາກບໍ່ຮູ້ ຕິດຕາມທັນ ມັນເສັຽຫາຍ
ເວຣຫາກມີ ຮູ້ວ່າເຂົາ ມານອກໃຈ
ໜີບໍ່ໄດ້ ເວຣບໍ່ສິ້ນ ດີ້ນບໍ່ຫລຸດ!!

ອັມມະຕະ
19/10/06 22:54
http://www.inlao.net/Forums/AUBlogLA.aspx?tp=979

ກາພ

ຜົນຂອງກັມ
ກາພ
ຢາກເກີດ ຫລື ບໍ່ຢາກເກີດ

ຢ່າຫານເວົ້າ ເກີດແກ່ເຈັບຕາຍ
ບໍ່ຖືກໃຜ ກໍບໍ່ທັນຮູ້
ຢ່າຂືນສູ້ ແຂງຄໍກ້າເກັ່ງ
ຈົ່ງເລງໄວ້ ເຫັນແລ້ວຕຶກຕອງ
ບໍ່ຖືກຕ້ອງ ເກີດທີ່ໂຕຊັງ
ບໍ່ຢາກຟັງ ກົດເກນກັມນັ້ນ
ຫານແຂງຂໍ້ ຄໍຊິຫລຸດບ່າ
ບໍ່ຫານກ້າ ເຫັນແທ້ບ່ອນເສັຽ
ເກີດເປັນເມັຽ ກັມໃຫ້ມີລູກ
ບໍ່ຫານຜູກ ລູກເກີດນຳຜົວ?
ເປັນເຈົ້າຫົວ ບໍ່ຂ້າສັດສິ່ງ
ຄົນຈຶ່ງໄດ້ ຂ້າໃຫ້ທ່ານສັນ
ເກີດເປັນສ້ວມ ຮອງຮັບອຸດຈຣະ
ເກີດເປັນພຣະ ໃຫ້ຄົນກາບໄຫ້ວ
ເກີດເປັນໄພ້ ໃຫ້ຄົນຕີຕ່ອຍ
ເກີດເປັນນ້ອຍ ໃຫ້ຫລວງຕ່ອຍຕີ
ເກີດເປັນຫົງ ໃຫ້ງາມດັ່ງຟ້າ
ສ່ວນການັ້ນ ຊ່າງແຫ້ລຊ່າງດຳ
ເອົາສີດຳ ເພາະກັມກ່ອນກີ້
ເປັນໜ້າທີ່ ຫລືໜີບໍ່ມົ້ມ
ຈຶ່ງຕ້ອງກົ້ມ ກັມທີ່ສ້າງມາ
ຢ່າຊິຫອນ ຂີນຄຳບັນຢັດ
ຢ່າຂືນຂັດ ຄຳສັ່ງອິນທ໌ເຈົ້າ
ຢ່າໂງ່ເງົ່າ ບໍ່ຢາກມາເກີດ
ໜີເກີດນັ້ນ ກັມເຈົ້າຍັງມີ
ຢ່າໄປລີ້ ນຳໝູ່ເທວາ
ບໍ່ເກີດມາ ປົນຄົນໂລກລົ້ວ
ບໍ່ຢາກມົ້ວ ກາມມາລປີ້ປົ່ນ
ໃນໂລກນີ້ ແສນວຸ້ນໝົ່ນໝອງ
ແຕ່ກໍຕ້ອງ ຮັບໃຊ້ເວນກັມ
ຊາວພັນປີ ຫລີກໜີບໍ່ມົ້ມ
ຄົນບໍ່ລົ້ມ ຢ່າໄດ້ຂ້າມກາຍ
ຍັງບໍ່ຕາຍ ໃຫ້ຮັກໃຫ້ຊອບ
ໃຫ້ປະກອບ ໃຫ້ກຽຕຊຶ່ງກັນ
ຢ່າຜຸລຜັນ ວ່າຕົນກ້າເກັ່ງ
ຢ່າໜ້າເຄັ່ງ ໃຫ້ຜ່ອນໃຫ້ຍານ
ຈະສຳຣານ ເມື່ອພາຍພາກໜ້າ
ທ່ານຢ່າທ້າ ກັມນັ້ນ ຢ່າເນີ!!!

ອັມມະຕະ
19/10/06 21:32
http://www.inlao.net/Forums/AUBlogLA.aspx?tp=978

ທຸຂ

ເຫັນພຽງສາຍຄາ
ບົດຂຽນນີ້ ແມ່ນຕອບ ທະວີ ທີ່ຖາມມາວ່າ ເປັນດ້ວຍເຫຕສັນໃດ ເຮົາຈຶ່ງຕ້ອງນັ່ງເຝົ້າໜ້າຈໍ?
ຄຳຕອບສັ້ນໆ "ກໍຍ້ອມເຮົາມີກັມ"
ອ່ານກອນນີ້ແລ້ວ ຈຶ່ງຊິຮູ້ວ່າ ໃຜແທ້ ມີກັມ!!
ຮັກແພງ

ບໍ່ຢາກມານັ່ງຈ້ອງ ມອງຊ່ອງຢູ່ໜ້າຈໍ ໜ່າຍເດ
ໃຈຊິເພຍາມໄປ ຫ່າງໄກພຽງເລັກນ້ອຍ
ຫາກມີເງິນ ຊິເອົາຫ້ອຍ ແຂວນຄໍທຸກບາດຍ່າງ ທະວີເອີຍ
ໃຫ້ມັນຢູ່ຄຽງຂ້າງ ບໍ່ໃຫ້ຮ້າງຫ່າງໄກ ແທ້ດາຍ

ຍາມໃດເປີດຂຶ້ນແລ້ວ ບໍ່ເຫັນແກ້ວສາຍແພງ
ນັ່ງແຕ່ເຊົ້າຮອດແລງ ບໍ່ມີແຮງໃຈອິດລ້າ
ນີ້ແລ້ວເພິ່ນວ່າ"ທຸຂ"ເປັນບ້າ ຄອຍການດາບໍ່ຮູ້ຕ່າວ
ຈັກວ່າເພິ່ນຂ້ອງຄາ ຈຶ່ງບໍ່ມາຈາເວົ້າ ເຮົາຈຶ່ງເສົ້າເຝົ້າໜ້າຈໍ!
ທະວີເອີຍ ຢາກຮູ້ ວ່ານັ່ງຢູ່ເຝົ້າໜ້າຈໍ ຊັ້ນບໍ່?
ເປັນສຸຂ ທຸຂຫລືໃດໜໍ ໃຜຊິພໍຕອບໄດ້?
ຈຶ່ງຕັ້ງແກ້ງຕອບໃຫ້ ບໍ່ຖືກໃຈກໍຕາມແຕ່
ຢ່າຊຸແຍ່ຮັງມົດ ມັນຊິຂົບຕອດແທ້ ໃຜຊິແກ້ໃຜຊິປົວ!!

ນັ້ນຄື "ກັມ" ອັນແທ້ ເກີດແກ່ກັບມນຸສ
ຜຸດຢາກໄລໄກໜີ ມີເວນນຳຖວ່າງຢັ້ງ
ຊາຫຍັງຄົນຢ່າງເຈົ້າ ຍັງນັ່ງເຈົານັ່ງຈໍ່
ຜູ່ເພິ່ນຕັດທາງໂລກ ບໍ່ປົງຕົກຍັງງໍ້ ຄອງລໍຖ້າຢູ່ຄືກັນ

ອັນວ່າຄວາມລາວນີ້ ມີຄ່າມາກຄວາມໝາຍ
ເຮືອນຄົນຕາຍຮ້ອງເຮືອນ"ດີ" ແມ່ນໜີກັມພົ້ນເວນແລ້ວ
ສ່ວນເກີດໃໝ່ໄຫ້ແອ້ວໆ ສຽງບົນແຊວງັນ"ກັມ"ໃໝ່
ມີຄວາມໝາຍໃຫ້ໄວ້ ເກີດມາໄດ້ຮັບກັມ ນັ້ນແລ້ວ

ເດັກເກີດມາມົ້ມທ້ອງ ແມ່ພຣະມານດາ
ຮູ້ວ່າກັມນຳພາ ເກີດມາແລ້ວໃຫ້ກາກ!
ມັນຫາກຊິແປກແທ້ ຫາກຂືນແສຫົວຍ່າມໆ
ໂລກເພິ່ນຊິວ່າຂວາງ ຕ້ອງເອົາໄປລ່ວງນ້ຳ ມື້ຄ່ຳນີ້ຢ່າຊ້ານານກັ

ກັມຂອງທະວີນີ້ ຍັງບໍ່ຮູ້ມື້ສິ້ນສຸດ
ຜຸດໆວ່າຊິໜີ ແມ່ເວນພັດນຳທື້ນ
ຄູ່ກັມ ຄືອັມມະຕະນີ້ ກໍເກີດມີພາລະຕໍ່ ໂອຍນໍ
ຄັນບໍ່ຂຽນພັດຄັນແຂ້ວ ມາຊູຊີກະດໍ້ ຈັ່ງແມ່ນສໍ້ຈັ່ງແມ່ນຖາມ ກັມນໍ!!!

ອັມມະຕະ
19/10/06 20:36
http://www.inlao.net/Forums/AUBlogLA.aspx?tp=977

ກັມ

ເຣື່ອງຂອງ
ກັມອັນວ່າກັມ ເໝືອນເງົາ ຕາມຕົວ
ຢ່າຊິມົວ ຫລົງເພີນ ຫລີກລີ້
ທຸກທົ່ວໃນ ຊົນຊັ້ນ ສູງສົ່ງ
ກໍຫາກໜີ ບໍ່ໄດ້ ດັ່ງຫວັງ

ຖືກບົ່ງໃຫ້ ເກີດມາ ເປັນຄ້ອນ
ຕະປູຍັງ ຮັບຕ້ອນ ຍາກເຂັນ
ມິເດືອດຮ້ອນ ຖືກນ່ຳ ນຳຕີ
ບ້າງກະເດັນ ກໍໜີ ບໍ່ພົ້ນ

ຣາຊສີ ໃຫ່ຍໂຕ ລິທກ້າ
ຢູ່ເບື້ອງບົນ ສັດປ່າ ແຮງນ້ອຍ
ກວາງຟານປ່າ ໂຕໃດ ຍິນດີ?
ຕ້ອງເປັນດ້ອຍ ເຍື່ອສິງຫ໌ ຢູ່ແລ!

ຈະໃຫ້ເສືອ ກິນຜັກ ໄດ້ຫຣຶ!
ໃຫ້ແດດອອກ ແດ່ນແດ້ ທ່ຽງຄືນ
ມັນຊິຂວາງ ບໍ່ຄື ໝອງເສົ້າ
ໃຜຊິຝືນ ກົດເຄົ້າ ຟ້າດິນ

ສັນໃດເຮົາ ໜີບ້ານ ພັດພາກ
ຈາກແຜ່ນດິນ ແສນຮັກ ໜີໄກ
ດັ່ງກະຊາກ ໃຈຖິ້ມ ສຸດກັ້ນ
ກໍຕ້ອງໄປ ຕາມກັມ ທີ່ມີ

ໃຫ້ຫວນຄຶດ ກົດເກນ ຟ້າປັ້ນ
ບໍ່ອາດລີ້ ລົບລັ່ນ ຫລີກໜ້າ
ໄປເຈັດຊາຕ ເຈັດຂັ້ນ ກັມຈ່ອງ
ທຸຂຄຶດຫາ ບ້ານຊ່ອງ ບໍ່ເຊົາ

ກັມເປັນຂອງ ທ່ຽງແທ້ ຢ່າທ້າ
ເຍົາວິຊາ ໄດ້ດີ ມີທົ່ວ
ມາກປັນຍາ ຂາດວຽກ ຖົມໄປ
ຢ່າໄປມົວ ໃສ່ໂທສ ໂຮງງານ

ຮູບໄສໄລ ຜຸດຜ່ອງ ໂສພາ
ແຕ່ໄດ້ຄູ່ ຜິວພັນ ແສນຮ້າຍ
ໃຜພົບໜ້າ ເຈັບແຄ້ນ ຍິ່ງໜັກ
ກັມຂອງໃຜ ມາຄັກ ແທ້ໜໍ!

ຢ່າຄຶດໜັກ ປົງຕົກ ເອົາໄວ້
ທ່ານຈະບໍ່ ເສັຽໃຈ ກົດເກນ
ມີເມັຽດີ ຜົວດຽວ ຢ່າເຂວ
ທ່ານຈະເໝັນ ກ່ອນຕາຍ ແນ່ແທ້!!!!

ອັມມະຕະ

18/10/06 21:32
http://www.inlao.net/Forums/AUBlogLA.aspx?tp=972

ຄວາມທຸຂ

ຄວາມທຸຂ
ຄວາມທຸຂ ເກີດມາຈາກບັນຫາສາມຢ່າງ ຄື
ໂລພ ໂກທ ຫລົງ
ທັງເໝິດ ຕົ້ນຕໍແມ່ນ ຕັນຫາ ຫລື ຄວາມບໍ່ພຽງພໍ

ໂລພ:
ທຸຂ ຍ້ອນຄວາມຢາກໄດ້ ມາຍມາກມະຫາສານ
ທຸຂ ຍ້ອນຄວາມຕ້ອງການ ເກີນທີ່ກຳນົດໄວ້
ທຸກ ຍ້ອນຢາກຊູໜ້າ ໃຫ້ຄົນຊາໂລກຊ່າຯ
ທຸຂ ຫາເງິນຄືບ້າ ມາໂຮມຊື້ເຄື່ອງນອກກາຍ

ທຸຂ ເມື່ອຕົນບໍ່ໄດ້ ກຳຝ່າຍການເງິນ
ທຸຂ ເມື່ອເດີນເຂົ້າວັດ ໄດ້ຂອງບໍ່ພໍເປ້
ທຸຂ ຕ້ອງຫາຂອງເອ້ ພັນທະນັງໃຫ້ຄົນກ່າວ ຫັ້ນນາ
ທຸຂ ຍາມໄປນັ່ງເຝົ້າ ຜົວຊຸມເຫລົ້າເກືອບທຸກຄືນ ໜ່າຍເດ!

ທຸຂ ຍາມກິນເຂົ້າລ້ຽງ ດອມເພື່ອນສະຫາຍແພງ
ທຸຂ ກິນເອົາເຕັມແຮງ ເລີຍບໍ່ຄຳເບິ່ງທ້ອງ
ທຸຂ ຕ້ອງທຽວເຂົ້າຫ້ອງ ສຸຂາຊຳຣະຄ່າ
ທຸຂ ຍ້ອນອອກປາກອ້າ ກິນແທ້ຄູ່ຊູ່ອັນ !

ໂກທ:
ທຸຂ ຍ້ອນໂກທາຮ້າຍ ໃຈເພິ່ນບໍ່ຄືໂຕ
ທຸຂ ຍ້ອນໂມໂຫຊັງ ວ່າເຂົາຂີ້ຮ້າຍ
ທຸຂ ວ່າຜູ່ໂສມຮ້າຍ ເຫດອັນໃດເມັຽງາມຍິ່ງ
ທຸຂ ຍ້ອນຍິ່ງຯກຽດນັ້ນ ຜູ່ພັນທ໌ກ້ຽວພັດບໍ່ມີ ຊັ້ນບໍ່?

ທຸຂ ຍ້ອນຊັງພວກເຈົ້າ ກິນເຫລົ້າເມົາສຸຣາ
ທຸຂ ຍ້ອນຄວາມຄຶດໂຕ ຖືກເຂົາມອງຂ້າມ
ທຸຂ ຍາມເຟັນຟັນແຂ້ວ ດົນມາສັງມາລົ່ນ
ທຸຂ ຜົມຄົນດຳແທ້ໆ ສັງມາແປປ່ຽນສີ ໂອຍນໍ!

ທຸຂ ວ່າແມວຂ້າງບ້ານ ມາບານຖ່າຍໃສ່ເຮືອນຕົນ
ທຸຂ ວ່າສາວລຸ້ນສອງ ບໍ່ມອງເຮົາດັ່ງຄາວກີ້
ທຸຂ ເມື່ອຍາມເຈົ້າໜີ້ ຊູຊີທວງຖາມໄຖ່
ທຸຂ ໄປມາບໍ່ໄດ້ ມີຄົນຊ້ວນມີຄົນໂຊມ ທຸຂເດ!

ຫລົງ:
ຍາມຫລົງວ່າຊັ້ນເຊື້ອ ເໜືອຟ້າມວນມະນຸສ
ສຸດແຕ່ງົມເບິ່ງຫາງ ວ່າຍາວປານໃດແທ້
ຢ່າໄດ້ຫາທາງແກ້ ວ່າໂຕມາຈາກໂລກອື່ນ
ເປັນມະນຸສຕາດຳ ຢ່າຢຽບຍ່ຳໝູ່ຂຶ້ນ ເຂົາຊິທື້ນຄືນທີຫລັງ

ອັນນຶ່ງ ຫລົງໄຫລວ່າເຂົານັ້ນ ຈະກົ້ມກາບຂໍຄະມາຯ
ນ້ອມວັນທາຄຳນັບ ກາບພະນົມດອມເຈົ້າ
ຈຶ່ງເກີດເປັນທຸຂເຂົ້າ ເຖິງໃນດວງໃຈພີ່
ນອນບໍ່ຫລັບພໍດີ້ ມີໃຜແທ້ຊິເຂົ້າໃຈ ຂ້ອຍເດ!

ຍາມຝັນວ່າຕົນນັ້ນ ເປັນເລີດເກີນຄົນ
ປົນນຳມວນອິນທ໌ພຣົມຫ໌ ສາວສນົມມາຍມາກ
ໃຫ້ເຈົ້າງົມໜ້າຜາກ ແຍງດູກະຈົກແວ່ນ ເບິ່ງເດີ
ມັນຊິຄືຜູ່ໃດ ໃຫ່ຍສຸດແສນຊ່ຳຟ້າ ກໍຄືໜ້າເຮົານີ້ເອງ ແມ່ນບໍ່???

ດັ່ງນັ້ນ ໃຫ້ເຈົ້າຕັ້ງໃຈໄວ້ ຖືຝ່າຍສາຍກາງ
ຕາມແນວທາງພຸທອົງຄ໌ ຊົງຊັ່ງສອນບອກຊີ້
ນາ ນາ ຈິດຕັງນັ້ນ ຄົນເຮົາຫລາຍແນວຕ່າງຯ
ພີ່ນ້ອງເກີດຮ່ວມທ້ອງ ກໍເຄີຍຕ້ອງດ່າຜິດຖຽງ ຫັ້ນເດ!!

ການທີ່ວາງເສີຍນີ້ ເປັນບໍ່ເກີດແຫ່ງຄວາມສຸຂ (ຖ້າຕ້ອງການ)
ມັນບໍ່ອຸກໃນສມອງ ຄຶດຕວງຈົນປວດເກົ້າ
ເຮົາຊິໄປນັ່ງເຝົ້າ ໜ້າຈໍໃຫ້ໃຜຊ່າ ແທ້ເກາະ?
ວ່າ ອັມມະຕະ ປາກເສັຽ ຫລື ອີ່ລຸງຜີບ້າ ໃຜຊິມາລົມນຳ ຢ້ານທຸຂ!!!

ອັມມະຕະ
17/10/06 23:12
http://www.inlao.net/Forums/AUBlogLA.aspx?tp=966

ຍັກສ໌ວັດແຈ້ງ ແລະ ຍັກສ໌ ວັດໂພທ໌


ຂໍສາທົກ ຍົກນິທານ ມາຂານໄຂ
ເປັນນິຍາຍ ສອງສະຫາຍ ເພື່ອນສນິດ
ຮັກກັນມາ ຕັ້ງແຕ່ນ້ອຍ ບໍ່ເຄີຍຜິດ
ຮູ້ອະໄພຍ໌ ກັນສັນມິດ ສນິດດີ

ເຂົາທັງສອງ ບໍ່ແມ່ນສັດ ສາມະນຸສ
ແຕ່ຫາກຜຸດ ກຳເນີດເປັນ ຍັກສ໌ຂີນີຍ໌
ແຕ່ທັງສອງ ອາສັຍວັດ ຊ້ວນຊີວີ
ເປັນຂີນີຍ໌ ເຝົ້າປະຕູ ຢູ່ປະຈຳ

ວັດທັງສອງ ຢູ່ໄກ້ກັນ ຄືວັດແຈ້ງ
ເປັນວັດແຫ່ງ ໃຫ່ຍລົ້ນຫລາມ ຊ່າງງາມຂຳ
ອີກວັດສອງ ຄືວັດໂພທ໌ ສວຍເລີດລ້ຳ
ວັດໂພທ໌ນຳ ຄວາມເບີກບານ ສຳຣານຕາ

ຄວາມສັມພັນທ໌ ໝັ້ນສນິດ ມິດທັງສອງ
ລ້ວນສົມປອງ ມິເສົ້າໝອງ ຕ້ອງອຸຣາ
ແຕ່ເຫຕການ ໄດ້ຜັນຜ່ານ ກາລເວລາ
ຈຶ່ງນຳພາ ຄວາມສັມພັນທ໌ ນັ້ນເດືອດດານ

ຍັກສ໌ວັດແຈ້ງ ເກີດກຳແຫງ ແກ້ງໂມໂຫ
ຟ້ອງຮ້ອງຍັກສ໌ຯ ຮັກວັດໂພທ໌ ໂສຂຶ້ນສານ
ໂຈດເອົາຄວາມ ຍັກຍອກເງິນ ໃຫ້ຢືມກັນ
ນານແສນນານ ບໍ່ສົ່ງຄືນ ຝືນສັມພັນທ໌

ຍັກສ໌ວັດແຈ້ງ ສຽງແຮງດ່າ ຍັກສ໌ວັດໂພທ໌
ຍັກສ໌ຕາໂຕ ໂຖເພື່ອນຮັກ ມິຕຂາດບັ້ນ
ມຶງຂືນລວງ ຖ່ວາງເວລາ ມາແສນນານ
ບັດນີ້ກູ ຊິຂໍຟັນ ເອົາເງິນຄືນ ຯລຯ

ຢ່າໂອ້ອວດ ວ່າໂຕເປັນ ຍັກສ໌ເມືອງຫລວງ
ມາຫລອກລວງ ທົນບຸຣີຍ໌ ໃຫ້ສຸດຝືນ
ຢື້ຢືມແລ້ວ ບໍ່ມີແວວ ຈະສົ່ງຄືນ
ຈຶ່ງຂໍຂຶ້ນ ສານປຣະນອມ ໃຫ້ວ່າຄວາມ

ຍັກສ໌ວັດໂພທ໌ ມາໄດ້ຍິນ ສຸດແສນເສົ້າ
ເພື່ອນເກີເຮົາ ສະຫາຍຮັກ ມາໃສ່ຄວາມ
ຮັກກັນນານ ຫລາຍຮ້ອຍປີ ຕ້ອງມາບວມ
ບໍ່ສູ້ຄວາມ ຈະເສັຽຊາຕ ຍັກສ໌ຢ່າງເຮົາ

ຍັກສ໌ວັດໂພທ໌ ເກີດໂມໂຫ ຈົນໂຕສັ່ນ
ດ່າບໍ່ທັນ ຍັກສ໌ວັດແຈ້ງ ຈຶ່ງຊຶມເຊົາ
ແລ້ວລົງເອີ່ຍ ດ້ວຍກຳປັ້ນ ອັນບໍ່ເບົາ
ຕີໃຫ້ເນົ່າ ເຜົາໃຫ້ຕາຍ ມະລາຍມອດ

ອັນຈະຕີ ຈະເຂັ່ນຂ້າ ກັນໃນວັດ
ບໍ່ເຫັນຄວນ ວັດຈະເສັຽ ເຮັ່ຽວາຍວອດ
ຄວນເປັນຍັກສ໌ ມາຣະຍາດ ທີ່ຂາວປອດ
ບໍ່ໃຫ້ຮອດ ເດືອດຮ້ອນເຖິງ ມວນປະຊາ ຯລຯ

ນັດກັນໄປ ອອກທາງທ່າ ເພື່ອຂ້າຟັນ
ຣົບລາກັນ ຈົນເນີນນານ ຊິນເຊື່ອຍຊາ
ສຽງກຶກກ້ອງ ກັມປະນາສ ດັ່ງຟ້າຜ່າ
ດິນຫວັ່ນໄຫວ ດັ່ງໂລກາ ຈະທະລາຍ

ລົບກັນໄປ ເລວກັນມາ ຫລາຍຟ້າແຈ້ງ
ບໍ່ເຫັນແຫ່ງ ໃຜຊະນະ ຫລືແພ້ຜ່າຍ
ສິ່ງທີ່ແທ້ ໄມ້ແທງປາກ ເລືອດທະລາຍ
ທັງສອງໄດ້ ຢຸດລົບລາ ການຕົບຕີ

ມຶງກໍເຈັບ ກູກໍໂຊມ ຮ່າງບວບຊ້ຳ
ຍ້ອນເປັນນຳ ຄຳບໍ່ສັດ ອະບັດສີ
ກູຊິຍອມ ບໍ່ເອົາຄືນ ເງິນຄືໜີ້
ຂໍມຶງຈົ່ງ ເປັນເພື່ອນດີ ແຕ່ຢ່າຄົດ

ຍັກສ໌ວັດໂພທ໌ ກໍໂງຄໍ ຍິນຍໍຮັບ
ກັບຂອບໃຈ ມີມື້ໃດ ຈະແທນທົດ
ຂໍເປັນເພື່ອນ ສະຫາຍໝັ້ນ ບໍ່ກຳນົດ
ມຶງຍົກໂທສ ກູຍິນດີ ຂໍຊົມເຊີຍ

ດັ່ງນັ້ນແລ້ວ ຄືນິທານ ທີ່ທ່ານກ່າວ
ຄືເຣື່ອງລາວ ສອງມິດຮັກ ລັກເປີດເຜີຍ
ແຕ່ສຸດທ້າຍ ເຮົາຂໍຍ້ອງ ຍໍຊົມເຊີຍ
ເພາະລົງເອີ່ຍ ກັນດ້ວຍດີ ມິເສັຽຫາຍ

ແດນນັ້ນຄື ສອງຍັກສ໌ໃຫ່ຍ ໄດ້ຕີຕົບ
ຕ້ອງບັນຈົບ ທີ່ທ່າຕຽນ ກຸດຫ້ຽນຫາຍ
ເປັນທີ່ມາ ຈາຣຶກໃຫ້ ເຮົາທັງຫລາຍ
ຈຳເອົາໄວ້ ໃຫ້ເຮົາຮ້ອງ ວ່າທ່າຕຽນ

ອັມມະຕະ
15/10/06 22:40
http://www.inlao.net/Forums/AUBlogLA.aspx?tp=955

Sunday, February 25, 2007

ຄວາມສຸຂ ມີຈັກຢ່າງ

ຄວາມສຸຂ ມີຈັກຢ່າງ?

ສຸຂ ມີເຮືອນຢູ່ຢັ້ງ ບັງແດດລົມຝົນ
ສຸຂ ມີແພຜືນງາມ ຕຸ້ມຕອມກາຍເຈົ້າ
ສຸຂ ຍ້ອນເຮົາມີເຂົ້າ ໂພຊະນາກິນອີ່ມ
ສຸຂ ມີຢາປົວແກ້ ຍ້າມໄຂ້ໄດ້ໂພຍ


ສຸຂ ມີຄົນຫອມຕຸ້ມ ຫຸ້ມຮໍ່ສັລເສີນ
ສຸຂ ມີເງິນນາຍຮັກ ວຽກມີຈຶ່ງຍືນໄດ້
ສຸຂ ມີຣົຖເກງໄວ້ ເສີມປາຣະມີຄ່າ
ສຸຂ ເມື່ອຍາມຢາກໃຊ້ ເງິນໄດ້ບໍ່ຝືດເຄືອງ

ສຸຂ ຍ້ອນມວນມິຕໄກ້ ຊ້ວນຊ່ອຍຍາມຂັດສົນ
ສຸຂ ຍາມເຮົາກັງວົນ ຂອດມວຍຊ່ອຍເຮົາແກ້
ສຸກ ແລເຫັນເຂົ້າຂາດໝໍ້ ມີຄົນຄອຍຢື້ສົ່ງ
ສຸຂ ຍາມສົ້ງຂາດກົ້ນ ມີຄົນພ້ອມຕາບເຕີມ ວ່ານາ!

ສຸຂ ຍາມກັບເຂົ້າບ້ານ ເຫັນຍິ້ມເປິ່ນຈາກເມັຽຮັກ
ສຸຂ ນ້ອງທັກທາຍຖາມ ວຽກການເປັນໃດອ້າຍ?
ສຸຂ ເມັຽຕຽມເຂົ້າໄວ້ ນ້ຳເຢັນຄອຍຖ້າພີ່
ສຸຂ ມີເມັຽບີບຄັ້ນ ກ້າມເນື້ອນັ້ນເລີຍມີແຮງ

ສຸຂ ເມື່ອເຫັນລູກແກ້ວ ຮຽນເກັ່ງເລີດວິຊາ
ສຸຂ ລູກເຂົ້າວິວາ ແຕ່ງດອງເປັນເຮືອນຢ້າວ
ສຸຂ ເຂົາເອົາຫລານໃຫ້ ພໍ່ຕູ້ ອັມ ມາລ້ຽງລ່ຳ
ສຸຂ ຍາມຫລານກ່າວຊ້ຳ ປໍ່ຕູ້ ປໍ່ຕູ້ ໂອຍ! ກິງເກົ້າ!


ສຸຂ ຍາມເຫັນເພື່ອນບ້ານ ເວົ້າມ່ວນຊວນຟັງ
ສຸຂ ເມື່ອຄວາມປອງດອງ ທົ່ງເຖິງລາວທຸກກ້ຳ
ສຸຂ ເມື່ອລາວເໜືອໃຕ້ ທຽວທາງໃດກໍສດວກ
ສຸຂ ບວກຍາມລາວພີ່ນ້ອງ ເຊົາຂ້າເຂັ່ນກັນ ແທ້ໃດ!

ສຸຂ ລາວຢູ່ໄກລ້ຳ ຂ້າມທະວີບທວງຫາ
ສຸຂ ສົນທະນາທາງສາຍ ແສນໄກກໍຄືໄກ້
ສຸຂ ບໍ່ເຄີຍເຫັນໜ້າ ເຂົ້າໃຈກັນເວົ້າສອດຄ່ອງ
ສຸຂ ຍາມລາວພີ່ນ້ອງ ໃຈຕ້ອງເປັນອັນດຽວ

ສຸຂ ຝັນວ່າຊາຕນີ້ ລາວມີນຶ່ງຄວາມປອງດອງ
ສຸຂ ຝັນວ່າລາວທັງຜອງ ທັງຟາກຂອງທັງເໜືອໃຕ້
ສຸຂ ຝັນວ່າພໍ່ພຣະແກ້ວ ກັບຄືນວຽງແສນຮຸ່ງ
ສຸຂ ຝັນວ່າກຣຸງລ້ານຊ້າງ ເຮືອງດ້າມກ່ວາເດີມ ຊັ້ນກໍ

ອັມມະຕະ

Poste in Inlao 15/10/06 18:38

http://www.inlao.net/Forums/AUBlogLA.aspx?tp=954

ລົມ

ລົມຄືວາໂຍທາຕ...........ແມ່ນອາກາດຖືກກົດດັນ
ເຫມັນຖືກຮ້ອນເຢັນ........ເລີຍກາຍເປັນອາເພທ
ແລ້ວກໍເກີດມີເຫຕ..........ລົມມະໄລຍ໌ບ້າປ່ວງ
ລ່ວງຊີວິດສັຕໂລກ.........ໃຫ້ສູລຍ໌ສິ້ນມຸ່ນທະລາຍ

ແຕ່ຫາກລົມປາກເວົ້າ.......ຮ້າຍຍິ່ງກ່ວາວາໂຍ
ຍາມອາລົມໂມໂຫ...........ໂກທໂກທາຮ້າຍ
ມັນຊິສູງຊ່ຳຟ້າ...............ຊິສັນຫາຄວາມເວົ້າໃສ່
ເຈົ້າຊິຢູ່ຊັ້ນຄົນ...............ຂ້ອຍວົນໄປຫາໄດ້
ຫລືຫາຢູ່ຊັ້ນຜີ...............ຢ່າຊຸໜີຫລີກໜ້າ
ເໝືອນຜີຟ້ານັ້ນເຂົ້າສິງ ວ່ານາ


ອັມມະຕະ

http://www.inlao.net/Forums/AUBlogLA.aspx?tp=952
14/10/06

Thursday, February 22, 2007

ຄວາມສຸກ

ຄວາມສຸກ

ອັນວ່າຄົນເຮົານີ້ ປັດໃຈສີ່ຄືຄວາມສຸຂ

ສຸຂ ຍ້ອນມີເຮືອນຊານ ຢູ່ເນົາບັງແດດກ້າ

ສຸຂ ເພາະມີເສື້ອຜ້າ ອາພອນຕຸ້ມຫົ່ມ

ສຸຂ ມີເຂົ້າອີ່ມທ້ອງ ຢາແກ້ພະຍາດພັຍ

ແຕ່ຫາກສຸຂສີ່ນີ້ ຍັງຂາດຄ່າຄຸນຄວາມໝາຍ

ຍ້ອນເຮົາຍັງອາສັຍ ຢູ່ໃນໂລກກ້ວາງ

ຍັງມີຄົນອ້ອມຂ້າງ ພັລນັງຫຸ້ມຫໍ່

ມີພໍ່ແມ່ເອື້ອຍອ້າຍ ລຸງປ້າມິຕສຫາຍ

ດັ່ງນັ້ນ ຈົ່ງລະແວງລະວັງໄວ້ ຮູ້ໃຈເພິ່ນເຫັນໃຈໂຕ

ຢ່າໄດ້ໂວໂອຫັງ ຖືຕົນວ່າເປັນເລີດ

ໃຫ້ມີໃຈປະເສີດ ສັນຕິທັມ ເປັນໃຫ່ຍ

ຫາກແມ່ນໃຜເຮັດໄດ້ ດັ່ງຢູ່ໄກ້ພໍ່ພຣະອິນທ໌

ຫາກຖືພານມາລຮ້າຍ ໃຈໝໍ່ປໍຣະປັກ

ຫັກຂາລາວນຳກັນ ໃຜຊິຕາຍຕາງລາວໄດ້

ຢ່າໄດ້ແຂງຂັນຂໍ້ ຂມຶງຂມໍໂມໂຫຕ່າວ

ໂຕວ່າໂຕກະດັດ ເຂົາພັດຍິ່ງກະດໍ້ ຊິລົງໝໍ້ອະເວຈີ ແທ້ດາຍ!

ຫາກເຮົາຂາດຫລັກຢັ້ງ ທັມມະເປັນທາງເດີນ

ມົວເພີດເພີນເດີນທາງຜິດ ເຫັນອະມິຕເປັນດອກໄມ້

ແລ້ວຫຼົງໄປເອົາຂີ້ ຕິດຫົວວ່າແກ້ວຄ່າ

ມັນກໍນຶ່ງດັ່ງບ້າ ໃຜຊິຍ້ອງວ່າງາມ ເຈົ້າເອີຍ!

ອັມມະຕະ


ນັ່ງເຝົ້າໜ້າ ຈໍ

ນັ່ງເຝົ້າໜ້າ ຈໍ!!!

ຕື່ນຂຶ້ນມາມື້ເຊົ້າ ນັ່ງເຈົ່າເຝົ້າໜ້າຈໍ
ຄອຍລໍວ່າຊິເຫັນ ວັນເພັນນາງມາໄກ້
ໄດ້ແຕ່ເປີດຄອມໄວ້ ມອງທາງໃດບໍ່ເຫັນຢູ່
ທາງ Yahoo ກໍພໍ່ພໍ້ Paltalk ກໍບໍ່ຮູ້ ໄປໝູບຄູ້ຢູ່ບ່ອນໃດ?

ເຄີຍພົບກັນຄູ່ມື້ ຍັງຈື່ເມື່ອສອງປີ
ຄົນດີວ່າມາຮຽນ ທາງໄກໄດ້ທຶນຄ້ຳ
ສອງປີນຳຄວາມຮູ້ ກັບຄືນຖານບ້ານເກົ່າ
ໄປຊ່ອຍລາວໃຫ້ດຸ້ງ ພຸ່ງຂຶ້ນດັ່ງເຂົາ ວ່ານາ!

ນາງວ່າມາຮຽນນີ້ ໄດ້ທຶນຈາກ JICA
ແມ່ນອົງການອາສາ ພັທນາຊ່ອຍທຸກດ້ານ
ກະຊິກັມປ່າໄມ້ ທັງສຶກສາເຄຫາຖິ່ນ
ການຄົວກິນຢຸກຢານັ້ນ ມີທຸກຂັ້ນຫາກກ່າວຫາ

ຕັດສິນໃຈຮຽນດ້ານ ແຕ້ມແຕ່ງ Architec
ຕັ້ງເລກບວກສົມຫານ ບັນດານແຜນຜັງນັ້ນ
ຈາກເຈັ້ຽຂາວເຖິງຂັ້ນ ຕຶກແຖວເຄຫາຫາດ
ໃຫ້ຜງາດຄຸງຟ້າ ເຊີດຊູໜ້າແກ່ລາວ

ອັນນີ້ເປັນຊາຕເຊື້ອ ອ້ອຍອິ່ງຍິງລາວ
ຫາກເຂົ້າມາອາສາ ຮຽນວິຊາທີ່ແສນຍາກ
ຝຸງຊາຍຈຶ່ງກະດາກ ເອະອີ່ນາງມາຫລົງຖິ່ນ ບໍ່ນໍ?
ເກີດມາບໍ່ເຄີຍເຫັນ ຈຶ່ງມາເພັ່ນມາພໍ້ ຂໍໃຫ້ເຈົ້າຈົ່ງສົມຫວັງ!

ການຮຽນກໍຈົບແລ້ວ ຈຶ່ງຍ້າຍແຊ່ວຄືນຫາ
ເພາະອັດຕຣາຈຳກັດ ມັດທະຍັດທຸກແນວໄວ້
ເຄື່ອງຂອງຫລາຍເສັຽດາຍແທ້ ແລອັນໃດກໍມີຄ່າ
ຈຶ່ງມັດຂອດຢ່າໃຫ້ເຫລືອ ສົ່ງທາງເຮືອຢ່າຊ້າ ມີຄ່າແທ້ຢູ່ລາວ

ແລ້ວຕໍ່ມາກໍໄດ້ ງານລ້ຽງໃຫ່ຍມອບຫລັກຖານ
ການຮຽນຄົບຈົບຫລັກການ ບໍຣິບານດີດ້ວຍ
ທຸກຄົນຊ່ວຍກັນໄວ້ ວຽກອັນໃດໃຫ້ລຸລົ່ງ
ລ້ຽງສົ່ງແຖມສັ່ງທ້າຍ ຊາໂຢນາຣາ ຄືອຳລາ

ແລະ ແລ້ວສິ່ງເຄີຍພໍ້ ລໍຢູ່ເປັນປະຈຳ
ກໍເກີດນຳບໍ່ເຫັນ ອາດຈະເປັນຍ້ອນເຄື່ອງໃຊ້
Internet Website ນັ້ນຫລາຍສິ່ງອັນບໍ່ສະດວກ
ບວກກັບທຶນມີໄວ້ ພໍໄດ້ໃຊ້ກັບຄືນລາວ ແທ້ບໍ່!

ຈຶ່ງລໍ ລໍຖ້າແກ້ວ ແອວອ່ອນໄບທອນ
ບໍ່ຫລອນມາສັ່ງຄວາມ ວ່າເໝິດຍາມຢູ່ຍັ້ງ
ພໍໄດ້ສັ່ງດອກຫຍ້າ ກ່າວຄຳລາກ່ອນຈາກ
ຢາກພົບໜ້າມື້ສຸດທ້າຍ Say Goodbye ໃຫ້ໄວ້ ກ່າວຄຳໃຫ້ອຳລາ

ຄວາມຈິງຄືດອກຟ້າ ທີມາຈາກພູເຂົາຄວາຍ
ພໍ່ກໍລວຍແມ່ແສນສວຍ ຊ່າງອຳນວຍທຸກໆດ້ານ
ການງານບໍ່ຍາກໄຮ້ ໄປທາງໃດຄົນກໍຊ່າ
ທີ່ແທ້ນາງຄືດອກຟ້າ ນາງບໍ່ແມ່ນດອກຫຍ້າ ເທວາ ນັ້ນກໍຍັງຫລົງ

ດອກຟ້າໄດ້ກັບບ້ານ ສຖານຖິ່ນແດນອານາ
ໃຫ້ຄຶດຫາຄົນໄກ ທີ່ລ່ຳໄລທຸກໆເຊົ້າ
ເອົາເວລາເລັກນ້ອຍ ຄຶດເຖິງເຂົາຜູ່ຄອຍຢູ່
ນັ່ງຈອບຢູ່ໜ້າຈໍ ຈົນຫລັງງໍຂົດຄູ້ ຄອຍຫາຊູ້ຜູ່ບໍ່ແຄຣ໌

ອັມມະຕະ

Posted at Inlao 6/10/06
http://www.inlao.net/Forums/AUBlogLA.aspx?tp=924

ຄຳນິນທາ

ໃຜຈະວ່າ ອັມມະຕະ ນີ້ຂີ້ຮ້າຍ
ຮູບບໍ່ໃຫ້ ພໍ່ບໍ່ລວຍ ຊວຍຍາມຈົນ
ດັງກໍແປ ຕາກໍຟາງ ຍ່າງເຊຊົນ
ເກີດເປັນຄົນ ແຂ້ວພັດວ່ອງ ນ້ອງເມີນໜີ

ຫູກໍເລ ຜົມກໍເພ ຫວີບໍ່ໄດ້
ຈົ່ງໜວດຈິມ ເອົາໄວ້ ເປັນພິທີ
ຍ້ອນສົບແວ່ງ ຂ້າງຊ້າຍ ເມື່ອຫລາຍປີ
ພໍໄດ້ມີ ໜວດດີ ມີໄວ້ບັງ

ຍາມສາວເຫັນ ເຢັນສາຍຕາ ມາທາຍທັກ
ບາດຄົມໜັກ ຫລັບຕາມາ ຢ່າງກຽດຊັງ
ມັນເຈັບເຂົ້າ ເຜົາຫົວໃຈ ເກືອບຢຸດຢັ້ງ
ເຈັບເໝືອນດັ່ງ ໄຟແຜດເຜົາ ເສົ້າສິ້ນແຮງ

ເຖິງອ້າຍຈົນ ຮູບອ້າຍຊາມ ແຕ່ໃຈສັຈ
ຮູ້ປະຢັດ ໝັ່ນປະຈົບ ຖລົບຖແລງ
ມັກເກັບນ້ອຍ ແຕ່ໃຈໃຫ່ຍ ທຸ້ມເຮື່ອແຮງ
ຊອກສແວງ ຊົ່ວຊີວາ ຫາຄົນຮັກ


ອັມມະຕະ


Posted at Inlao 9/25/06

http://www.inlao.net/Forums/AUBlogLA.aspx?tp=893

ຄຳນິນທາ

ຄຳນິນທາ ກາເລ ດັ່ງເທນ້ຳ
ບໍ່ຊອກຊ້ຳ ດັ່ງເອົາມີດ ມາຂີດຫີນ
ພຸທອົງຄ໌ ຜູ່ປຣະເສີດ ຍັງເຄີຍຊິນ
ຄົນເດີນດິນ ບໍ່ອາດສິ້ນ ຄຳນິນທາ

ອັນນິນທາ ມັນພາເຂວ ເຊລົງຮ່ອງ
ຢ່າໃຫ້ຂ້ອງ ດັ່ງເກີບສູງ ຄຸງບາທາ
ຈິດໝາຍໝັ້ນ ຢ່າຫວັ່ນໄຫວ ຄຳກ່າວຫາ
ແລ້ວຈະພາ ເຮົາສຸຂໃຈ ສະບາຍເອີຍ

ອັມມະຕະ

Posted at Inlao 9/25/06
http://www.inlao.net/Forums/AUBlogLA.aspx?tp=887

Hiro ຮິໂຣ

ແດ່ດອກຫຍ້າ ພູເຂົາຄວາຍ

ທຸກເວລາ……….ຂ້ອຍພູມໃຈ……ໃນໂຕເຈົ້າ
ໂຈທຂານເວົ້າ......ເຖິງໂຕເຈົ້າ…….ບໍ່ຂາດຍາມ
ທາງຊີວິດ……….ທີ່ຂ້ອຍເຄີຍ…….ກ້າວໄຕ່ຕາມ
ກໍຍ້ອນຄວາມ……ເຊື່ອໃນເຈົ້າ…….ຂໍເລົ່າໄຂ!!

ເຈົ້າເຄີຍປ້ອນ……ສອນໃຫ້ຂ້ອຍ….ຮູ້ຈັກກິນ
ເປັນອາຈິນ………ກິນເພື່ອຢູ່……...ຢ່າສົງໄສ
ບອກຣົດຊາດ……ຄາວເຄັມຫວານ...ຂື່ນຂົມໃນ
ຂອງໃດແຊບ……ເຈົ້າຍື່ນໃຫ້……...ບໍ່ຂາດມື

ຂ້ອຍຮຽນຍ່າງ…..ຕາມທາງເຈົ້າ…...ທີ່ເຝົ້າສອນ
ເລີ້ມເມື່ອຕອນ…..ກ່ອນເຄີຍຄານ…..ຫລາຍເດືອນມື້
ຕັ້ງໄຂ່ຂຶ້ນ………ບືນເຂົ້າຝາ……….ຫາບ່ອນຖື
ຫຍັບຍ່າງກ້າວ…ໄປຫລາຍມື້………ຈຶ່ງຊິນຊາ

ນຶ່ງຄຳເວົ້າ……...ພໍ່ ແລະ ແມ່…….ເຈົ້າເຄີຍສິດ
ເອື້ອຍອ້າຍຖິດ….ຄຳສອງສາມ…….ຕິດຕາມມາ
ຊື່ບັກດ່າງ………ທັງນາງແກ້ວ…….ຜູ່ໂສພາ
ສອນເວົ້າຈາ……ຫາຄວາມມ່ວນ…..ຊວນຊຶ້ງໃຈ

ໄດ້ຮຽນຮັກ…….ດ້ວຍຄວາມແພງ….ຈາກດວງຈິດ
ບໍ່ເຄີຍຄິດ………ອະຄະຕິ………….ມີເລ່ຫ໌ນັຍ
ຮັກຄອບຄົວ……ຮັກເພື່ອນບ້ານ……ມິດສຫາຍ
ສິ່ງສຸດທ້າຍ……ໃຫ້ຮັກຊາຕ……….ວັທນະທັມ

ເຈົ້າເປັນຄົນ……ທັມມະດາ…………ຢ່າງສາມັນ
ສິ່ງສຳຄັນ………ບໍ່ຕຳນິ……………ຕິຊອກຊ້ຳ
ຍາມສັງຂານ…..ນານຜັນປ່ຽນ……....ມາຢ້ຽມຢາມ
ທຸກໆຍາມ……..ຮຽນວິຊາ………….ຫາຊູ່ຕົວ

ຂ້ອຍເປັນຄົນ….ຊົນລຸ້ນໃໝ່………..ຢາກໄຕ່ຕາມ
ຫົນທາງງາມ….ທີ່ເຈົ້າແນະ………..ບໍ່ແປປົນ
ສັນຍາໃຈ…….ໄວ້ໃຫ້ເຈົ້າ…………ບໍ່ເສືອກສົນ
ຂໍເປັນຄົນ…….ເອົາຢ່າງເຈົ້າ………ແກ່ລູກຫລານ

ຂໍມອບຄຳກອນ ບົດນີ້ ໃຫ້ແກ່ ດອກຫຍ້າ ພູເຂົາຄວາຍ ເຈົ້າຂອງ ຂໍ້ຂຽນ ຮິໂຣ

ຂໍຂອບໃຈ

ອັມມະຕະ


Posted at Inlao 5/17/06

http://www.inlao.net/Forums/AUBlogLA.aspx?tp=379

ສະບາຍດີ




ສະບາຍດີ



ຜຂ. ໄດ້ສ້າງຫ້ອງນີ້ຂຶ້ນມາ ເພື່ອຄວາມບັນເທິງ,



ໃນນີ້ຈະມີຄຳ ກາພຍ໌, ກອນ, ຕລົກ ແລະ ອື່ນໆ.



ຂໍ້ຂຽນທັງເໝິດແມ່ນ ຜຂ. ໄດ້ຂຽນຂຶ້ນ ໂດຍໃຊ້ຫລາຍນາມປາກກາທີ່ໄດ້ລົງພິມຈາກຫລາຍທີ່. ຫາກສິ່ງໃດ ຫລືຄວາມເວົ້າໃດ ໄດ້ແຕະຕ້ອງຈິດໃຈທ່ານ ຈະດ້ວຍເຈຕນາ ຫລື ບໍ່ກໍຕາມ ຜຂ. ຂໍອະພັຍມານະທີ່ນີ້ດ້ວຍ.



ດ້ວຍຄວາມຮັກແພງ



ປິ່ນປຣະສົງ