Friday, April 6, 2007

ຍັກສ໌ວັດແຈ້ງ ແລະ ຍັກສ໌ ວັດໂພທ໌


ຂໍສາທົກ ຍົກນິທານ ມາຂານໄຂ
ເປັນນິຍາຍ ສອງສະຫາຍ ເພື່ອນສນິດ
ຮັກກັນມາ ຕັ້ງແຕ່ນ້ອຍ ບໍ່ເຄີຍຜິດ
ຮູ້ອະໄພຍ໌ ກັນສັນມິດ ສນິດດີ

ເຂົາທັງສອງ ບໍ່ແມ່ນສັດ ສາມະນຸສ
ແຕ່ຫາກຜຸດ ກຳເນີດເປັນ ຍັກສ໌ຂີນີຍ໌
ແຕ່ທັງສອງ ອາສັຍວັດ ຊ້ວນຊີວີ
ເປັນຂີນີຍ໌ ເຝົ້າປະຕູ ຢູ່ປະຈຳ

ວັດທັງສອງ ຢູ່ໄກ້ກັນ ຄືວັດແຈ້ງ
ເປັນວັດແຫ່ງ ໃຫ່ຍລົ້ນຫລາມ ຊ່າງງາມຂຳ
ອີກວັດສອງ ຄືວັດໂພທ໌ ສວຍເລີດລ້ຳ
ວັດໂພທ໌ນຳ ຄວາມເບີກບານ ສຳຣານຕາ

ຄວາມສັມພັນທ໌ ໝັ້ນສນິດ ມິດທັງສອງ
ລ້ວນສົມປອງ ມິເສົ້າໝອງ ຕ້ອງອຸຣາ
ແຕ່ເຫຕການ ໄດ້ຜັນຜ່ານ ກາລເວລາ
ຈຶ່ງນຳພາ ຄວາມສັມພັນທ໌ ນັ້ນເດືອດດານ

ຍັກສ໌ວັດແຈ້ງ ເກີດກຳແຫງ ແກ້ງໂມໂຫ
ຟ້ອງຮ້ອງຍັກສ໌ຯ ຮັກວັດໂພທ໌ ໂສຂຶ້ນສານ
ໂຈດເອົາຄວາມ ຍັກຍອກເງິນ ໃຫ້ຢືມກັນ
ນານແສນນານ ບໍ່ສົ່ງຄືນ ຝືນສັມພັນທ໌

ຍັກສ໌ວັດແຈ້ງ ສຽງແຮງດ່າ ຍັກສ໌ວັດໂພທ໌
ຍັກສ໌ຕາໂຕ ໂຖເພື່ອນຮັກ ມິຕຂາດບັ້ນ
ມຶງຂືນລວງ ຖ່ວາງເວລາ ມາແສນນານ
ບັດນີ້ກູ ຊິຂໍຟັນ ເອົາເງິນຄືນ ຯລຯ

ຢ່າໂອ້ອວດ ວ່າໂຕເປັນ ຍັກສ໌ເມືອງຫລວງ
ມາຫລອກລວງ ທົນບຸຣີຍ໌ ໃຫ້ສຸດຝືນ
ຢື້ຢືມແລ້ວ ບໍ່ມີແວວ ຈະສົ່ງຄືນ
ຈຶ່ງຂໍຂຶ້ນ ສານປຣະນອມ ໃຫ້ວ່າຄວາມ

ຍັກສ໌ວັດໂພທ໌ ມາໄດ້ຍິນ ສຸດແສນເສົ້າ
ເພື່ອນເກີເຮົາ ສະຫາຍຮັກ ມາໃສ່ຄວາມ
ຮັກກັນນານ ຫລາຍຮ້ອຍປີ ຕ້ອງມາບວມ
ບໍ່ສູ້ຄວາມ ຈະເສັຽຊາຕ ຍັກສ໌ຢ່າງເຮົາ

ຍັກສ໌ວັດໂພທ໌ ເກີດໂມໂຫ ຈົນໂຕສັ່ນ
ດ່າບໍ່ທັນ ຍັກສ໌ວັດແຈ້ງ ຈຶ່ງຊຶມເຊົາ
ແລ້ວລົງເອີ່ຍ ດ້ວຍກຳປັ້ນ ອັນບໍ່ເບົາ
ຕີໃຫ້ເນົ່າ ເຜົາໃຫ້ຕາຍ ມະລາຍມອດ

ອັນຈະຕີ ຈະເຂັ່ນຂ້າ ກັນໃນວັດ
ບໍ່ເຫັນຄວນ ວັດຈະເສັຽ ເຮັ່ຽວາຍວອດ
ຄວນເປັນຍັກສ໌ ມາຣະຍາດ ທີ່ຂາວປອດ
ບໍ່ໃຫ້ຮອດ ເດືອດຮ້ອນເຖິງ ມວນປະຊາ ຯລຯ

ນັດກັນໄປ ອອກທາງທ່າ ເພື່ອຂ້າຟັນ
ຣົບລາກັນ ຈົນເນີນນານ ຊິນເຊື່ອຍຊາ
ສຽງກຶກກ້ອງ ກັມປະນາສ ດັ່ງຟ້າຜ່າ
ດິນຫວັ່ນໄຫວ ດັ່ງໂລກາ ຈະທະລາຍ

ລົບກັນໄປ ເລວກັນມາ ຫລາຍຟ້າແຈ້ງ
ບໍ່ເຫັນແຫ່ງ ໃຜຊະນະ ຫລືແພ້ຜ່າຍ
ສິ່ງທີ່ແທ້ ໄມ້ແທງປາກ ເລືອດທະລາຍ
ທັງສອງໄດ້ ຢຸດລົບລາ ການຕົບຕີ

ມຶງກໍເຈັບ ກູກໍໂຊມ ຮ່າງບວບຊ້ຳ
ຍ້ອນເປັນນຳ ຄຳບໍ່ສັດ ອະບັດສີ
ກູຊິຍອມ ບໍ່ເອົາຄືນ ເງິນຄືໜີ້
ຂໍມຶງຈົ່ງ ເປັນເພື່ອນດີ ແຕ່ຢ່າຄົດ

ຍັກສ໌ວັດໂພທ໌ ກໍໂງຄໍ ຍິນຍໍຮັບ
ກັບຂອບໃຈ ມີມື້ໃດ ຈະແທນທົດ
ຂໍເປັນເພື່ອນ ສະຫາຍໝັ້ນ ບໍ່ກຳນົດ
ມຶງຍົກໂທສ ກູຍິນດີ ຂໍຊົມເຊີຍ

ດັ່ງນັ້ນແລ້ວ ຄືນິທານ ທີ່ທ່ານກ່າວ
ຄືເຣື່ອງລາວ ສອງມິດຮັກ ລັກເປີດເຜີຍ
ແຕ່ສຸດທ້າຍ ເຮົາຂໍຍ້ອງ ຍໍຊົມເຊີຍ
ເພາະລົງເອີ່ຍ ກັນດ້ວຍດີ ມິເສັຽຫາຍ

ແດນນັ້ນຄື ສອງຍັກສ໌ໃຫ່ຍ ໄດ້ຕີຕົບ
ຕ້ອງບັນຈົບ ທີ່ທ່າຕຽນ ກຸດຫ້ຽນຫາຍ
ເປັນທີ່ມາ ຈາຣຶກໃຫ້ ເຮົາທັງຫລາຍ
ຈຳເອົາໄວ້ ໃຫ້ເຮົາຮ້ອງ ວ່າທ່າຕຽນ

ອັມມະຕະ
15/10/06 22:40
http://www.inlao.net/Forums/AUBlogLA.aspx?tp=955

No comments: