Friday, April 6, 2007

ຄວາມທຸຂ

ຄວາມທຸຂ
ຄວາມທຸຂ ເກີດມາຈາກບັນຫາສາມຢ່າງ ຄື
ໂລພ ໂກທ ຫລົງ
ທັງເໝິດ ຕົ້ນຕໍແມ່ນ ຕັນຫາ ຫລື ຄວາມບໍ່ພຽງພໍ

ໂລພ:
ທຸຂ ຍ້ອນຄວາມຢາກໄດ້ ມາຍມາກມະຫາສານ
ທຸຂ ຍ້ອນຄວາມຕ້ອງການ ເກີນທີ່ກຳນົດໄວ້
ທຸກ ຍ້ອນຢາກຊູໜ້າ ໃຫ້ຄົນຊາໂລກຊ່າຯ
ທຸຂ ຫາເງິນຄືບ້າ ມາໂຮມຊື້ເຄື່ອງນອກກາຍ

ທຸຂ ເມື່ອຕົນບໍ່ໄດ້ ກຳຝ່າຍການເງິນ
ທຸຂ ເມື່ອເດີນເຂົ້າວັດ ໄດ້ຂອງບໍ່ພໍເປ້
ທຸຂ ຕ້ອງຫາຂອງເອ້ ພັນທະນັງໃຫ້ຄົນກ່າວ ຫັ້ນນາ
ທຸຂ ຍາມໄປນັ່ງເຝົ້າ ຜົວຊຸມເຫລົ້າເກືອບທຸກຄືນ ໜ່າຍເດ!

ທຸຂ ຍາມກິນເຂົ້າລ້ຽງ ດອມເພື່ອນສະຫາຍແພງ
ທຸຂ ກິນເອົາເຕັມແຮງ ເລີຍບໍ່ຄຳເບິ່ງທ້ອງ
ທຸຂ ຕ້ອງທຽວເຂົ້າຫ້ອງ ສຸຂາຊຳຣະຄ່າ
ທຸຂ ຍ້ອນອອກປາກອ້າ ກິນແທ້ຄູ່ຊູ່ອັນ !

ໂກທ:
ທຸຂ ຍ້ອນໂກທາຮ້າຍ ໃຈເພິ່ນບໍ່ຄືໂຕ
ທຸຂ ຍ້ອນໂມໂຫຊັງ ວ່າເຂົາຂີ້ຮ້າຍ
ທຸຂ ວ່າຜູ່ໂສມຮ້າຍ ເຫດອັນໃດເມັຽງາມຍິ່ງ
ທຸຂ ຍ້ອນຍິ່ງຯກຽດນັ້ນ ຜູ່ພັນທ໌ກ້ຽວພັດບໍ່ມີ ຊັ້ນບໍ່?

ທຸຂ ຍ້ອນຊັງພວກເຈົ້າ ກິນເຫລົ້າເມົາສຸຣາ
ທຸຂ ຍ້ອນຄວາມຄຶດໂຕ ຖືກເຂົາມອງຂ້າມ
ທຸຂ ຍາມເຟັນຟັນແຂ້ວ ດົນມາສັງມາລົ່ນ
ທຸຂ ຜົມຄົນດຳແທ້ໆ ສັງມາແປປ່ຽນສີ ໂອຍນໍ!

ທຸຂ ວ່າແມວຂ້າງບ້ານ ມາບານຖ່າຍໃສ່ເຮືອນຕົນ
ທຸຂ ວ່າສາວລຸ້ນສອງ ບໍ່ມອງເຮົາດັ່ງຄາວກີ້
ທຸຂ ເມື່ອຍາມເຈົ້າໜີ້ ຊູຊີທວງຖາມໄຖ່
ທຸຂ ໄປມາບໍ່ໄດ້ ມີຄົນຊ້ວນມີຄົນໂຊມ ທຸຂເດ!

ຫລົງ:
ຍາມຫລົງວ່າຊັ້ນເຊື້ອ ເໜືອຟ້າມວນມະນຸສ
ສຸດແຕ່ງົມເບິ່ງຫາງ ວ່າຍາວປານໃດແທ້
ຢ່າໄດ້ຫາທາງແກ້ ວ່າໂຕມາຈາກໂລກອື່ນ
ເປັນມະນຸສຕາດຳ ຢ່າຢຽບຍ່ຳໝູ່ຂຶ້ນ ເຂົາຊິທື້ນຄືນທີຫລັງ

ອັນນຶ່ງ ຫລົງໄຫລວ່າເຂົານັ້ນ ຈະກົ້ມກາບຂໍຄະມາຯ
ນ້ອມວັນທາຄຳນັບ ກາບພະນົມດອມເຈົ້າ
ຈຶ່ງເກີດເປັນທຸຂເຂົ້າ ເຖິງໃນດວງໃຈພີ່
ນອນບໍ່ຫລັບພໍດີ້ ມີໃຜແທ້ຊິເຂົ້າໃຈ ຂ້ອຍເດ!

ຍາມຝັນວ່າຕົນນັ້ນ ເປັນເລີດເກີນຄົນ
ປົນນຳມວນອິນທ໌ພຣົມຫ໌ ສາວສນົມມາຍມາກ
ໃຫ້ເຈົ້າງົມໜ້າຜາກ ແຍງດູກະຈົກແວ່ນ ເບິ່ງເດີ
ມັນຊິຄືຜູ່ໃດ ໃຫ່ຍສຸດແສນຊ່ຳຟ້າ ກໍຄືໜ້າເຮົານີ້ເອງ ແມ່ນບໍ່???

ດັ່ງນັ້ນ ໃຫ້ເຈົ້າຕັ້ງໃຈໄວ້ ຖືຝ່າຍສາຍກາງ
ຕາມແນວທາງພຸທອົງຄ໌ ຊົງຊັ່ງສອນບອກຊີ້
ນາ ນາ ຈິດຕັງນັ້ນ ຄົນເຮົາຫລາຍແນວຕ່າງຯ
ພີ່ນ້ອງເກີດຮ່ວມທ້ອງ ກໍເຄີຍຕ້ອງດ່າຜິດຖຽງ ຫັ້ນເດ!!

ການທີ່ວາງເສີຍນີ້ ເປັນບໍ່ເກີດແຫ່ງຄວາມສຸຂ (ຖ້າຕ້ອງການ)
ມັນບໍ່ອຸກໃນສມອງ ຄຶດຕວງຈົນປວດເກົ້າ
ເຮົາຊິໄປນັ່ງເຝົ້າ ໜ້າຈໍໃຫ້ໃຜຊ່າ ແທ້ເກາະ?
ວ່າ ອັມມະຕະ ປາກເສັຽ ຫລື ອີ່ລຸງຜີບ້າ ໃຜຊິມາລົມນຳ ຢ້ານທຸຂ!!!

ອັມມະຕະ
17/10/06 23:12
http://www.inlao.net/Forums/AUBlogLA.aspx?tp=966

No comments: