Friday, April 13, 2007

ຫລົງທາງ

ຫອບສັງຂານ ເດີນຜ່ານ ມາຈາກເໜືອ
ຫຼົບໜີເສືອ ສິງຄ່າງ ຢ່າງອາດຫານ
ຫຼົງທາງເດີນ ເກີນຈະ ນານແສນນານ
ຫາອາຫານ ພຶກສາ ໝາກປ່າກິນ

ດັ້ນດຸ່ງເຂົ້າ ພະນາ ໃນປ່າສົນທ໌
ຍາມມືດມົນ ໝົ່ນໃນ ໃຈຖວິນ
ຄິດຂຶ້ນມາ ນ້ຳຕາ ຂ້າລ່ວງລິນ
ໃຈເກືອບສິ້ນ ເມື່ອຍິນ ເສືອສິງຄາງ

ສຽງເຢືອກເຢັນ ແວ້ວດັງ ແຮງຄ້ອຍ ຄ່ອຍ
ຜີກ່ອງກ່ອຍ ຂ້ອຍຍິນ ແລ້ວກະດ້າງ
ມາຫັນໃຈ ອອກໄປ ກົ້ນຂີ້ທັ່ງ
ແມວຫຼືມັ່ງ ກັນແທ້ ອີ່ແມ່ເຮົາ !

ແລ້ວນະພາ ຂອງຂ້າ ກໍເລີ້ມໄສ
ໝອກກ້ວາໄບ ໄສໄລ ແດດຊ່ອງເອົາ
ຄວາມໜາວເຢັນ ຍັງບໍ່ ຫາຍຊ່ວງເຊົາ
ຄິດແລ້ວເສົ້າ ເພາະເຮົາ ບໍ່ໄດ້ນອນ

ເຊາະຊອກຫາ ນ້ຳມາ ລູບໜ້າໄດ້
ໃຫ້ສົດໄສ ກ້າວໄປ ຂ້າງໜ້າກ່ອນ
ບໍ່ຮູ້ຫຍັງ ຈະເກີດ ກຳເນີດຢ້ອນ
ຈະສະທ້ອນ ຕອນໃດ ໃຈຂ້າຄວນ

ຫາພຶດພັນທ໌ ອາຫານ ພໍຮອງທ້ອງ
ເພາະຂ້າຕ້ອງ ເດີນໜ້າ ອີກຫຼາຍວັນ
ກ້າວລົງໃຕ້ ເບິ່ງໄລ່ ແສງຕາວັນ
ຫວິດປ່າເຫັນ ໂຄກຄ້ອຍ ເຫັນຮອຍພູ

ແມ່ນເວລກັມ ຂອງຂ້າ ມາແຕ່ໃສ?
ພູໜ່ວຍໃຫ່ຍ ກ້ຳບັງ ທາງຂ້າຢູ່
ຈະຖອຍຫຼື ກ້າວໄປ ໃຈຫົດຫູ່
ຄິດອົດສູ ບໍ່ຮູ້ ຕັດສິນໃຈ

ຄັນຈະຖອຍ ຄວນຫຼື ເຮົາຊາຍຊາຕ
ຍາມໄດ້ຕັດ ສິນໃຈ ປາຍທາງໄວ້
ຈະຍາກແຄ້ນ ແສນເຂັນ ກັ້ນຂວາງໄດ້
ຂ້າຈະໄປ ບໍ່ໄຫວວັ່ນ ສະທ້ານກົວ

ກ້າວຂຶ້ນຄ້ອຍ ດອນຊັນ ຂາສັ່ນເສັຽ
ໃຈຣະເຫັຽ ກຳລັງ ທັງຮ່າງຕົວ
ກ້າວຊົມແປກ ແມກໄມ້ ສວຍໄປທົ່ວ
ໃຈເພີນມົວ ຄວາມງາມ ທັມມະຊາດເອີຍ

ຂຶ້ນໂຄກສູງ ລຸງລັງ ສັງຂານໂຍກ
ໃນໃຈຕົກ ຂະມ່າ ມາເຫັນສາວ
ຫ່ວຍແມ່ນຜີ ເຈົ້າປ່າ ຜົມບໍ່ຍາວ
ຄັນວ່າເມົາ ເຫຼົ້າບໍ່ (ໄດ້ກິນ) ຂໍພິຈັຍ

ຈຶ່ງແລຈ້ອງ ສອດຊ່ອງ ທັງຊັ່ນເຊັນ
ໂອຍກັມເວນ ມາເຈິຜີ ເຫດໃດໄດ້
ມາແສນງາມ ຢາກເຂົ້າ ໄປທັກທາຍ
ດ້ວຍເຫຕໃດ ເດີນດ່ຽວ ທ່ຽວເອກາ

ນາງມາບເຫັນ ຂ້າຢາກເຜ່ນ ແລ່ນຫຼົບໜີ
ເອົາຊີວີ ໃຫ້ລອດ ໄປກ່ອນໜາ
ແຕ່ສຽງຫວານ ຈາຕ້ານ ຍິນສົ່ງມາ
ອ້າຍ ອ້າຍ ມາ ແຕ່ໃສ ມາຄົນດຽວ?

ນ້ອງຂຶ້ນມາ ເທິງນີ້ ເປັນປະຈຳ
ຍາມອຸກນຳ ບັນຫາ ທີ່ຂອດຂ້ຽວ
ອ້າຍເດມາ ແຕ່ໃສ ຄືເດີນດ່ຽວ?
ດອກກະຈຽວ ນີ້ງາມ ອ້າຍເອົາບໍ່?

ໂອຍອ້າຍຫລົງ ວ່ານ້ອງ ນັ້ນເປັນຜີ (ຊັ້ນດອກ)
ເພາະບໍ່ມີ ພານຄົນ ດົນແລ້ວໜໍ
ນີ້ຢູ່ໃສ ແດນໃດ ບອກໄດ້ບໍ່?
ອ້າຍນີ້ໜໍ ຫຼົງທາງ ມາແຕ່ດົນ

ໂອນີ້ແມ່ນ ແດນສົນທ໌ ພູເຂົາຄວາຍ
ຍ່າງລົງໄປ ເຈິຫ້ວຍ ໄຫຼວຽນວົນ
ອ້າຍຈະໄປ ແຫ່ງໃດ ສີໝອງໝົ່ນ
ມີຫລາຍຄົນ ຢູ່ລຸ່ມ ຊຸມນຸມກັນ

ອ້າຍບໍ່ມີ ຈຸດໝາຍ ໄວ້ແນ່ຊັດ
ພຽງແຕ່ຕັດ ສິນໃຈ ລ່າເນື້ອກັນ
ຈຶ່ງຫຼົງປ່າ ຍ່າງຫາ ຫຼາຍຄືນວັນ
ອັສຈັນ ພໍ້ນ້ອງ ຜູ່ຄ່ອງຄື!

ຫາກບໍ່ຂ້ອງ ບໍ່ຄາ ບໍ່ວ່າຫຍັງ
ອ້າຍຂໍສ້າງ ຕູບນ້ອຍ ໄດ້ບໍ່ ຫລື?
ຈະພັກຢູ່ ຫາກິນ ໄປສືບມື້
ແຕ່ບໍ່ດື້ ຊິແພງ ເຝົ້າຮັກສາ

ດິນຕອນນີ້ ແມ່ນໃຜ ເປັນເຈົ້າຂອງ?
ຂໍຈັບຈອງ ເທົ້າຜອງ ສິ້ນຊີວາ
ປຸກຕູບນ້ອຍ ຄອຍຢູ່ ດຽວເອກາ
ວາສນາ ຖ້າມີ ຊິດີເອງ

ອັມມະຕະ

14/11/06 22:11
http://www.inlao.net/Forums/AUBlogLA.aspx?tp=1132

No comments: