Friday, April 13, 2007

ຢາກເດັດດອກໄມ້

ຢາກເດັດດອກໄມ້

ບຸບຜາມາລາໄມ້..................ໄຂກາບປະກາຍສີ
ຈູມຈີຈໍ່ງາມຕາ.....................ຫອມມາຢາກເດັດໄວ້
ເອົາໃສ່ກັນແຈແກ້ວ..............ໄບງາມແສນມີຄ່າ
ຮັກສາດວງດອກໄມ້້...............ບໍ່ຍອມໃຫ້ເສົ້າໝອງ

ກໍໄດ້ແຕ່ພຽງຈ໊ອງ..................ສອດຊ່ອງລ່ຳມອງຊົມຢ
າກຈະດົມເດັດດອມ..............ພະຍອມດວງດອກໄມ້
ພໍຍາມເມື່ອເຂົ້າໃກ້.................ຕ້ອງຖອຍໄປໃຫ້ຫ່າງ
ເພາະຜູ່ເຜິ້ງອ້ອມຂ້າງ..............ຂ້ອຍເລີຍຄ້າງເອກາ

ອີກນຶ່ງໃຈບໍ່ກ້າ.......................ຈະຟັນຜ່າອຸປສັກ
ມັກຫລາຍໜັກຫົວອົກ...............ຕົກກະໃຈເມື່ອມາຮູ້
ເຂົາມີຜູ່ຫວງຫ້າມ....................ຕອມຕາມເກສອນດອກ
ເຜິ້ງໂຕໃໝ່ບິນເຂົ້າ ເຜິ້ງໂຕເກົ່າບິນອອກ ຂ້ອຍຊອກຊ້ຳຊວງ

ໃນບາງຄັ້ງເຫັນດອກຟ້າ................ອ້າກີບຕ້ອນຮັບແສງ
ອາທິດແຍງສົດໄສ..................ຄ້າຍດັ່ງນາງຫົວເຢີ້ຍ
ແພງເອີຍສາຍໃຈຂ້ອຍ..............ບຸນບໍ່ພາວາສນາຕ່ຳ
ມອງນຳແມ່ອ່ອນນ້ອຍ................ນ້ຳຕາຂ້ອຍລັ່ງລິນ

ຫາກບໍ່ໄດ້ດຽວນີ້......................ຍາມທີ່ບຸບຜາຫອມ
ຈະຍອມຕັ້ງໃຈຄອຍ..................ຂວບປີຊິລໍຖ້າ
ລໍໃຫ້ໄບເຫລືອງຫລ້າ................ລົ່ນລົງມາໃຕ້ລ່າງ ກ່ອນເດີ
ຂ້ອຍຊິເອົາໃສ່ຖັງ ຖນອມທັງພົມນ້ຳ ບໍ່ໃຫ້ຊ້ຳໝົ່ນໝອງ

ຂໍປະຄອງສມອນນ້ອຍ.................ຜູ່ພອຍລ່ວງລົງດິນ
ຍິນດີແພງພຽນພັກ.....................ຮັກສາໂຊມຊູໄວ້
ບາດເທື່ອບຸນມີໄດ້.....................ມາໄລແຕກກ້ານກິ່ງ
ເບັ່ງບານໄບປົ່ງຊີ້.......................ຊູຂຶ້ນຊື່ນຊີວາ

ແລ້ວຈະເອົາດອກໄມ້...................ໄປປູກໃນແຈສວນ
ໃຫ້ຝູງມວນເຜິ້ງແມງ....................ແຍງດົມດອມເຈົ້າ
ຂ້ອຍຊິໄດ້ແຕ່ເຝົ້າ.......................ຍາມຄາວລ່ວງລົ່ນ
ຈະວົນວຽນຢ່າງນີ້........................ບໍ່ມີມື້ປ່ຽນແປງ ແທ້ແລ້ວ!

ອັມມະຕະ

1/1/07 20:49
http://www.inlao.net/Forums/AUBlogLA.aspx?tp=1372

No comments: