Sunday, February 25, 2007

ຄວາມສຸຂ ມີຈັກຢ່າງ

ຄວາມສຸຂ ມີຈັກຢ່າງ?

ສຸຂ ມີເຮືອນຢູ່ຢັ້ງ ບັງແດດລົມຝົນ
ສຸຂ ມີແພຜືນງາມ ຕຸ້ມຕອມກາຍເຈົ້າ
ສຸຂ ຍ້ອນເຮົາມີເຂົ້າ ໂພຊະນາກິນອີ່ມ
ສຸຂ ມີຢາປົວແກ້ ຍ້າມໄຂ້ໄດ້ໂພຍ


ສຸຂ ມີຄົນຫອມຕຸ້ມ ຫຸ້ມຮໍ່ສັລເສີນ
ສຸຂ ມີເງິນນາຍຮັກ ວຽກມີຈຶ່ງຍືນໄດ້
ສຸຂ ມີຣົຖເກງໄວ້ ເສີມປາຣະມີຄ່າ
ສຸຂ ເມື່ອຍາມຢາກໃຊ້ ເງິນໄດ້ບໍ່ຝືດເຄືອງ

ສຸຂ ຍ້ອນມວນມິຕໄກ້ ຊ້ວນຊ່ອຍຍາມຂັດສົນ
ສຸຂ ຍາມເຮົາກັງວົນ ຂອດມວຍຊ່ອຍເຮົາແກ້
ສຸກ ແລເຫັນເຂົ້າຂາດໝໍ້ ມີຄົນຄອຍຢື້ສົ່ງ
ສຸຂ ຍາມສົ້ງຂາດກົ້ນ ມີຄົນພ້ອມຕາບເຕີມ ວ່ານາ!

ສຸຂ ຍາມກັບເຂົ້າບ້ານ ເຫັນຍິ້ມເປິ່ນຈາກເມັຽຮັກ
ສຸຂ ນ້ອງທັກທາຍຖາມ ວຽກການເປັນໃດອ້າຍ?
ສຸຂ ເມັຽຕຽມເຂົ້າໄວ້ ນ້ຳເຢັນຄອຍຖ້າພີ່
ສຸຂ ມີເມັຽບີບຄັ້ນ ກ້າມເນື້ອນັ້ນເລີຍມີແຮງ

ສຸຂ ເມື່ອເຫັນລູກແກ້ວ ຮຽນເກັ່ງເລີດວິຊາ
ສຸຂ ລູກເຂົ້າວິວາ ແຕ່ງດອງເປັນເຮືອນຢ້າວ
ສຸຂ ເຂົາເອົາຫລານໃຫ້ ພໍ່ຕູ້ ອັມ ມາລ້ຽງລ່ຳ
ສຸຂ ຍາມຫລານກ່າວຊ້ຳ ປໍ່ຕູ້ ປໍ່ຕູ້ ໂອຍ! ກິງເກົ້າ!


ສຸຂ ຍາມເຫັນເພື່ອນບ້ານ ເວົ້າມ່ວນຊວນຟັງ
ສຸຂ ເມື່ອຄວາມປອງດອງ ທົ່ງເຖິງລາວທຸກກ້ຳ
ສຸຂ ເມື່ອລາວເໜືອໃຕ້ ທຽວທາງໃດກໍສດວກ
ສຸຂ ບວກຍາມລາວພີ່ນ້ອງ ເຊົາຂ້າເຂັ່ນກັນ ແທ້ໃດ!

ສຸຂ ລາວຢູ່ໄກລ້ຳ ຂ້າມທະວີບທວງຫາ
ສຸຂ ສົນທະນາທາງສາຍ ແສນໄກກໍຄືໄກ້
ສຸຂ ບໍ່ເຄີຍເຫັນໜ້າ ເຂົ້າໃຈກັນເວົ້າສອດຄ່ອງ
ສຸຂ ຍາມລາວພີ່ນ້ອງ ໃຈຕ້ອງເປັນອັນດຽວ

ສຸຂ ຝັນວ່າຊາຕນີ້ ລາວມີນຶ່ງຄວາມປອງດອງ
ສຸຂ ຝັນວ່າລາວທັງຜອງ ທັງຟາກຂອງທັງເໜືອໃຕ້
ສຸຂ ຝັນວ່າພໍ່ພຣະແກ້ວ ກັບຄືນວຽງແສນຮຸ່ງ
ສຸຂ ຝັນວ່າກຣຸງລ້ານຊ້າງ ເຮືອງດ້າມກ່ວາເດີມ ຊັ້ນກໍ

ອັມມະຕະ

Poste in Inlao 15/10/06 18:38

http://www.inlao.net/Forums/AUBlogLA.aspx?tp=954

ລົມ

ລົມຄືວາໂຍທາຕ...........ແມ່ນອາກາດຖືກກົດດັນ
ເຫມັນຖືກຮ້ອນເຢັນ........ເລີຍກາຍເປັນອາເພທ
ແລ້ວກໍເກີດມີເຫຕ..........ລົມມະໄລຍ໌ບ້າປ່ວງ
ລ່ວງຊີວິດສັຕໂລກ.........ໃຫ້ສູລຍ໌ສິ້ນມຸ່ນທະລາຍ

ແຕ່ຫາກລົມປາກເວົ້າ.......ຮ້າຍຍິ່ງກ່ວາວາໂຍ
ຍາມອາລົມໂມໂຫ...........ໂກທໂກທາຮ້າຍ
ມັນຊິສູງຊ່ຳຟ້າ...............ຊິສັນຫາຄວາມເວົ້າໃສ່
ເຈົ້າຊິຢູ່ຊັ້ນຄົນ...............ຂ້ອຍວົນໄປຫາໄດ້
ຫລືຫາຢູ່ຊັ້ນຜີ...............ຢ່າຊຸໜີຫລີກໜ້າ
ເໝືອນຜີຟ້ານັ້ນເຂົ້າສິງ ວ່ານາ


ອັມມະຕະ

http://www.inlao.net/Forums/AUBlogLA.aspx?tp=952
14/10/06

Thursday, February 22, 2007

ຄວາມສຸກ

ຄວາມສຸກ

ອັນວ່າຄົນເຮົານີ້ ປັດໃຈສີ່ຄືຄວາມສຸຂ

ສຸຂ ຍ້ອນມີເຮືອນຊານ ຢູ່ເນົາບັງແດດກ້າ

ສຸຂ ເພາະມີເສື້ອຜ້າ ອາພອນຕຸ້ມຫົ່ມ

ສຸຂ ມີເຂົ້າອີ່ມທ້ອງ ຢາແກ້ພະຍາດພັຍ

ແຕ່ຫາກສຸຂສີ່ນີ້ ຍັງຂາດຄ່າຄຸນຄວາມໝາຍ

ຍ້ອນເຮົາຍັງອາສັຍ ຢູ່ໃນໂລກກ້ວາງ

ຍັງມີຄົນອ້ອມຂ້າງ ພັລນັງຫຸ້ມຫໍ່

ມີພໍ່ແມ່ເອື້ອຍອ້າຍ ລຸງປ້າມິຕສຫາຍ

ດັ່ງນັ້ນ ຈົ່ງລະແວງລະວັງໄວ້ ຮູ້ໃຈເພິ່ນເຫັນໃຈໂຕ

ຢ່າໄດ້ໂວໂອຫັງ ຖືຕົນວ່າເປັນເລີດ

ໃຫ້ມີໃຈປະເສີດ ສັນຕິທັມ ເປັນໃຫ່ຍ

ຫາກແມ່ນໃຜເຮັດໄດ້ ດັ່ງຢູ່ໄກ້ພໍ່ພຣະອິນທ໌

ຫາກຖືພານມາລຮ້າຍ ໃຈໝໍ່ປໍຣະປັກ

ຫັກຂາລາວນຳກັນ ໃຜຊິຕາຍຕາງລາວໄດ້

ຢ່າໄດ້ແຂງຂັນຂໍ້ ຂມຶງຂມໍໂມໂຫຕ່າວ

ໂຕວ່າໂຕກະດັດ ເຂົາພັດຍິ່ງກະດໍ້ ຊິລົງໝໍ້ອະເວຈີ ແທ້ດາຍ!

ຫາກເຮົາຂາດຫລັກຢັ້ງ ທັມມະເປັນທາງເດີນ

ມົວເພີດເພີນເດີນທາງຜິດ ເຫັນອະມິຕເປັນດອກໄມ້

ແລ້ວຫຼົງໄປເອົາຂີ້ ຕິດຫົວວ່າແກ້ວຄ່າ

ມັນກໍນຶ່ງດັ່ງບ້າ ໃຜຊິຍ້ອງວ່າງາມ ເຈົ້າເອີຍ!

ອັມມະຕະ


ນັ່ງເຝົ້າໜ້າ ຈໍ

ນັ່ງເຝົ້າໜ້າ ຈໍ!!!

ຕື່ນຂຶ້ນມາມື້ເຊົ້າ ນັ່ງເຈົ່າເຝົ້າໜ້າຈໍ
ຄອຍລໍວ່າຊິເຫັນ ວັນເພັນນາງມາໄກ້
ໄດ້ແຕ່ເປີດຄອມໄວ້ ມອງທາງໃດບໍ່ເຫັນຢູ່
ທາງ Yahoo ກໍພໍ່ພໍ້ Paltalk ກໍບໍ່ຮູ້ ໄປໝູບຄູ້ຢູ່ບ່ອນໃດ?

ເຄີຍພົບກັນຄູ່ມື້ ຍັງຈື່ເມື່ອສອງປີ
ຄົນດີວ່າມາຮຽນ ທາງໄກໄດ້ທຶນຄ້ຳ
ສອງປີນຳຄວາມຮູ້ ກັບຄືນຖານບ້ານເກົ່າ
ໄປຊ່ອຍລາວໃຫ້ດຸ້ງ ພຸ່ງຂຶ້ນດັ່ງເຂົາ ວ່ານາ!

ນາງວ່າມາຮຽນນີ້ ໄດ້ທຶນຈາກ JICA
ແມ່ນອົງການອາສາ ພັທນາຊ່ອຍທຸກດ້ານ
ກະຊິກັມປ່າໄມ້ ທັງສຶກສາເຄຫາຖິ່ນ
ການຄົວກິນຢຸກຢານັ້ນ ມີທຸກຂັ້ນຫາກກ່າວຫາ

ຕັດສິນໃຈຮຽນດ້ານ ແຕ້ມແຕ່ງ Architec
ຕັ້ງເລກບວກສົມຫານ ບັນດານແຜນຜັງນັ້ນ
ຈາກເຈັ້ຽຂາວເຖິງຂັ້ນ ຕຶກແຖວເຄຫາຫາດ
ໃຫ້ຜງາດຄຸງຟ້າ ເຊີດຊູໜ້າແກ່ລາວ

ອັນນີ້ເປັນຊາຕເຊື້ອ ອ້ອຍອິ່ງຍິງລາວ
ຫາກເຂົ້າມາອາສາ ຮຽນວິຊາທີ່ແສນຍາກ
ຝຸງຊາຍຈຶ່ງກະດາກ ເອະອີ່ນາງມາຫລົງຖິ່ນ ບໍ່ນໍ?
ເກີດມາບໍ່ເຄີຍເຫັນ ຈຶ່ງມາເພັ່ນມາພໍ້ ຂໍໃຫ້ເຈົ້າຈົ່ງສົມຫວັງ!

ການຮຽນກໍຈົບແລ້ວ ຈຶ່ງຍ້າຍແຊ່ວຄືນຫາ
ເພາະອັດຕຣາຈຳກັດ ມັດທະຍັດທຸກແນວໄວ້
ເຄື່ອງຂອງຫລາຍເສັຽດາຍແທ້ ແລອັນໃດກໍມີຄ່າ
ຈຶ່ງມັດຂອດຢ່າໃຫ້ເຫລືອ ສົ່ງທາງເຮືອຢ່າຊ້າ ມີຄ່າແທ້ຢູ່ລາວ

ແລ້ວຕໍ່ມາກໍໄດ້ ງານລ້ຽງໃຫ່ຍມອບຫລັກຖານ
ການຮຽນຄົບຈົບຫລັກການ ບໍຣິບານດີດ້ວຍ
ທຸກຄົນຊ່ວຍກັນໄວ້ ວຽກອັນໃດໃຫ້ລຸລົ່ງ
ລ້ຽງສົ່ງແຖມສັ່ງທ້າຍ ຊາໂຢນາຣາ ຄືອຳລາ

ແລະ ແລ້ວສິ່ງເຄີຍພໍ້ ລໍຢູ່ເປັນປະຈຳ
ກໍເກີດນຳບໍ່ເຫັນ ອາດຈະເປັນຍ້ອນເຄື່ອງໃຊ້
Internet Website ນັ້ນຫລາຍສິ່ງອັນບໍ່ສະດວກ
ບວກກັບທຶນມີໄວ້ ພໍໄດ້ໃຊ້ກັບຄືນລາວ ແທ້ບໍ່!

ຈຶ່ງລໍ ລໍຖ້າແກ້ວ ແອວອ່ອນໄບທອນ
ບໍ່ຫລອນມາສັ່ງຄວາມ ວ່າເໝິດຍາມຢູ່ຍັ້ງ
ພໍໄດ້ສັ່ງດອກຫຍ້າ ກ່າວຄຳລາກ່ອນຈາກ
ຢາກພົບໜ້າມື້ສຸດທ້າຍ Say Goodbye ໃຫ້ໄວ້ ກ່າວຄຳໃຫ້ອຳລາ

ຄວາມຈິງຄືດອກຟ້າ ທີມາຈາກພູເຂົາຄວາຍ
ພໍ່ກໍລວຍແມ່ແສນສວຍ ຊ່າງອຳນວຍທຸກໆດ້ານ
ການງານບໍ່ຍາກໄຮ້ ໄປທາງໃດຄົນກໍຊ່າ
ທີ່ແທ້ນາງຄືດອກຟ້າ ນາງບໍ່ແມ່ນດອກຫຍ້າ ເທວາ ນັ້ນກໍຍັງຫລົງ

ດອກຟ້າໄດ້ກັບບ້ານ ສຖານຖິ່ນແດນອານາ
ໃຫ້ຄຶດຫາຄົນໄກ ທີ່ລ່ຳໄລທຸກໆເຊົ້າ
ເອົາເວລາເລັກນ້ອຍ ຄຶດເຖິງເຂົາຜູ່ຄອຍຢູ່
ນັ່ງຈອບຢູ່ໜ້າຈໍ ຈົນຫລັງງໍຂົດຄູ້ ຄອຍຫາຊູ້ຜູ່ບໍ່ແຄຣ໌

ອັມມະຕະ

Posted at Inlao 6/10/06
http://www.inlao.net/Forums/AUBlogLA.aspx?tp=924

ຄຳນິນທາ

ໃຜຈະວ່າ ອັມມະຕະ ນີ້ຂີ້ຮ້າຍ
ຮູບບໍ່ໃຫ້ ພໍ່ບໍ່ລວຍ ຊວຍຍາມຈົນ
ດັງກໍແປ ຕາກໍຟາງ ຍ່າງເຊຊົນ
ເກີດເປັນຄົນ ແຂ້ວພັດວ່ອງ ນ້ອງເມີນໜີ

ຫູກໍເລ ຜົມກໍເພ ຫວີບໍ່ໄດ້
ຈົ່ງໜວດຈິມ ເອົາໄວ້ ເປັນພິທີ
ຍ້ອນສົບແວ່ງ ຂ້າງຊ້າຍ ເມື່ອຫລາຍປີ
ພໍໄດ້ມີ ໜວດດີ ມີໄວ້ບັງ

ຍາມສາວເຫັນ ເຢັນສາຍຕາ ມາທາຍທັກ
ບາດຄົມໜັກ ຫລັບຕາມາ ຢ່າງກຽດຊັງ
ມັນເຈັບເຂົ້າ ເຜົາຫົວໃຈ ເກືອບຢຸດຢັ້ງ
ເຈັບເໝືອນດັ່ງ ໄຟແຜດເຜົາ ເສົ້າສິ້ນແຮງ

ເຖິງອ້າຍຈົນ ຮູບອ້າຍຊາມ ແຕ່ໃຈສັຈ
ຮູ້ປະຢັດ ໝັ່ນປະຈົບ ຖລົບຖແລງ
ມັກເກັບນ້ອຍ ແຕ່ໃຈໃຫ່ຍ ທຸ້ມເຮື່ອແຮງ
ຊອກສແວງ ຊົ່ວຊີວາ ຫາຄົນຮັກ


ອັມມະຕະ


Posted at Inlao 9/25/06

http://www.inlao.net/Forums/AUBlogLA.aspx?tp=893

ຄຳນິນທາ

ຄຳນິນທາ ກາເລ ດັ່ງເທນ້ຳ
ບໍ່ຊອກຊ້ຳ ດັ່ງເອົາມີດ ມາຂີດຫີນ
ພຸທອົງຄ໌ ຜູ່ປຣະເສີດ ຍັງເຄີຍຊິນ
ຄົນເດີນດິນ ບໍ່ອາດສິ້ນ ຄຳນິນທາ

ອັນນິນທາ ມັນພາເຂວ ເຊລົງຮ່ອງ
ຢ່າໃຫ້ຂ້ອງ ດັ່ງເກີບສູງ ຄຸງບາທາ
ຈິດໝາຍໝັ້ນ ຢ່າຫວັ່ນໄຫວ ຄຳກ່າວຫາ
ແລ້ວຈະພາ ເຮົາສຸຂໃຈ ສະບາຍເອີຍ

ອັມມະຕະ

Posted at Inlao 9/25/06
http://www.inlao.net/Forums/AUBlogLA.aspx?tp=887

Hiro ຮິໂຣ

ແດ່ດອກຫຍ້າ ພູເຂົາຄວາຍ

ທຸກເວລາ……….ຂ້ອຍພູມໃຈ……ໃນໂຕເຈົ້າ
ໂຈທຂານເວົ້າ......ເຖິງໂຕເຈົ້າ…….ບໍ່ຂາດຍາມ
ທາງຊີວິດ……….ທີ່ຂ້ອຍເຄີຍ…….ກ້າວໄຕ່ຕາມ
ກໍຍ້ອນຄວາມ……ເຊື່ອໃນເຈົ້າ…….ຂໍເລົ່າໄຂ!!

ເຈົ້າເຄີຍປ້ອນ……ສອນໃຫ້ຂ້ອຍ….ຮູ້ຈັກກິນ
ເປັນອາຈິນ………ກິນເພື່ອຢູ່……...ຢ່າສົງໄສ
ບອກຣົດຊາດ……ຄາວເຄັມຫວານ...ຂື່ນຂົມໃນ
ຂອງໃດແຊບ……ເຈົ້າຍື່ນໃຫ້……...ບໍ່ຂາດມື

ຂ້ອຍຮຽນຍ່າງ…..ຕາມທາງເຈົ້າ…...ທີ່ເຝົ້າສອນ
ເລີ້ມເມື່ອຕອນ…..ກ່ອນເຄີຍຄານ…..ຫລາຍເດືອນມື້
ຕັ້ງໄຂ່ຂຶ້ນ………ບືນເຂົ້າຝາ……….ຫາບ່ອນຖື
ຫຍັບຍ່າງກ້າວ…ໄປຫລາຍມື້………ຈຶ່ງຊິນຊາ

ນຶ່ງຄຳເວົ້າ……...ພໍ່ ແລະ ແມ່…….ເຈົ້າເຄີຍສິດ
ເອື້ອຍອ້າຍຖິດ….ຄຳສອງສາມ…….ຕິດຕາມມາ
ຊື່ບັກດ່າງ………ທັງນາງແກ້ວ…….ຜູ່ໂສພາ
ສອນເວົ້າຈາ……ຫາຄວາມມ່ວນ…..ຊວນຊຶ້ງໃຈ

ໄດ້ຮຽນຮັກ…….ດ້ວຍຄວາມແພງ….ຈາກດວງຈິດ
ບໍ່ເຄີຍຄິດ………ອະຄະຕິ………….ມີເລ່ຫ໌ນັຍ
ຮັກຄອບຄົວ……ຮັກເພື່ອນບ້ານ……ມິດສຫາຍ
ສິ່ງສຸດທ້າຍ……ໃຫ້ຮັກຊາຕ……….ວັທນະທັມ

ເຈົ້າເປັນຄົນ……ທັມມະດາ…………ຢ່າງສາມັນ
ສິ່ງສຳຄັນ………ບໍ່ຕຳນິ……………ຕິຊອກຊ້ຳ
ຍາມສັງຂານ…..ນານຜັນປ່ຽນ……....ມາຢ້ຽມຢາມ
ທຸກໆຍາມ……..ຮຽນວິຊາ………….ຫາຊູ່ຕົວ

ຂ້ອຍເປັນຄົນ….ຊົນລຸ້ນໃໝ່………..ຢາກໄຕ່ຕາມ
ຫົນທາງງາມ….ທີ່ເຈົ້າແນະ………..ບໍ່ແປປົນ
ສັນຍາໃຈ…….ໄວ້ໃຫ້ເຈົ້າ…………ບໍ່ເສືອກສົນ
ຂໍເປັນຄົນ…….ເອົາຢ່າງເຈົ້າ………ແກ່ລູກຫລານ

ຂໍມອບຄຳກອນ ບົດນີ້ ໃຫ້ແກ່ ດອກຫຍ້າ ພູເຂົາຄວາຍ ເຈົ້າຂອງ ຂໍ້ຂຽນ ຮິໂຣ

ຂໍຂອບໃຈ

ອັມມະຕະ


Posted at Inlao 5/17/06

http://www.inlao.net/Forums/AUBlogLA.aspx?tp=379

ສະບາຍດີ




ສະບາຍດີ



ຜຂ. ໄດ້ສ້າງຫ້ອງນີ້ຂຶ້ນມາ ເພື່ອຄວາມບັນເທິງ,



ໃນນີ້ຈະມີຄຳ ກາພຍ໌, ກອນ, ຕລົກ ແລະ ອື່ນໆ.



ຂໍ້ຂຽນທັງເໝິດແມ່ນ ຜຂ. ໄດ້ຂຽນຂຶ້ນ ໂດຍໃຊ້ຫລາຍນາມປາກກາທີ່ໄດ້ລົງພິມຈາກຫລາຍທີ່. ຫາກສິ່ງໃດ ຫລືຄວາມເວົ້າໃດ ໄດ້ແຕະຕ້ອງຈິດໃຈທ່ານ ຈະດ້ວຍເຈຕນາ ຫລື ບໍ່ກໍຕາມ ຜຂ. ຂໍອະພັຍມານະທີ່ນີ້ດ້ວຍ.



ດ້ວຍຄວາມຮັກແພງ



ປິ່ນປຣະສົງ