Friday, April 6, 2007

ເວຣ

ອັນຊີວິດ ທີ່ເກີດມາ ມີກຳນົດ
ໄປຕາມກົດ ຟ້າກຳນົດ ຈາກສວັນ
ທຸກຍາກໄຮ້ ຈົບສວຍງາມ ມີຫລາຍຂັ້ນ
ຄືສວັນ ທ່ານກຳນົດ ກົດຊະຕາ

ບາງຄົນທຸຂ ແຕ່ສຸຂໃຈ ໄຮ້ຄວາມເສົ້າ
ຫລາຍຄົນຮັ່ງ ຢ່າງເສດຖີ ມີບັນຫາ
ທຸຂຢ້ານເສັຽ ທຸຂຢ້ານເຮັ່ຽ ທາງໜ້າຕາ
ຢ້ານໂຈຣມາ ຫາຈີ້ປຸ້ນ ວ້າວຸ້ນໃຈ

ມີເມັຽງາມ ນຳສອດຊ່ອງ ຢ້ານຫລິ້ນຊູ້
ຫາກບໍ່ຮູ້ ຕິດຕາມທັນ ມັນເສັຽຫາຍ
ເວຣຫາກມີ ຮູ້ວ່າເຂົາ ມານອກໃຈ
ໜີບໍ່ໄດ້ ເວຣບໍ່ສິ້ນ ດີ້ນບໍ່ຫລຸດ!!

ອັມມະຕະ
19/10/06 22:54
http://www.inlao.net/Forums/AUBlogLA.aspx?tp=979

ກາພ

ຜົນຂອງກັມ
ກາພ
ຢາກເກີດ ຫລື ບໍ່ຢາກເກີດ

ຢ່າຫານເວົ້າ ເກີດແກ່ເຈັບຕາຍ
ບໍ່ຖືກໃຜ ກໍບໍ່ທັນຮູ້
ຢ່າຂືນສູ້ ແຂງຄໍກ້າເກັ່ງ
ຈົ່ງເລງໄວ້ ເຫັນແລ້ວຕຶກຕອງ
ບໍ່ຖືກຕ້ອງ ເກີດທີ່ໂຕຊັງ
ບໍ່ຢາກຟັງ ກົດເກນກັມນັ້ນ
ຫານແຂງຂໍ້ ຄໍຊິຫລຸດບ່າ
ບໍ່ຫານກ້າ ເຫັນແທ້ບ່ອນເສັຽ
ເກີດເປັນເມັຽ ກັມໃຫ້ມີລູກ
ບໍ່ຫານຜູກ ລູກເກີດນຳຜົວ?
ເປັນເຈົ້າຫົວ ບໍ່ຂ້າສັດສິ່ງ
ຄົນຈຶ່ງໄດ້ ຂ້າໃຫ້ທ່ານສັນ
ເກີດເປັນສ້ວມ ຮອງຮັບອຸດຈຣະ
ເກີດເປັນພຣະ ໃຫ້ຄົນກາບໄຫ້ວ
ເກີດເປັນໄພ້ ໃຫ້ຄົນຕີຕ່ອຍ
ເກີດເປັນນ້ອຍ ໃຫ້ຫລວງຕ່ອຍຕີ
ເກີດເປັນຫົງ ໃຫ້ງາມດັ່ງຟ້າ
ສ່ວນການັ້ນ ຊ່າງແຫ້ລຊ່າງດຳ
ເອົາສີດຳ ເພາະກັມກ່ອນກີ້
ເປັນໜ້າທີ່ ຫລືໜີບໍ່ມົ້ມ
ຈຶ່ງຕ້ອງກົ້ມ ກັມທີ່ສ້າງມາ
ຢ່າຊິຫອນ ຂີນຄຳບັນຢັດ
ຢ່າຂືນຂັດ ຄຳສັ່ງອິນທ໌ເຈົ້າ
ຢ່າໂງ່ເງົ່າ ບໍ່ຢາກມາເກີດ
ໜີເກີດນັ້ນ ກັມເຈົ້າຍັງມີ
ຢ່າໄປລີ້ ນຳໝູ່ເທວາ
ບໍ່ເກີດມາ ປົນຄົນໂລກລົ້ວ
ບໍ່ຢາກມົ້ວ ກາມມາລປີ້ປົ່ນ
ໃນໂລກນີ້ ແສນວຸ້ນໝົ່ນໝອງ
ແຕ່ກໍຕ້ອງ ຮັບໃຊ້ເວນກັມ
ຊາວພັນປີ ຫລີກໜີບໍ່ມົ້ມ
ຄົນບໍ່ລົ້ມ ຢ່າໄດ້ຂ້າມກາຍ
ຍັງບໍ່ຕາຍ ໃຫ້ຮັກໃຫ້ຊອບ
ໃຫ້ປະກອບ ໃຫ້ກຽຕຊຶ່ງກັນ
ຢ່າຜຸລຜັນ ວ່າຕົນກ້າເກັ່ງ
ຢ່າໜ້າເຄັ່ງ ໃຫ້ຜ່ອນໃຫ້ຍານ
ຈະສຳຣານ ເມື່ອພາຍພາກໜ້າ
ທ່ານຢ່າທ້າ ກັມນັ້ນ ຢ່າເນີ!!!

ອັມມະຕະ
19/10/06 21:32
http://www.inlao.net/Forums/AUBlogLA.aspx?tp=978

ທຸຂ

ເຫັນພຽງສາຍຄາ
ບົດຂຽນນີ້ ແມ່ນຕອບ ທະວີ ທີ່ຖາມມາວ່າ ເປັນດ້ວຍເຫຕສັນໃດ ເຮົາຈຶ່ງຕ້ອງນັ່ງເຝົ້າໜ້າຈໍ?
ຄຳຕອບສັ້ນໆ "ກໍຍ້ອມເຮົາມີກັມ"
ອ່ານກອນນີ້ແລ້ວ ຈຶ່ງຊິຮູ້ວ່າ ໃຜແທ້ ມີກັມ!!
ຮັກແພງ

ບໍ່ຢາກມານັ່ງຈ້ອງ ມອງຊ່ອງຢູ່ໜ້າຈໍ ໜ່າຍເດ
ໃຈຊິເພຍາມໄປ ຫ່າງໄກພຽງເລັກນ້ອຍ
ຫາກມີເງິນ ຊິເອົາຫ້ອຍ ແຂວນຄໍທຸກບາດຍ່າງ ທະວີເອີຍ
ໃຫ້ມັນຢູ່ຄຽງຂ້າງ ບໍ່ໃຫ້ຮ້າງຫ່າງໄກ ແທ້ດາຍ

ຍາມໃດເປີດຂຶ້ນແລ້ວ ບໍ່ເຫັນແກ້ວສາຍແພງ
ນັ່ງແຕ່ເຊົ້າຮອດແລງ ບໍ່ມີແຮງໃຈອິດລ້າ
ນີ້ແລ້ວເພິ່ນວ່າ"ທຸຂ"ເປັນບ້າ ຄອຍການດາບໍ່ຮູ້ຕ່າວ
ຈັກວ່າເພິ່ນຂ້ອງຄາ ຈຶ່ງບໍ່ມາຈາເວົ້າ ເຮົາຈຶ່ງເສົ້າເຝົ້າໜ້າຈໍ!
ທະວີເອີຍ ຢາກຮູ້ ວ່ານັ່ງຢູ່ເຝົ້າໜ້າຈໍ ຊັ້ນບໍ່?
ເປັນສຸຂ ທຸຂຫລືໃດໜໍ ໃຜຊິພໍຕອບໄດ້?
ຈຶ່ງຕັ້ງແກ້ງຕອບໃຫ້ ບໍ່ຖືກໃຈກໍຕາມແຕ່
ຢ່າຊຸແຍ່ຮັງມົດ ມັນຊິຂົບຕອດແທ້ ໃຜຊິແກ້ໃຜຊິປົວ!!

ນັ້ນຄື "ກັມ" ອັນແທ້ ເກີດແກ່ກັບມນຸສ
ຜຸດຢາກໄລໄກໜີ ມີເວນນຳຖວ່າງຢັ້ງ
ຊາຫຍັງຄົນຢ່າງເຈົ້າ ຍັງນັ່ງເຈົານັ່ງຈໍ່
ຜູ່ເພິ່ນຕັດທາງໂລກ ບໍ່ປົງຕົກຍັງງໍ້ ຄອງລໍຖ້າຢູ່ຄືກັນ

ອັນວ່າຄວາມລາວນີ້ ມີຄ່າມາກຄວາມໝາຍ
ເຮືອນຄົນຕາຍຮ້ອງເຮືອນ"ດີ" ແມ່ນໜີກັມພົ້ນເວນແລ້ວ
ສ່ວນເກີດໃໝ່ໄຫ້ແອ້ວໆ ສຽງບົນແຊວງັນ"ກັມ"ໃໝ່
ມີຄວາມໝາຍໃຫ້ໄວ້ ເກີດມາໄດ້ຮັບກັມ ນັ້ນແລ້ວ

ເດັກເກີດມາມົ້ມທ້ອງ ແມ່ພຣະມານດາ
ຮູ້ວ່າກັມນຳພາ ເກີດມາແລ້ວໃຫ້ກາກ!
ມັນຫາກຊິແປກແທ້ ຫາກຂືນແສຫົວຍ່າມໆ
ໂລກເພິ່ນຊິວ່າຂວາງ ຕ້ອງເອົາໄປລ່ວງນ້ຳ ມື້ຄ່ຳນີ້ຢ່າຊ້ານານກັ

ກັມຂອງທະວີນີ້ ຍັງບໍ່ຮູ້ມື້ສິ້ນສຸດ
ຜຸດໆວ່າຊິໜີ ແມ່ເວນພັດນຳທື້ນ
ຄູ່ກັມ ຄືອັມມະຕະນີ້ ກໍເກີດມີພາລະຕໍ່ ໂອຍນໍ
ຄັນບໍ່ຂຽນພັດຄັນແຂ້ວ ມາຊູຊີກະດໍ້ ຈັ່ງແມ່ນສໍ້ຈັ່ງແມ່ນຖາມ ກັມນໍ!!!

ອັມມະຕະ
19/10/06 20:36
http://www.inlao.net/Forums/AUBlogLA.aspx?tp=977

ກັມ

ເຣື່ອງຂອງ
ກັມອັນວ່າກັມ ເໝືອນເງົາ ຕາມຕົວ
ຢ່າຊິມົວ ຫລົງເພີນ ຫລີກລີ້
ທຸກທົ່ວໃນ ຊົນຊັ້ນ ສູງສົ່ງ
ກໍຫາກໜີ ບໍ່ໄດ້ ດັ່ງຫວັງ

ຖືກບົ່ງໃຫ້ ເກີດມາ ເປັນຄ້ອນ
ຕະປູຍັງ ຮັບຕ້ອນ ຍາກເຂັນ
ມິເດືອດຮ້ອນ ຖືກນ່ຳ ນຳຕີ
ບ້າງກະເດັນ ກໍໜີ ບໍ່ພົ້ນ

ຣາຊສີ ໃຫ່ຍໂຕ ລິທກ້າ
ຢູ່ເບື້ອງບົນ ສັດປ່າ ແຮງນ້ອຍ
ກວາງຟານປ່າ ໂຕໃດ ຍິນດີ?
ຕ້ອງເປັນດ້ອຍ ເຍື່ອສິງຫ໌ ຢູ່ແລ!

ຈະໃຫ້ເສືອ ກິນຜັກ ໄດ້ຫຣຶ!
ໃຫ້ແດດອອກ ແດ່ນແດ້ ທ່ຽງຄືນ
ມັນຊິຂວາງ ບໍ່ຄື ໝອງເສົ້າ
ໃຜຊິຝືນ ກົດເຄົ້າ ຟ້າດິນ

ສັນໃດເຮົາ ໜີບ້ານ ພັດພາກ
ຈາກແຜ່ນດິນ ແສນຮັກ ໜີໄກ
ດັ່ງກະຊາກ ໃຈຖິ້ມ ສຸດກັ້ນ
ກໍຕ້ອງໄປ ຕາມກັມ ທີ່ມີ

ໃຫ້ຫວນຄຶດ ກົດເກນ ຟ້າປັ້ນ
ບໍ່ອາດລີ້ ລົບລັ່ນ ຫລີກໜ້າ
ໄປເຈັດຊາຕ ເຈັດຂັ້ນ ກັມຈ່ອງ
ທຸຂຄຶດຫາ ບ້ານຊ່ອງ ບໍ່ເຊົາ

ກັມເປັນຂອງ ທ່ຽງແທ້ ຢ່າທ້າ
ເຍົາວິຊາ ໄດ້ດີ ມີທົ່ວ
ມາກປັນຍາ ຂາດວຽກ ຖົມໄປ
ຢ່າໄປມົວ ໃສ່ໂທສ ໂຮງງານ

ຮູບໄສໄລ ຜຸດຜ່ອງ ໂສພາ
ແຕ່ໄດ້ຄູ່ ຜິວພັນ ແສນຮ້າຍ
ໃຜພົບໜ້າ ເຈັບແຄ້ນ ຍິ່ງໜັກ
ກັມຂອງໃຜ ມາຄັກ ແທ້ໜໍ!

ຢ່າຄຶດໜັກ ປົງຕົກ ເອົາໄວ້
ທ່ານຈະບໍ່ ເສັຽໃຈ ກົດເກນ
ມີເມັຽດີ ຜົວດຽວ ຢ່າເຂວ
ທ່ານຈະເໝັນ ກ່ອນຕາຍ ແນ່ແທ້!!!!

ອັມມະຕະ

18/10/06 21:32
http://www.inlao.net/Forums/AUBlogLA.aspx?tp=972

ຄວາມທຸຂ

ຄວາມທຸຂ
ຄວາມທຸຂ ເກີດມາຈາກບັນຫາສາມຢ່າງ ຄື
ໂລພ ໂກທ ຫລົງ
ທັງເໝິດ ຕົ້ນຕໍແມ່ນ ຕັນຫາ ຫລື ຄວາມບໍ່ພຽງພໍ

ໂລພ:
ທຸຂ ຍ້ອນຄວາມຢາກໄດ້ ມາຍມາກມະຫາສານ
ທຸຂ ຍ້ອນຄວາມຕ້ອງການ ເກີນທີ່ກຳນົດໄວ້
ທຸກ ຍ້ອນຢາກຊູໜ້າ ໃຫ້ຄົນຊາໂລກຊ່າຯ
ທຸຂ ຫາເງິນຄືບ້າ ມາໂຮມຊື້ເຄື່ອງນອກກາຍ

ທຸຂ ເມື່ອຕົນບໍ່ໄດ້ ກຳຝ່າຍການເງິນ
ທຸຂ ເມື່ອເດີນເຂົ້າວັດ ໄດ້ຂອງບໍ່ພໍເປ້
ທຸຂ ຕ້ອງຫາຂອງເອ້ ພັນທະນັງໃຫ້ຄົນກ່າວ ຫັ້ນນາ
ທຸຂ ຍາມໄປນັ່ງເຝົ້າ ຜົວຊຸມເຫລົ້າເກືອບທຸກຄືນ ໜ່າຍເດ!

ທຸຂ ຍາມກິນເຂົ້າລ້ຽງ ດອມເພື່ອນສະຫາຍແພງ
ທຸຂ ກິນເອົາເຕັມແຮງ ເລີຍບໍ່ຄຳເບິ່ງທ້ອງ
ທຸຂ ຕ້ອງທຽວເຂົ້າຫ້ອງ ສຸຂາຊຳຣະຄ່າ
ທຸຂ ຍ້ອນອອກປາກອ້າ ກິນແທ້ຄູ່ຊູ່ອັນ !

ໂກທ:
ທຸຂ ຍ້ອນໂກທາຮ້າຍ ໃຈເພິ່ນບໍ່ຄືໂຕ
ທຸຂ ຍ້ອນໂມໂຫຊັງ ວ່າເຂົາຂີ້ຮ້າຍ
ທຸຂ ວ່າຜູ່ໂສມຮ້າຍ ເຫດອັນໃດເມັຽງາມຍິ່ງ
ທຸຂ ຍ້ອນຍິ່ງຯກຽດນັ້ນ ຜູ່ພັນທ໌ກ້ຽວພັດບໍ່ມີ ຊັ້ນບໍ່?

ທຸຂ ຍ້ອນຊັງພວກເຈົ້າ ກິນເຫລົ້າເມົາສຸຣາ
ທຸຂ ຍ້ອນຄວາມຄຶດໂຕ ຖືກເຂົາມອງຂ້າມ
ທຸຂ ຍາມເຟັນຟັນແຂ້ວ ດົນມາສັງມາລົ່ນ
ທຸຂ ຜົມຄົນດຳແທ້ໆ ສັງມາແປປ່ຽນສີ ໂອຍນໍ!

ທຸຂ ວ່າແມວຂ້າງບ້ານ ມາບານຖ່າຍໃສ່ເຮືອນຕົນ
ທຸຂ ວ່າສາວລຸ້ນສອງ ບໍ່ມອງເຮົາດັ່ງຄາວກີ້
ທຸຂ ເມື່ອຍາມເຈົ້າໜີ້ ຊູຊີທວງຖາມໄຖ່
ທຸຂ ໄປມາບໍ່ໄດ້ ມີຄົນຊ້ວນມີຄົນໂຊມ ທຸຂເດ!

ຫລົງ:
ຍາມຫລົງວ່າຊັ້ນເຊື້ອ ເໜືອຟ້າມວນມະນຸສ
ສຸດແຕ່ງົມເບິ່ງຫາງ ວ່າຍາວປານໃດແທ້
ຢ່າໄດ້ຫາທາງແກ້ ວ່າໂຕມາຈາກໂລກອື່ນ
ເປັນມະນຸສຕາດຳ ຢ່າຢຽບຍ່ຳໝູ່ຂຶ້ນ ເຂົາຊິທື້ນຄືນທີຫລັງ

ອັນນຶ່ງ ຫລົງໄຫລວ່າເຂົານັ້ນ ຈະກົ້ມກາບຂໍຄະມາຯ
ນ້ອມວັນທາຄຳນັບ ກາບພະນົມດອມເຈົ້າ
ຈຶ່ງເກີດເປັນທຸຂເຂົ້າ ເຖິງໃນດວງໃຈພີ່
ນອນບໍ່ຫລັບພໍດີ້ ມີໃຜແທ້ຊິເຂົ້າໃຈ ຂ້ອຍເດ!

ຍາມຝັນວ່າຕົນນັ້ນ ເປັນເລີດເກີນຄົນ
ປົນນຳມວນອິນທ໌ພຣົມຫ໌ ສາວສນົມມາຍມາກ
ໃຫ້ເຈົ້າງົມໜ້າຜາກ ແຍງດູກະຈົກແວ່ນ ເບິ່ງເດີ
ມັນຊິຄືຜູ່ໃດ ໃຫ່ຍສຸດແສນຊ່ຳຟ້າ ກໍຄືໜ້າເຮົານີ້ເອງ ແມ່ນບໍ່???

ດັ່ງນັ້ນ ໃຫ້ເຈົ້າຕັ້ງໃຈໄວ້ ຖືຝ່າຍສາຍກາງ
ຕາມແນວທາງພຸທອົງຄ໌ ຊົງຊັ່ງສອນບອກຊີ້
ນາ ນາ ຈິດຕັງນັ້ນ ຄົນເຮົາຫລາຍແນວຕ່າງຯ
ພີ່ນ້ອງເກີດຮ່ວມທ້ອງ ກໍເຄີຍຕ້ອງດ່າຜິດຖຽງ ຫັ້ນເດ!!

ການທີ່ວາງເສີຍນີ້ ເປັນບໍ່ເກີດແຫ່ງຄວາມສຸຂ (ຖ້າຕ້ອງການ)
ມັນບໍ່ອຸກໃນສມອງ ຄຶດຕວງຈົນປວດເກົ້າ
ເຮົາຊິໄປນັ່ງເຝົ້າ ໜ້າຈໍໃຫ້ໃຜຊ່າ ແທ້ເກາະ?
ວ່າ ອັມມະຕະ ປາກເສັຽ ຫລື ອີ່ລຸງຜີບ້າ ໃຜຊິມາລົມນຳ ຢ້ານທຸຂ!!!

ອັມມະຕະ
17/10/06 23:12
http://www.inlao.net/Forums/AUBlogLA.aspx?tp=966

ຍັກສ໌ວັດແຈ້ງ ແລະ ຍັກສ໌ ວັດໂພທ໌


ຂໍສາທົກ ຍົກນິທານ ມາຂານໄຂ
ເປັນນິຍາຍ ສອງສະຫາຍ ເພື່ອນສນິດ
ຮັກກັນມາ ຕັ້ງແຕ່ນ້ອຍ ບໍ່ເຄີຍຜິດ
ຮູ້ອະໄພຍ໌ ກັນສັນມິດ ສນິດດີ

ເຂົາທັງສອງ ບໍ່ແມ່ນສັດ ສາມະນຸສ
ແຕ່ຫາກຜຸດ ກຳເນີດເປັນ ຍັກສ໌ຂີນີຍ໌
ແຕ່ທັງສອງ ອາສັຍວັດ ຊ້ວນຊີວີ
ເປັນຂີນີຍ໌ ເຝົ້າປະຕູ ຢູ່ປະຈຳ

ວັດທັງສອງ ຢູ່ໄກ້ກັນ ຄືວັດແຈ້ງ
ເປັນວັດແຫ່ງ ໃຫ່ຍລົ້ນຫລາມ ຊ່າງງາມຂຳ
ອີກວັດສອງ ຄືວັດໂພທ໌ ສວຍເລີດລ້ຳ
ວັດໂພທ໌ນຳ ຄວາມເບີກບານ ສຳຣານຕາ

ຄວາມສັມພັນທ໌ ໝັ້ນສນິດ ມິດທັງສອງ
ລ້ວນສົມປອງ ມິເສົ້າໝອງ ຕ້ອງອຸຣາ
ແຕ່ເຫຕການ ໄດ້ຜັນຜ່ານ ກາລເວລາ
ຈຶ່ງນຳພາ ຄວາມສັມພັນທ໌ ນັ້ນເດືອດດານ

ຍັກສ໌ວັດແຈ້ງ ເກີດກຳແຫງ ແກ້ງໂມໂຫ
ຟ້ອງຮ້ອງຍັກສ໌ຯ ຮັກວັດໂພທ໌ ໂສຂຶ້ນສານ
ໂຈດເອົາຄວາມ ຍັກຍອກເງິນ ໃຫ້ຢືມກັນ
ນານແສນນານ ບໍ່ສົ່ງຄືນ ຝືນສັມພັນທ໌

ຍັກສ໌ວັດແຈ້ງ ສຽງແຮງດ່າ ຍັກສ໌ວັດໂພທ໌
ຍັກສ໌ຕາໂຕ ໂຖເພື່ອນຮັກ ມິຕຂາດບັ້ນ
ມຶງຂືນລວງ ຖ່ວາງເວລາ ມາແສນນານ
ບັດນີ້ກູ ຊິຂໍຟັນ ເອົາເງິນຄືນ ຯລຯ

ຢ່າໂອ້ອວດ ວ່າໂຕເປັນ ຍັກສ໌ເມືອງຫລວງ
ມາຫລອກລວງ ທົນບຸຣີຍ໌ ໃຫ້ສຸດຝືນ
ຢື້ຢືມແລ້ວ ບໍ່ມີແວວ ຈະສົ່ງຄືນ
ຈຶ່ງຂໍຂຶ້ນ ສານປຣະນອມ ໃຫ້ວ່າຄວາມ

ຍັກສ໌ວັດໂພທ໌ ມາໄດ້ຍິນ ສຸດແສນເສົ້າ
ເພື່ອນເກີເຮົາ ສະຫາຍຮັກ ມາໃສ່ຄວາມ
ຮັກກັນນານ ຫລາຍຮ້ອຍປີ ຕ້ອງມາບວມ
ບໍ່ສູ້ຄວາມ ຈະເສັຽຊາຕ ຍັກສ໌ຢ່າງເຮົາ

ຍັກສ໌ວັດໂພທ໌ ເກີດໂມໂຫ ຈົນໂຕສັ່ນ
ດ່າບໍ່ທັນ ຍັກສ໌ວັດແຈ້ງ ຈຶ່ງຊຶມເຊົາ
ແລ້ວລົງເອີ່ຍ ດ້ວຍກຳປັ້ນ ອັນບໍ່ເບົາ
ຕີໃຫ້ເນົ່າ ເຜົາໃຫ້ຕາຍ ມະລາຍມອດ

ອັນຈະຕີ ຈະເຂັ່ນຂ້າ ກັນໃນວັດ
ບໍ່ເຫັນຄວນ ວັດຈະເສັຽ ເຮັ່ຽວາຍວອດ
ຄວນເປັນຍັກສ໌ ມາຣະຍາດ ທີ່ຂາວປອດ
ບໍ່ໃຫ້ຮອດ ເດືອດຮ້ອນເຖິງ ມວນປະຊາ ຯລຯ

ນັດກັນໄປ ອອກທາງທ່າ ເພື່ອຂ້າຟັນ
ຣົບລາກັນ ຈົນເນີນນານ ຊິນເຊື່ອຍຊາ
ສຽງກຶກກ້ອງ ກັມປະນາສ ດັ່ງຟ້າຜ່າ
ດິນຫວັ່ນໄຫວ ດັ່ງໂລກາ ຈະທະລາຍ

ລົບກັນໄປ ເລວກັນມາ ຫລາຍຟ້າແຈ້ງ
ບໍ່ເຫັນແຫ່ງ ໃຜຊະນະ ຫລືແພ້ຜ່າຍ
ສິ່ງທີ່ແທ້ ໄມ້ແທງປາກ ເລືອດທະລາຍ
ທັງສອງໄດ້ ຢຸດລົບລາ ການຕົບຕີ

ມຶງກໍເຈັບ ກູກໍໂຊມ ຮ່າງບວບຊ້ຳ
ຍ້ອນເປັນນຳ ຄຳບໍ່ສັດ ອະບັດສີ
ກູຊິຍອມ ບໍ່ເອົາຄືນ ເງິນຄືໜີ້
ຂໍມຶງຈົ່ງ ເປັນເພື່ອນດີ ແຕ່ຢ່າຄົດ

ຍັກສ໌ວັດໂພທ໌ ກໍໂງຄໍ ຍິນຍໍຮັບ
ກັບຂອບໃຈ ມີມື້ໃດ ຈະແທນທົດ
ຂໍເປັນເພື່ອນ ສະຫາຍໝັ້ນ ບໍ່ກຳນົດ
ມຶງຍົກໂທສ ກູຍິນດີ ຂໍຊົມເຊີຍ

ດັ່ງນັ້ນແລ້ວ ຄືນິທານ ທີ່ທ່ານກ່າວ
ຄືເຣື່ອງລາວ ສອງມິດຮັກ ລັກເປີດເຜີຍ
ແຕ່ສຸດທ້າຍ ເຮົາຂໍຍ້ອງ ຍໍຊົມເຊີຍ
ເພາະລົງເອີ່ຍ ກັນດ້ວຍດີ ມິເສັຽຫາຍ

ແດນນັ້ນຄື ສອງຍັກສ໌ໃຫ່ຍ ໄດ້ຕີຕົບ
ຕ້ອງບັນຈົບ ທີ່ທ່າຕຽນ ກຸດຫ້ຽນຫາຍ
ເປັນທີ່ມາ ຈາຣຶກໃຫ້ ເຮົາທັງຫລາຍ
ຈຳເອົາໄວ້ ໃຫ້ເຮົາຮ້ອງ ວ່າທ່າຕຽນ

ອັມມະຕະ
15/10/06 22:40
http://www.inlao.net/Forums/AUBlogLA.aspx?tp=955