Thursday, February 22, 2007

ນັ່ງເຝົ້າໜ້າ ຈໍ

ນັ່ງເຝົ້າໜ້າ ຈໍ!!!

ຕື່ນຂຶ້ນມາມື້ເຊົ້າ ນັ່ງເຈົ່າເຝົ້າໜ້າຈໍ
ຄອຍລໍວ່າຊິເຫັນ ວັນເພັນນາງມາໄກ້
ໄດ້ແຕ່ເປີດຄອມໄວ້ ມອງທາງໃດບໍ່ເຫັນຢູ່
ທາງ Yahoo ກໍພໍ່ພໍ້ Paltalk ກໍບໍ່ຮູ້ ໄປໝູບຄູ້ຢູ່ບ່ອນໃດ?

ເຄີຍພົບກັນຄູ່ມື້ ຍັງຈື່ເມື່ອສອງປີ
ຄົນດີວ່າມາຮຽນ ທາງໄກໄດ້ທຶນຄ້ຳ
ສອງປີນຳຄວາມຮູ້ ກັບຄືນຖານບ້ານເກົ່າ
ໄປຊ່ອຍລາວໃຫ້ດຸ້ງ ພຸ່ງຂຶ້ນດັ່ງເຂົາ ວ່ານາ!

ນາງວ່າມາຮຽນນີ້ ໄດ້ທຶນຈາກ JICA
ແມ່ນອົງການອາສາ ພັທນາຊ່ອຍທຸກດ້ານ
ກະຊິກັມປ່າໄມ້ ທັງສຶກສາເຄຫາຖິ່ນ
ການຄົວກິນຢຸກຢານັ້ນ ມີທຸກຂັ້ນຫາກກ່າວຫາ

ຕັດສິນໃຈຮຽນດ້ານ ແຕ້ມແຕ່ງ Architec
ຕັ້ງເລກບວກສົມຫານ ບັນດານແຜນຜັງນັ້ນ
ຈາກເຈັ້ຽຂາວເຖິງຂັ້ນ ຕຶກແຖວເຄຫາຫາດ
ໃຫ້ຜງາດຄຸງຟ້າ ເຊີດຊູໜ້າແກ່ລາວ

ອັນນີ້ເປັນຊາຕເຊື້ອ ອ້ອຍອິ່ງຍິງລາວ
ຫາກເຂົ້າມາອາສາ ຮຽນວິຊາທີ່ແສນຍາກ
ຝຸງຊາຍຈຶ່ງກະດາກ ເອະອີ່ນາງມາຫລົງຖິ່ນ ບໍ່ນໍ?
ເກີດມາບໍ່ເຄີຍເຫັນ ຈຶ່ງມາເພັ່ນມາພໍ້ ຂໍໃຫ້ເຈົ້າຈົ່ງສົມຫວັງ!

ການຮຽນກໍຈົບແລ້ວ ຈຶ່ງຍ້າຍແຊ່ວຄືນຫາ
ເພາະອັດຕຣາຈຳກັດ ມັດທະຍັດທຸກແນວໄວ້
ເຄື່ອງຂອງຫລາຍເສັຽດາຍແທ້ ແລອັນໃດກໍມີຄ່າ
ຈຶ່ງມັດຂອດຢ່າໃຫ້ເຫລືອ ສົ່ງທາງເຮືອຢ່າຊ້າ ມີຄ່າແທ້ຢູ່ລາວ

ແລ້ວຕໍ່ມາກໍໄດ້ ງານລ້ຽງໃຫ່ຍມອບຫລັກຖານ
ການຮຽນຄົບຈົບຫລັກການ ບໍຣິບານດີດ້ວຍ
ທຸກຄົນຊ່ວຍກັນໄວ້ ວຽກອັນໃດໃຫ້ລຸລົ່ງ
ລ້ຽງສົ່ງແຖມສັ່ງທ້າຍ ຊາໂຢນາຣາ ຄືອຳລາ

ແລະ ແລ້ວສິ່ງເຄີຍພໍ້ ລໍຢູ່ເປັນປະຈຳ
ກໍເກີດນຳບໍ່ເຫັນ ອາດຈະເປັນຍ້ອນເຄື່ອງໃຊ້
Internet Website ນັ້ນຫລາຍສິ່ງອັນບໍ່ສະດວກ
ບວກກັບທຶນມີໄວ້ ພໍໄດ້ໃຊ້ກັບຄືນລາວ ແທ້ບໍ່!

ຈຶ່ງລໍ ລໍຖ້າແກ້ວ ແອວອ່ອນໄບທອນ
ບໍ່ຫລອນມາສັ່ງຄວາມ ວ່າເໝິດຍາມຢູ່ຍັ້ງ
ພໍໄດ້ສັ່ງດອກຫຍ້າ ກ່າວຄຳລາກ່ອນຈາກ
ຢາກພົບໜ້າມື້ສຸດທ້າຍ Say Goodbye ໃຫ້ໄວ້ ກ່າວຄຳໃຫ້ອຳລາ

ຄວາມຈິງຄືດອກຟ້າ ທີມາຈາກພູເຂົາຄວາຍ
ພໍ່ກໍລວຍແມ່ແສນສວຍ ຊ່າງອຳນວຍທຸກໆດ້ານ
ການງານບໍ່ຍາກໄຮ້ ໄປທາງໃດຄົນກໍຊ່າ
ທີ່ແທ້ນາງຄືດອກຟ້າ ນາງບໍ່ແມ່ນດອກຫຍ້າ ເທວາ ນັ້ນກໍຍັງຫລົງ

ດອກຟ້າໄດ້ກັບບ້ານ ສຖານຖິ່ນແດນອານາ
ໃຫ້ຄຶດຫາຄົນໄກ ທີ່ລ່ຳໄລທຸກໆເຊົ້າ
ເອົາເວລາເລັກນ້ອຍ ຄຶດເຖິງເຂົາຜູ່ຄອຍຢູ່
ນັ່ງຈອບຢູ່ໜ້າຈໍ ຈົນຫລັງງໍຂົດຄູ້ ຄອຍຫາຊູ້ຜູ່ບໍ່ແຄຣ໌

ອັມມະຕະ

Posted at Inlao 6/10/06
http://www.inlao.net/Forums/AUBlogLA.aspx?tp=924

No comments: