Friday, April 13, 2007

ໝ້າໝາວບ່າວເຫີ່ມຄວນ

ໝ້າໝາວບ່າວເຫີ່ມຈົ່ມ

ອັນວ່າໝາວປີນີ້........................ມີແທ້ແຕ່ຄວາມໝອງ
ມອງຫາຍິງທີ່ຫລົງຮັກ.................ລັກໝີໄປໄກແລ້ວ
ແນວວ່າບຸນບໍ່ຍູ້.........................ຊູນາງໃຫ້ຫລຽວລ່ຳ
ເຮົາຈຶ່ງຈຳໃຈເສົ້າ......................ເຫງົາງ້ວງປ່ວງຄົນດຽວ ອຸກເດ!

ກ່ອນນັ້ນ ເຖິງບໍ່ມີສິທໃກ້...............ແຕ່ໃຈໄຝ່ເຝົ້າໝາຍປອງ
ປະຄອງຮັກໄວ້ພາຍໃນ.................ດວງໃຈບໍ່ຫາຍສິ້ນ
ແມ່ນວ່າດິນຈະປີ້ນ.......................ຍາມນາຖືກຄາດກົ່ນ
ອ້າຍຈະທົນຮັກນ້ອງ.....................ຜອງເທົ້າຊີພມະລາຍ

ດຽວນີ້ ນ້ອງໄດ້ໝີໄກແລ້ວ.............ບໍ່ຍອມແຊ່ວຫວນຄືນ
ອ້າຍຝືນເຫັນຍາມກ່ຽວວອນ.............ງາມງອນວ່າບໍ່ງໍ້
ໝ້າງໍຍັງບໍ່ແລ້ວ...........................ບໍ່ແລມອງຢືດສ່ອງ
ອ້າຍກໍເລີຍອົກຫັກ ລັກມັກເຂົາເລີຍຈ໊ອງ ຫລົງຮ້ອງໄຫ້ໄຝ່ຣະທົມ

ໂອກາສປີໃໝ່ນີ້............................ຂໍນ້ອງພີ່ຈົ່ງສຸກໂຂ
ຢ່າເຈັບໂຊໃຫ້ສຸກຂັງ......................ທຸກສິ່ງຢ່າງໃຫ້ລາບຣື້ນ
ຍາມຄືນໃຫ້ນອນໄດ້.....................ຍາມງາຍໃຫ້ຫາຍສ່ວາງ
ຍັງມີຊາຍຄອຍຫ່ວງ ຍັງໃຈດຽວເຝົ້າຫວງ ຫ່ວງນ້ອງທຸກເວລາ

ຮັກນ້ອງຄົນດຽວ

ອັມມະຕະ

23/12/06 5:14
http://www.inlao.net/Forums/AUBlogLA.aspx?tp=1353

1 comment:

Unknown said...

ສະບາຍດີ ຍາອ້າຍ
ເວບນີ້ນ້ອງເຂົ້າໃຈວ່າ ອ້າຍເຊົາໃຊ້ແລ້ວ ແຕ່ກໍຢາກແຈມນຳ

ຂື້ນເກົ້າຄ່ຳເດືອນເກົ້າ........ມົກຣາ
ຫມົດວາສນາ ເວລາ........ຈົດຈອດ
ກ່ອນເຄີຍລົມ ຄຳຈາ........ຜ່ານຟ້າ
ເວບແຄມພາ ເຮົາສອດ.... ..ເຖິງກັນ
.
ມໂນສ່ອງ ຈ້ອງຟ້າ.........ດຽວດາຍ
ຈິຕບໍ່ຄາຍ ຮັກຫມັ່ນ.........ແພງອ້າຍ
ທິວານີ້ ຂ້າງກາຍ..........ແປນເປົ່າ
ຫົວໃຈເຫງົາ ຄຳອ້າຍ........ຢູ່ໃສ ເດນໍ
.
ໃຈຈົດຈື ຄຳເວົ້າ..........ຍອດຮັກ
ນ້ອງບໍ່ຮັກ ຕັດພໍ້..........ໃຈນ້ອຍ
ບາຄານນັ້ນ ຮັກນັກ.........ມອບໃຫ້ ທຸກສິ່ງ
ຍິງບໍ່ຈິງໃຈ ອ່ອຍ..........ຫຼອກໃຊ້ ຫລົງຄອຍ
.
ນ້ອງຮັກອ້າຍ ເປັນຈິງ........ຄວາມສັຈ
ບ່ຄືນຄຳ ຍັງຄອຍ..........ຍອດຊູ້
ຫມັ່ນໃຈເຖິດ ຈາສັຈ.........ໄປ່ປ່ຽນ
ຈັກຈຽມຈິດ ໂຜດຮູ້..........ຮັກນີ້ ນິຣັນດຣ໌
.
.
ວິສສຸມາລີ
ຂອບພະຄຸນ ອາຈານປິ່ນປຣະສົງຄ໌
ຊຳມະແຈະ
໒໔ ມົກຣາ ໒໐໑໐