Friday, April 13, 2007

ສະບາຍດີປີໃໝ່

ສະບາຍດີປີໃໝ໋

ຣະດູກາລເຄື່ອນຍ້າຍ...................ກ້າວກ່າຍວຽນມາເຖິງ
ຈົ່ງລື້ນເຣີງສຳຣານ....................ເບີກບານທຸກທົ່ວໜ້າ
ໄສໄລດັ່ງກັບຟ້າ.......................ໂລຄາໃຫ້ໄກຫ່າງ ທ່ານເນີ
ຢ່າມີສິ່ງກີດຂວາງ..ສຸຂທັງປວງລັ່ງເຂົ້າ..ມາຊູ່ເຈົ້າຕລອດກາລ!

ບັດນີ້ ໂຊກໃຫ່ຍໄກ້ຮອດແລ້ວ.......ຢ່າຄາດແຄ້ວຄວາມສຸກຂີ
ໂຊກດີຈະລັ່ງໄຫລ.....................ໂລຄພັຍຈະຫາຍສິ້ນ
ດັ່ງນ້ຳທິພລິນລ້າງ.....................ກາຍາທຸກໆທ່ານ
ໃຫ້ສຳຣານຊົ່ວຟ້າ.....................ຢ່າມີມື້ໝົ່ນໝອງ ຂ້າເນີ!

ຍາມທ່ານຄຶດຢາກໄດ້.................ໝາຍມາດຄາດຄວາມຫວັງ
ສິ່ງຂົມຄຽດກຽດຊັງ....................ໃຫ້ສູນໄປໃນປີນີ້
ຮັກທີ່ເຄີຍໜີໜ້າ........................ຈົ່ງຄືນມາເໝືອນເກົ່າ ມາເຍີ!
ມາປອງດອງສອງເຈົ້າ.................ໃຫ້ຜອງເທົ້າຊົ່ວຊີວັນ ແດ່ທ້ອນ

ອັນປີ 06 ນີ້.............................ມີຫລາຍສິ່ງຈະທາຍທັກ
ມີຍາກດີເປປົນ...........................ສົລວົນມາກມາຍແທ້
ແຮງຮັກທີ່ຫາຍໜ້າ.....................ກັບຄືນມາອີກໃໝ່
ຫອນຫອນຊິສຸຂໃຈ ກໍຫາຍໄປຕໍ່ໜ້າ ຂ້າເກືອບບ້າປ່ວງມະໂນ ອຸກເດ!

ຄືດັ່ງຟ້າກັ່ນແກ້ງ.......................ເສີມແຕ່ງໃຫ້ເສັຽຫົວ
ມົວເມົາເຝົ້າດີໃຈ.......................ຮັກສູນໄປໄດ້ຄືນພໍ້
ພໍເມື່ອຈະສຸຂແທ້.......................ກໍຜັນແປເປັນອື່ນ
ຂົມຂື່ນໃຫ້ໜີພົ້ນ.......................ໄປພ້ອມປີເກົ່າເອີຍ!

ຂໍໃຫ້ປີ 07 ນີ້..........................ເປັນປີທີ່ມະຫາໄຊຍ໌
ຢ່າມີທຸຂໝອງໃຈ.......................ຈົ່ງສົດໄສທຸກທົ່ວໜ້າ
ຖິງວ່າຂາດວຽກບ້ານ.................ການງານຈົ່ງສອດຄ່ອງ
ຢ່າໄດ້ມີເສົ້າໝອງ ສຸຂເໝືອນທອງຢ່າເສົ້າ ຜອງເທົ້າກາລະນານ!

ອັນນຶ່ງ ຂໍອະພັຍທົ່ວໜ້າ................ຫາກຂ້າໄດ້ລ່ວງເກີນ
ຫລົງເມີນເດີນທາງຜິດ..................ຄິດບໍ່ດີໃດນັ້ນ
ຂ້າຂໍວັນທານ້ອມ..........................ຍອມຮັບກັມກະທຳຊົ່ວ
ຄວາມຊົວຂ້າຫລົງພາດ ທ່ານຢ່າຄາດຈອງຮ້າຍ ອະພັຍໃຫ້ຂ້າອີກທີ ທ່ານເອີຍ!

ແມ່ນຈະດ້ວຍຄຳຕ້ານ....................ຂານອອກເປັນວະຈີ
ກິຣິຍາທາງກາຍ..........................ສິ່ງໃດໄດ້ພາດພັ້ງ
ຫວັງອະໂຫສິໄວ້..........................ກະທຳໄປບໍ່ຢັ້ງຄິດ
ຜິດໂດຍບໍ່ຕັ້ງໃຈ ບໍ່ລະໄລຫລີກເວັ້ນ ເວນນັ້ນຢ່າຈ່ອງນຳ ຂ້າທ້ອນ!

ຂໍໃຫ້ປີໃໝ່ນີ້...............................ເປັນປີທີ່ໂຊກໄຊຍ໌
ສິ້ນອະບາຍຫາຍທຸຂ......................ສຸຂສັນໃຫ້ລັ່ງເຂົ້າ
ໃຫ້ທ່ານມີລູກເຕົ້າ.........................ຫລານແພງລົ້ນລັ່ງ
ມີເພື່ອນມິຕອ້ອມຂ້າງ......................ຢ່າໄດ້ຮ້າງຫ່າງເຫີນ ແທ້ເນີ!

ສິ່ງໃດທີ່ຄັ່ງຄ້າງ........................ໃຫ້ຫາຍສ່ວາງຢ່າຂ້ອງຄາ
ງານໜັກຍາກໜັກໜາ.....................ຢ່າຄຸງຄາມືນັ້ນ
ສິ່ງໃດອັນຂັດຂອດ.........................ໃຫ້ເຄັຽຄາຍປັດເຂັ່ຽ
ເສັຽແຮງຢ່າເສັຽໃຈ ເສັຽກຳໄລເລັກນ້ອຍ ຄອຍຊ່ອຍບ້ານຊ່ອຍເມືອງ

ຍາມເພື່ອນມິຕຮຽກຮ້ອງ................ຕ້ອງການຊ່ອຍແນວຄາມື
ໃຫ້ເຮົາຖືຄືທຳບຸນ...........................ຢ່າຫວັງສິ່ງປ່ຽນແລກ
ກິນຄວາມດີບໍ່ແຕກຣ້າວ.....................ສັມພັນພຽງເງິນຄ່າ
ສ້າງມິຕໄວ້ໃຫ້ຄື ໃຫ້ເຂົາຖືລືໜ້າ ດີກ່ວາໄດ້ເງິນພຽງຄາວ

ຂໍໃຫ້ອາຍຸ ໝັ້ນ...............................ພັນໝື່ນພະວັດສາ
ວັນະ ໃຫ່ຜ່ອງໄສ............................ໂລຄພັຍໃຫ້ໄກເຈົ້າ
ສຸກຂະ ລາພລັ່ງເຂົ້າ.........................ຕຸ້ມຕອມທອມທີ່
ພາລະ ມີໃຫ້ສິ້ນ..............................ໂພຍພັຍນັ້ນຄູ່ສູ່ແນວ ທ່ານເນີ!

ໂຊກດີປີໃໝ່

ອັມມະຕະ.....

23/12/06 3:25
http://www.inlao.net/Forums/AUBlogLA.aspx?tp=1352

No comments: