Sunday, May 20, 2007

ກາເຈັດສົບ

ນິທານ ກາເຈັດສົບ

ນາຍສົງ (ນາມສົມມຸດ ) ກັບຈາກກ້ຳ...ດິນຕ່ຳທາງປາຍດອຍ????
ຄອຍໄລ່ຄວາຍກັບນາ...............ຄ້ອຍຄ່ຳມາມັນຊິຍາກ
ມັນຈະແສນລຳບາກ.................ຄຳຫາຄວາຍຖືກຜິດບ່ອນ
ໄດ້ຄວາຍເລີຍກັບຢ້ອນ..............ຄືນຄອນບ້ານບ່ອນຢູ່ເນົາ

ທັງຫາບແບກກ່ອງເຂົ້າ...............ຂ້ອງຊຸ່ມພາຍລຸງລັງ
ໄດ້ປາທັງນົກແລນ....................ແມ່ນໂຊກດີຫຍັງແທ້
ຄຶດເຫັນແມ່ອີ່ນ້ອຍ.....................ທີ່ຄອງຄອຍພາແລງຢູ່
ບໍ່ຢາກເສັຽຄວາຍຕູ້....................ກໍເລີຍສູ້ໄລ່ໃຫ້ທັນ

ສົງຄຶດດີໃຈແທ້..............ແມ່ນ້ອຍອ່ອນໄບທອນແພງ
ຈະກິນແລງຮ່ວມພາ...................ມີເຫລົ້າຢາບຳລຸງໄວ້
ກິນແລ້ວຢຽດກາຍເນີ້ງ.........ຖຸນຢາໄບຕອງໃຫຍ່ ກ່ອນແລ້ວ
ບໍ່ອາລັຍນຳຟ້າ.........................ເພາະຕົວຂ້ານີ້ມີແຮງ !

ເລາະຍ່າງຕາມເນີນກ້ຳ................ດິນຕ່ຳຜ່ານດົງດອຍ
ພອຍເຫລືອບເຫັນຕົວກາ (ດຳ)......ຈັບງ່າຢູ່ປາຍແຕ້
ມອງແລຫລາຍເຫັນກາເຈົ້າ............ຄືຕອດເງົາບໍ່ຄັກແນ່??
ແມ່ນກາເຮັດຫຍັງແທ້...................ຂ້ານີ້ເຫັນແລ້ວງົງ !

ສັງເກດຄັກຄັກນັ້ນ.......................ກາມັນຫາກເຊັດສົບ
ຊ່າງປະຈົບປະແຈງ.............ທັງເຊັດແຮງເຊັດຄ່ອຍດ້ວຍ
ຮ້ວຍ ກາຈັງໄຮໂຕນີ້....................ມີເລກດີບອກໃຫ້ແນ່
ຊິຊື້ໂຕດຽວແທ້...........................ຂາຍຄວາຍຕູ້ໃສ່ຊະບໍ່ !

ກາເຊັດສົບ ກາເຈັດສົບ (໙໗໔-໙໔໔???)

ກັບເຂົ້າມາຮອດບ້ານ.............ຜ່ານລຽບຫລາຍເຮືອນຄົນ
ໃຜກໍສົນລະວົນ.....................ນຳແລງງາຍນັ້ນ
ບາງຄົນກໍຖາມຕ້ານ..............ໄປນາມາເຫັນຫຍັງແນ່ ສົງເອີຍ?
ຄັນຊິເວົ້າໃຫ້ຫລ້ອນ ຫລອນເຫັນກາເຊັດສົບ ຫລົບຢູ່ເທິງຕົ້ນແຕ້ ຢາກເຫັນແທ້ໃຫ້ຕາມໄປ!!

ເມື່ອກິນແລງເສັດສ້ຽງ...................ພຽງແຕ່ຊິພັນຢາ!
ຄົນມາກມາຍມາຫາ.......................ກ່າວຈາພາທີທ້ວງ
ເລີຍລ່ວງເປັນຄຳໂຈດ.......ໂສເສບັນຫາໃຫຍ່ ເອົາຕາຍ!
ຢູ່ຊິໃດກາເຈັດສົບນັ້ນ......ຄົນທັງບ້ານຢາກຮູ້ເຫັນ?ໂອຍນໍ

ເປັນຕາໜ່າຍເອົາແທ້............ຄວາມນ້ອຍແຜ່ເປັນຂ່າວລື
ຄວາມນຶ່ງຄືພ້ຽນເປັນສອງ.............ບໍ່ຊັ່ງຕວາງຄຶດຖີ່ຖວ້ານ
ຄວນຄຳນຶງຫາເຫຕ...........ເໝາະສົມຈຶ່ງທວງໄຖ່ ກ່ອນເນີ
ລົງທຶນໃຫຍ່ຈະເສັຽເງິນ ມັນຊິເຂີນບາດຜ່າຍແພ້ ໃຜຊິແກ້ໃຫ້ໝູ່ເຮົາ?

ອັນຄວາມເຮົາເວົ້ານັ້ນ............ມັນແມ່ນກາ "ເຊັດສົບ" ໄດ້ຍິນບໍ່?
ມັນຕລົບຈົບງາມ...................ຫລືຫຍັງຄາສົບມັນນັ້ນ
ພັດຜັນວ່າມັນມີຫ້າ................ຫົກຫາເຈັດແປດ ໜ່າຍເດ!
ມັນຊິແດດທ່ຽງຄືນຟ້າ.............ຫາກການີ້ມີເຈັດສົບ ຫັ້ນກໍ

ຂໍຈົບກອນທໍ່ນີ້................................ມື້ໜ້າຊິກັບຫວນ
ຊັກຊວນແນວພາຫົວ........................ທົ່ວກັນທຸກທົ່ວໜ້າ
ອັນວ່າໃຜຊື່ສົງກໍ.....................ຢ່າພຶງຄໍວ່າເວົ້າໃສ່ ໃດ້ດີ!
ບາງເທື່ອມັນແມ່ນຊື່ນັກຂຽນ ຜູ່ພຽນແຕ່ງກອນນີ້ ໃຜຊິຮູ້ໃຜຊິເຫັນ

ອັມມະຕະ

6/3/07 23:30
http://www.inlao.net/Forums/AUBlogLA.aspx?tp=1850

No comments: