Sunday, May 20, 2007

ບົດທ່ອງຂຶ້ນໃຈ ກາພຍ໌ ຄວາມງາມຂອງບ້ານເກີດ

ຄວາມງາມຂອງບ້ານເກີດ
ປະເທດຂ້ອຍ...........ຊັ້ນຊື່ເມືອງລາວ
ລວງກ້ວາງຍາວ........ສຸດຕາເຫລືອອ່ານ
ນ້ຳຂອງຜ່ານ............ໄຫລຜ່າທາງກາງ
ມີຫົນທາງ................ຖນົນສອາດ
ປະເທດຊາດ.............ລາວໃຫ່ຍໄພສານ
ເຮົາລູກຫລານ...........ເກີດມາພາຍຊ້ອຍ
ຄວນຊູຊ່ອຍ...............ສ້າງບ້ານເມືອງລາວ
ໃຫ້ຍືດຍາວ...............ຕໍ່ໄປພາຍໜ້າ
ຢ່າໃຫ້ຫລ້າ...............ເຂົາແທ້ໝູ່ລາວ

=========================================
ຄຳເຫັນ

ສັງເກດກາພຍ໌ບົດນີ້...........ບໍ່ມີຄວາມສົງໄສ
ວ່າແຕ່ງນານປານໃດ..........ສມັຍຂ້າໄດ້ຮຽນນັ້ນ
ປີຫ້າສິບປາຍຫັ້ນ...............ຄືມື້ວານຢູ່ມໍ່ໆ
ທ່ານຍາພໍ່ນັກກະວີ ຕີເປີດໄຂເປັນຂໍ້ໆ ໃຫ້ເຮົາພໍ້ໃຫ້ເຮົາເຫັນ ແທ້ໃດ?

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ຕ້ອງແຕ່ງກ່ອນບົດບັ້ນ...........ຝຣັ່ງປັນສຍາມແບ່ງ
ເພາະປີ ໑໘໙໓ ດິນລາວໄດ້ຖືກແຍ້ງ ຈາກສອງເຈົ້າລ່າອານາ

ລາວສອງຝັ່ງນັ່ງຊ້ອຍມ້ອຍ......ບ້າງຄ່ອຍຍິນດີດອມ
ຟາກຝັ່ງຂວາບໍ່ຍິນຍອມ..........ຂຶ້ນນຳຝຣັ່ງນັ້ນ
ຝ່າຍຊ້າຍພັດກ່າວຕ້ານ..........ກ່າວຄຳຫານໃສ່ໄຟແດ່
ວ່າສູພວກໄທຍ໌ດາກແຫ້ລ..........ສູຊິແພ້ບໍ່ທັນເຫິງ

ຝັ່ງຂວາກໍກ່າວເວົ້າ................ວ່າສູຫ່າວເປັນຂ້ອຍເຂົາ
ເອົາໜັງຂາວມາເປັນນາຍ.........ເຫດໃດເປັນແນວນັ້ນ
ເວົ້າຄວາມກັນບໍ່ຮູ້ເຣື່ອງ............ເປືອງເວລາຫານາຍລ່າມ ໜ່າຍເດ!
ຍາມວ່າຢາກກິນເຂົ້າ...............ຊົ່ວຊິເວົ້າໃຫ້ເຂົ້າໃຈ ແທ້ແລ້ວ!

ຂ້ານີ້ ບໍ່ແມ່ນສອກຫລອກຄົ້ນ.....ຄວາມເກົ່າໃຫ້ສັບສົນ
ຢາກໄປໜ້າຫລຽວຄືນຫົນ.........ເບິ່ງຫລັງທີ່ພັ້ງພາດ
ແມ່ນເຮົາຂາດຫຍັງແທ້.............ສາມະຄີຫລືຍຸແຍ່
ຫລືວ່າກຽດຫລາຍແທ້..............ຈຶ່ງຕາຍຍ້ອນກຽດຕົນ ຊັ້ນບໍ່

ຮັກແພງ
ອັມມະຕະ
------------------------------------------------
ຜູ່ຂຽນຫາ
ເຖິງ: Ammata

ສະບາຍດີ," ນ້ຳຂອງຜ່ານ............ໄຫລຜ່າທາງກາງ "
** ປັດຈຸບັນນີ້ ນ້ຳຂອງ ຄືມາໄຫຼຊິດແຕ່ຫນ້ອຍດຽວ **
ຂານ້ອຍເກີດໃຫມ່ໃຫຍ່ລຸນ, ບໍ່ຮູ້ວ່າ :
.....ໄຫລຜ່າທາງກາງ, ແຕ່ປີໃດຫາ ປີໃດ ນໍ ?
ຄອບໃຈເປັນຢ່າງສູງ.
------------------------------------------------
ຕອບ ກາເຈັດສົບ

ນ້ອງ ກາເຈັດສົບ ທີ່ຮັກແພງ

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ແຕ່ຕ້ອງຂາດສະບັ້ນ.............ເປັນສັນເປັນຕ່ອນ ນັ້ນກໍ!
ທາງຊ້າຍຝຣັ່ງຂຶ້ນນັ່ງ ທາງຂວາໄທຂຶ້ນປ້ອງ ລາວເຮົາຕ້ອງຍອມຕາມ

ປີ ໑໘໙໓ ແຄ້ນ...................ເຂົາແຫ້ນດິນລາວ
ສາມສ່ວນຫ້າເສັຽໃຫ້ເຂົາ........ຊາວສຍາມປາງນັ້ນ
ຍັງສອງແຂວງລາວທວງໄດ້....ໃຫ້ລາວຄອບຄອງຢູ່
ໄຊຍະບູຣີເຮົາສູ້ ຈຳປາສັກເຮົາກູ້ ສູ້ໄວ້ຈຶ່ງຢູ່ມື

ລາວນັ້ນມີຫລາຍພວກ............ທີ່ສຍາມໄດ້ຈັດປັນ
ລາວພຸງດຳກໍສຳຄັນ..............ສັກ(ຂາ)ລາຍ(ເຕັມເອິກ)ຈົນເຕັມທ້ອງ
ລາວພຸງຂາວຂາດຳປ້ອງ.........ລາຍຍັນຍາມລົງອາບ (ນ້ຳ)
ສາວເຫັນກໍບໍ່ຊາບ.................ວ່ານຸ່ງສົ້ງຄູ່ຊູ່ຄົນ ຫັ້ນກໍ

ສຍາມກຳຫົວກຸ້ມ...................ຕຸ້ມຕໍ່ປົກຄອງລາວ
ລາວໄທເໜືອໄທຂາວ.............ລາວພວນອື່ນໆພ້ອມ
ໄປທາງໃດກໍນອບນ້ອມ............ວັນທາດອມຖາມໄຖ່
ທໍຣະມານຮ້ອງໃຫ້..................ຟາຍໂອ້ລັ່ງນ້ຳຕາ

ຈຶ່ງມີມາຕຣາໄວ້.....................ບໍ່ໃຫ້ເອີ້ນວ່າລາວ
ເພາະເຖິງຄາວເປັນໄທຍ...........ຢູ່ແຫ່ງໃດກໍໄທຍລ້ວນ
ຍິງໃດມ້ວນຜົມເກົ້າ..................ຄອງລາວຄືເກົ່າແກ່
ຈັກມີໂທສແທ້ໆ......................ຢ່າແສແກ້ງທົດລອງ

ນຶ່ງເຂົາໃຫ້ລະນຸ່ງສິ້ນ................ຜ້າຕ່ອນຂອງມູນມັງ
ບໍ່ໃຫ້ຍັງຫລົງເຫລືອ.................ເສດລາວຄາຄ້າງ
ໃຫ້ມ້າງຟັນຕົ້ນພູຖີ້ມ..................ຢ່າໃຫ້ຍິງຄ້ຽວໝາກ ໜ່າຍເດ
ໃຫ້ປາກ ຄະ ຂາ ຈ໊າ................ຢ່າປາກກ້າ ວ່າໂດຍຄຳ!

ຫວັງວ່າພໍຊ່ຳນີ້........................ພໍທີ່ຊິເຂົ້າໃຈ?
ຂຽນກອນສັບສົນຫລາຍ..............ມື້ໃໝ່ຫາກຄົ້ນພໍ້
ຈະຂໍນຳມາແຈ້ງ.......................ຖແລງໄຂໃຫ້ຮູ້ຕື່ມ
ຫາກສົນໃຈໄປຫາປຶ້ງ.................ຫວັດສາດນັ້ນອ່ານດູ ທ່ານເນີ

ເອົາລະນໍ ທ່ານ ກາເຈັດສົບ ເວົ້າປວັດສາດເປັນຄຳກອນສັບໜ້າສັບຫລັງສລຸບຄວາມທີ່ທ່ານຢາກຮູ້ແມ່ນ ແດນລາວ ຫລື ອານາຈັກລ້ານຊ້າງ ຊຶ່ງແຕ່ກ່ອນ ຮຸ່ງເຮືອງມີອຳນາດໃນແຖບແຫລມທອງ ໂດຍສືບເຊື້ອມາຈາກ ຂຸນບູຣົມ ຣາຊາທິຣາຊ ໄດ້ສົ່ງເຈັດລູກຊາຍ ໃຫ້ໄປຄອງເຈັດແຄວ້ນ ໂຮມທັງອາຍຸທະຍາ ຫລືລ້ານເພັຽ ແລະ ເມືອງແກວ.ດັ່ງໄດ້ເວົ້າແລ້ວ ສາມສ່ວນຫ້າຟາກຂອງ ແມ່ນເສັຽໃຫ້ສຍາມ ທີ່ແບ່ງແດນລາວ ເພາະຝຣັ່ງເຫັນວ່າ ສດວກໃນການປົກຄອງ ອິນໂດຈີນ ຊຶ່ງມີ ວຽດ, ລາວ ແລະ ເຂມນ ແທນທີ່ຊິຂ້າມຂອງເສັຽເວລາກ່ອນນັ້ນ ນ້ຳຂອງຜ່າທາງກາງແທ້ ຜຂ ເອງຍັງມີຍາຕິ ພີ່ນ້ອງຢູ່ຝັ່ງຂອງກໍມາກມາຍ.

ຮັກແພງ
ອັມມະຕະ

ເມື່ອວັນທີ່: 5/3/07 23:43
http://www.inlao.net/Forums/AUBlogLA.aspx?tp=1833

No comments: