Sunday, May 20, 2007

ແມ່ຍິງ

ແມ່ຍິງ

ພອນ ແກ່ ແມ່ຍິງທຸກຄົນ

ຂໍຂອບໃຈ........ທີ່ໂລກໄດ້.........ປະທານຍິງ
ມາເປັນສິ່ງ.......ປະດັບຕາ.........ພາໂລກສວຍ
ທຸກສິ່ງຢ່າງ......ອາສັຍຍິງ.........ຄອຍອຳນວຍ
ຍິງຄອຍຊ່ວຍ....ງານໜັກໜາ......ໃຫ້ຊາເບົາ

ຍິງຄືນາມ.........ແຫ່ງກຳເນີດ......ເກີດທຸກຢ່າງ
ແມ່ເປັນດັ່ງ.......ຈຸດເລີ້ມຕົ້ນ........ບົນໂລກເຮົາ
ສິ່ງໃດໃຫຍ່.......ມະຫຶມາ............ຫລືນ້ອຍເບົາ
ແມ່ຄອຍເຝົ້າ......ເຂົ້າເຖິງຈຸດ........ສຸດທົ່ວກັນ

ຜູ່ບັນຊາ...........ຫົວໜ້າທັບ.........ເພິ່ນຮ້ອງແມ່(ທັບ)
ເຄີຍຮ້ອງແຕ່......ວ່າແມ່ນ້ຳ...........ມາເນີນນານ
ຄຳສາກົນ.........ເຂົາກໍຖື..............ແມ່ຄືກັນ
ດັ່ງຍົນຍານ.......ເຮືອເຫາະເຫີນ......ເອີ້ນຄືເຮົາ

ຄຳທຳອິດ.........ທີ່ເດັກໄຂ............ເອີ່ຍທາຍທັກ
"ມາ" "ແມ່" ຄັກ..ປະຈັກແຈ້ງ..........ເຂົ້າໂສຕເຮົາ
ຄຶດເຖິງແມ່........ເຄີຍບອກສອນ.......ຈົນເມື່ອຍເວົ້າ
ຄືດັ່ງເຮົາ..........ແກ້ງພາໂລ...........ບໍ່ເອົາຄວາມ

ຫາກຂາດຍິງ......ໂລກຄົງເຫງົາ........ເສົ້າຈິງແທ້
ເພາະບໍ່ມີ...........ໃຜເປັນແມ່............ໃຫ້ໄຕ່ຕາມ
ໂລກສິ້ນສວຍ......ມີແຕ່ຊາຍ.............ໄຮ້ຄວາມງາມ
ຈະຂໍຕາຍ...........ຜູກຄໍຕາມ.............ແມ່ຍິງເອີຍ

ຂໍເທີດທູນ...........ບຸນຄຸນແມ່.............ໄວ້ເໜືອຟ້າ
ເຖິງແມ່ນວ່າ........ແມ່ຈາກໄກ............ໄປແລ້ວເອີຍ
ບໍ່ມີຫຍັງ.............ປຽບຄຸນແມ່............ຂອງຂ້າເລີຍ
ໄດ້ເປັນຄົນ..........ຢູ່ສະເບີຍ..............ຍ້ອນແມ່ແທ້

ດັ່ງນັ້ນແລ້ວ.........ຂ້າຈຶ່ງຮັກ..............ມັກຜູ່ຍິງ
ມັກແທ້ຈິງ............ມັກຫລາຍຍິງ.........ບໍ່ຜັນແປ
ໃຜເປັນຍິງ...........ຂ້າຈະຮັກ.............ຢ່າງແນ່ແທ້
ຂໍພຽງແຕ່............ຢ່າໃຫ້ຂ້າ..............ເກີດເປັນຍິງ

ອັມມະຕະ


7/3/07 0:17
http://www.inlao.net/Forums/AUBlogLA.aspx?tp=1851

ກາເຈັດສົບ

ນິທານ ກາເຈັດສົບ

ນາຍສົງ (ນາມສົມມຸດ ) ກັບຈາກກ້ຳ...ດິນຕ່ຳທາງປາຍດອຍ????
ຄອຍໄລ່ຄວາຍກັບນາ...............ຄ້ອຍຄ່ຳມາມັນຊິຍາກ
ມັນຈະແສນລຳບາກ.................ຄຳຫາຄວາຍຖືກຜິດບ່ອນ
ໄດ້ຄວາຍເລີຍກັບຢ້ອນ..............ຄືນຄອນບ້ານບ່ອນຢູ່ເນົາ

ທັງຫາບແບກກ່ອງເຂົ້າ...............ຂ້ອງຊຸ່ມພາຍລຸງລັງ
ໄດ້ປາທັງນົກແລນ....................ແມ່ນໂຊກດີຫຍັງແທ້
ຄຶດເຫັນແມ່ອີ່ນ້ອຍ.....................ທີ່ຄອງຄອຍພາແລງຢູ່
ບໍ່ຢາກເສັຽຄວາຍຕູ້....................ກໍເລີຍສູ້ໄລ່ໃຫ້ທັນ

ສົງຄຶດດີໃຈແທ້..............ແມ່ນ້ອຍອ່ອນໄບທອນແພງ
ຈະກິນແລງຮ່ວມພາ...................ມີເຫລົ້າຢາບຳລຸງໄວ້
ກິນແລ້ວຢຽດກາຍເນີ້ງ.........ຖຸນຢາໄບຕອງໃຫຍ່ ກ່ອນແລ້ວ
ບໍ່ອາລັຍນຳຟ້າ.........................ເພາະຕົວຂ້ານີ້ມີແຮງ !

ເລາະຍ່າງຕາມເນີນກ້ຳ................ດິນຕ່ຳຜ່ານດົງດອຍ
ພອຍເຫລືອບເຫັນຕົວກາ (ດຳ)......ຈັບງ່າຢູ່ປາຍແຕ້
ມອງແລຫລາຍເຫັນກາເຈົ້າ............ຄືຕອດເງົາບໍ່ຄັກແນ່??
ແມ່ນກາເຮັດຫຍັງແທ້...................ຂ້ານີ້ເຫັນແລ້ວງົງ !

ສັງເກດຄັກຄັກນັ້ນ.......................ກາມັນຫາກເຊັດສົບ
ຊ່າງປະຈົບປະແຈງ.............ທັງເຊັດແຮງເຊັດຄ່ອຍດ້ວຍ
ຮ້ວຍ ກາຈັງໄຮໂຕນີ້....................ມີເລກດີບອກໃຫ້ແນ່
ຊິຊື້ໂຕດຽວແທ້...........................ຂາຍຄວາຍຕູ້ໃສ່ຊະບໍ່ !

ກາເຊັດສົບ ກາເຈັດສົບ (໙໗໔-໙໔໔???)

ກັບເຂົ້າມາຮອດບ້ານ.............ຜ່ານລຽບຫລາຍເຮືອນຄົນ
ໃຜກໍສົນລະວົນ.....................ນຳແລງງາຍນັ້ນ
ບາງຄົນກໍຖາມຕ້ານ..............ໄປນາມາເຫັນຫຍັງແນ່ ສົງເອີຍ?
ຄັນຊິເວົ້າໃຫ້ຫລ້ອນ ຫລອນເຫັນກາເຊັດສົບ ຫລົບຢູ່ເທິງຕົ້ນແຕ້ ຢາກເຫັນແທ້ໃຫ້ຕາມໄປ!!

ເມື່ອກິນແລງເສັດສ້ຽງ...................ພຽງແຕ່ຊິພັນຢາ!
ຄົນມາກມາຍມາຫາ.......................ກ່າວຈາພາທີທ້ວງ
ເລີຍລ່ວງເປັນຄຳໂຈດ.......ໂສເສບັນຫາໃຫຍ່ ເອົາຕາຍ!
ຢູ່ຊິໃດກາເຈັດສົບນັ້ນ......ຄົນທັງບ້ານຢາກຮູ້ເຫັນ?ໂອຍນໍ

ເປັນຕາໜ່າຍເອົາແທ້............ຄວາມນ້ອຍແຜ່ເປັນຂ່າວລື
ຄວາມນຶ່ງຄືພ້ຽນເປັນສອງ.............ບໍ່ຊັ່ງຕວາງຄຶດຖີ່ຖວ້ານ
ຄວນຄຳນຶງຫາເຫຕ...........ເໝາະສົມຈຶ່ງທວງໄຖ່ ກ່ອນເນີ
ລົງທຶນໃຫຍ່ຈະເສັຽເງິນ ມັນຊິເຂີນບາດຜ່າຍແພ້ ໃຜຊິແກ້ໃຫ້ໝູ່ເຮົາ?

ອັນຄວາມເຮົາເວົ້ານັ້ນ............ມັນແມ່ນກາ "ເຊັດສົບ" ໄດ້ຍິນບໍ່?
ມັນຕລົບຈົບງາມ...................ຫລືຫຍັງຄາສົບມັນນັ້ນ
ພັດຜັນວ່າມັນມີຫ້າ................ຫົກຫາເຈັດແປດ ໜ່າຍເດ!
ມັນຊິແດດທ່ຽງຄືນຟ້າ.............ຫາກການີ້ມີເຈັດສົບ ຫັ້ນກໍ

ຂໍຈົບກອນທໍ່ນີ້................................ມື້ໜ້າຊິກັບຫວນ
ຊັກຊວນແນວພາຫົວ........................ທົ່ວກັນທຸກທົ່ວໜ້າ
ອັນວ່າໃຜຊື່ສົງກໍ.....................ຢ່າພຶງຄໍວ່າເວົ້າໃສ່ ໃດ້ດີ!
ບາງເທື່ອມັນແມ່ນຊື່ນັກຂຽນ ຜູ່ພຽນແຕ່ງກອນນີ້ ໃຜຊິຮູ້ໃຜຊິເຫັນ

ອັມມະຕະ

6/3/07 23:30
http://www.inlao.net/Forums/AUBlogLA.aspx?tp=1850

ບົດທ່ອງຂຶ້ນໃຈ ກາພຍ໌ ຄວາມງາມຂອງບ້ານເກີດ

ຄວາມງາມຂອງບ້ານເກີດ
ປະເທດຂ້ອຍ...........ຊັ້ນຊື່ເມືອງລາວ
ລວງກ້ວາງຍາວ........ສຸດຕາເຫລືອອ່ານ
ນ້ຳຂອງຜ່ານ............ໄຫລຜ່າທາງກາງ
ມີຫົນທາງ................ຖນົນສອາດ
ປະເທດຊາດ.............ລາວໃຫ່ຍໄພສານ
ເຮົາລູກຫລານ...........ເກີດມາພາຍຊ້ອຍ
ຄວນຊູຊ່ອຍ...............ສ້າງບ້ານເມືອງລາວ
ໃຫ້ຍືດຍາວ...............ຕໍ່ໄປພາຍໜ້າ
ຢ່າໃຫ້ຫລ້າ...............ເຂົາແທ້ໝູ່ລາວ

=========================================
ຄຳເຫັນ

ສັງເກດກາພຍ໌ບົດນີ້...........ບໍ່ມີຄວາມສົງໄສ
ວ່າແຕ່ງນານປານໃດ..........ສມັຍຂ້າໄດ້ຮຽນນັ້ນ
ປີຫ້າສິບປາຍຫັ້ນ...............ຄືມື້ວານຢູ່ມໍ່ໆ
ທ່ານຍາພໍ່ນັກກະວີ ຕີເປີດໄຂເປັນຂໍ້ໆ ໃຫ້ເຮົາພໍ້ໃຫ້ເຮົາເຫັນ ແທ້ໃດ?

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ຕ້ອງແຕ່ງກ່ອນບົດບັ້ນ...........ຝຣັ່ງປັນສຍາມແບ່ງ
ເພາະປີ ໑໘໙໓ ດິນລາວໄດ້ຖືກແຍ້ງ ຈາກສອງເຈົ້າລ່າອານາ

ລາວສອງຝັ່ງນັ່ງຊ້ອຍມ້ອຍ......ບ້າງຄ່ອຍຍິນດີດອມ
ຟາກຝັ່ງຂວາບໍ່ຍິນຍອມ..........ຂຶ້ນນຳຝຣັ່ງນັ້ນ
ຝ່າຍຊ້າຍພັດກ່າວຕ້ານ..........ກ່າວຄຳຫານໃສ່ໄຟແດ່
ວ່າສູພວກໄທຍ໌ດາກແຫ້ລ..........ສູຊິແພ້ບໍ່ທັນເຫິງ

ຝັ່ງຂວາກໍກ່າວເວົ້າ................ວ່າສູຫ່າວເປັນຂ້ອຍເຂົາ
ເອົາໜັງຂາວມາເປັນນາຍ.........ເຫດໃດເປັນແນວນັ້ນ
ເວົ້າຄວາມກັນບໍ່ຮູ້ເຣື່ອງ............ເປືອງເວລາຫານາຍລ່າມ ໜ່າຍເດ!
ຍາມວ່າຢາກກິນເຂົ້າ...............ຊົ່ວຊິເວົ້າໃຫ້ເຂົ້າໃຈ ແທ້ແລ້ວ!

ຂ້ານີ້ ບໍ່ແມ່ນສອກຫລອກຄົ້ນ.....ຄວາມເກົ່າໃຫ້ສັບສົນ
ຢາກໄປໜ້າຫລຽວຄືນຫົນ.........ເບິ່ງຫລັງທີ່ພັ້ງພາດ
ແມ່ນເຮົາຂາດຫຍັງແທ້.............ສາມະຄີຫລືຍຸແຍ່
ຫລືວ່າກຽດຫລາຍແທ້..............ຈຶ່ງຕາຍຍ້ອນກຽດຕົນ ຊັ້ນບໍ່

ຮັກແພງ
ອັມມະຕະ
------------------------------------------------
ຜູ່ຂຽນຫາ
ເຖິງ: Ammata

ສະບາຍດີ," ນ້ຳຂອງຜ່ານ............ໄຫລຜ່າທາງກາງ "
** ປັດຈຸບັນນີ້ ນ້ຳຂອງ ຄືມາໄຫຼຊິດແຕ່ຫນ້ອຍດຽວ **
ຂານ້ອຍເກີດໃຫມ່ໃຫຍ່ລຸນ, ບໍ່ຮູ້ວ່າ :
.....ໄຫລຜ່າທາງກາງ, ແຕ່ປີໃດຫາ ປີໃດ ນໍ ?
ຄອບໃຈເປັນຢ່າງສູງ.
------------------------------------------------
ຕອບ ກາເຈັດສົບ

ນ້ອງ ກາເຈັດສົບ ທີ່ຮັກແພງ

ຄຳວ່າດິນລາວກ້ວາງ...........ເກີນກ່ວາຄະນານັບ
ກັບເກີດມີນ້ຳຂອງ................ແບ່ງກາງວ່ານັ້ນ
ແຕ່ຕ້ອງຂາດສະບັ້ນ.............ເປັນສັນເປັນຕ່ອນ ນັ້ນກໍ!
ທາງຊ້າຍຝຣັ່ງຂຶ້ນນັ່ງ ທາງຂວາໄທຂຶ້ນປ້ອງ ລາວເຮົາຕ້ອງຍອມຕາມ

ປີ ໑໘໙໓ ແຄ້ນ...................ເຂົາແຫ້ນດິນລາວ
ສາມສ່ວນຫ້າເສັຽໃຫ້ເຂົາ........ຊາວສຍາມປາງນັ້ນ
ຍັງສອງແຂວງລາວທວງໄດ້....ໃຫ້ລາວຄອບຄອງຢູ່
ໄຊຍະບູຣີເຮົາສູ້ ຈຳປາສັກເຮົາກູ້ ສູ້ໄວ້ຈຶ່ງຢູ່ມື

ລາວນັ້ນມີຫລາຍພວກ............ທີ່ສຍາມໄດ້ຈັດປັນ
ລາວພຸງດຳກໍສຳຄັນ..............ສັກ(ຂາ)ລາຍ(ເຕັມເອິກ)ຈົນເຕັມທ້ອງ
ລາວພຸງຂາວຂາດຳປ້ອງ.........ລາຍຍັນຍາມລົງອາບ (ນ້ຳ)
ສາວເຫັນກໍບໍ່ຊາບ.................ວ່ານຸ່ງສົ້ງຄູ່ຊູ່ຄົນ ຫັ້ນກໍ

ສຍາມກຳຫົວກຸ້ມ...................ຕຸ້ມຕໍ່ປົກຄອງລາວ
ລາວໄທເໜືອໄທຂາວ.............ລາວພວນອື່ນໆພ້ອມ
ໄປທາງໃດກໍນອບນ້ອມ............ວັນທາດອມຖາມໄຖ່
ທໍຣະມານຮ້ອງໃຫ້..................ຟາຍໂອ້ລັ່ງນ້ຳຕາ

ຈຶ່ງມີມາຕຣາໄວ້.....................ບໍ່ໃຫ້ເອີ້ນວ່າລາວ
ເພາະເຖິງຄາວເປັນໄທຍ...........ຢູ່ແຫ່ງໃດກໍໄທຍລ້ວນ
ຍິງໃດມ້ວນຜົມເກົ້າ..................ຄອງລາວຄືເກົ່າແກ່
ຈັກມີໂທສແທ້ໆ......................ຢ່າແສແກ້ງທົດລອງ

ນຶ່ງເຂົາໃຫ້ລະນຸ່ງສິ້ນ................ຜ້າຕ່ອນຂອງມູນມັງ
ບໍ່ໃຫ້ຍັງຫລົງເຫລືອ.................ເສດລາວຄາຄ້າງ
ໃຫ້ມ້າງຟັນຕົ້ນພູຖີ້ມ..................ຢ່າໃຫ້ຍິງຄ້ຽວໝາກ ໜ່າຍເດ
ໃຫ້ປາກ ຄະ ຂາ ຈ໊າ................ຢ່າປາກກ້າ ວ່າໂດຍຄຳ!

ຫວັງວ່າພໍຊ່ຳນີ້........................ພໍທີ່ຊິເຂົ້າໃຈ?
ຂຽນກອນສັບສົນຫລາຍ..............ມື້ໃໝ່ຫາກຄົ້ນພໍ້
ຈະຂໍນຳມາແຈ້ງ.......................ຖແລງໄຂໃຫ້ຮູ້ຕື່ມ
ຫາກສົນໃຈໄປຫາປຶ້ງ.................ຫວັດສາດນັ້ນອ່ານດູ ທ່ານເນີ

ເອົາລະນໍ ທ່ານ ກາເຈັດສົບ ເວົ້າປວັດສາດເປັນຄຳກອນສັບໜ້າສັບຫລັງສລຸບຄວາມທີ່ທ່ານຢາກຮູ້ແມ່ນ ແດນລາວ ຫລື ອານາຈັກລ້ານຊ້າງ ຊຶ່ງແຕ່ກ່ອນ ຮຸ່ງເຮືອງມີອຳນາດໃນແຖບແຫລມທອງ ໂດຍສືບເຊື້ອມາຈາກ ຂຸນບູຣົມ ຣາຊາທິຣາຊ ໄດ້ສົ່ງເຈັດລູກຊາຍ ໃຫ້ໄປຄອງເຈັດແຄວ້ນ ໂຮມທັງອາຍຸທະຍາ ຫລືລ້ານເພັຽ ແລະ ເມືອງແກວ.ດັ່ງໄດ້ເວົ້າແລ້ວ ສາມສ່ວນຫ້າຟາກຂອງ ແມ່ນເສັຽໃຫ້ສຍາມ ທີ່ແບ່ງແດນລາວ ເພາະຝຣັ່ງເຫັນວ່າ ສດວກໃນການປົກຄອງ ອິນໂດຈີນ ຊຶ່ງມີ ວຽດ, ລາວ ແລະ ເຂມນ ແທນທີ່ຊິຂ້າມຂອງເສັຽເວລາກ່ອນນັ້ນ ນ້ຳຂອງຜ່າທາງກາງແທ້ ຜຂ ເອງຍັງມີຍາຕິ ພີ່ນ້ອງຢູ່ຝັ່ງຂອງກໍມາກມາຍ.

ຮັກແພງ
ອັມມະຕະ

ເມື່ອວັນທີ່: 5/3/07 23:43
http://www.inlao.net/Forums/AUBlogLA.aspx?tp=1833

ເຖິງດາວເປັ່ງແສງ

ເຖິງ: daopengsang

ດາວເປັ່ງແສງສົ່ງແຮງຮ້ອງ.........ນ້ອງພີ່ຈິຕກອນ (ບໍ່ແມ່ນຄາຕກອນເດີ)
ຜູ່ມີພອນສວັນ.........................ກ່າວຂານຢູ່ໃນນີ້
ມີມາກມາຍຫລາຍຫນ້າ...............ຂ້ອງຂາຈົນກົ້ນທັ່ງ!!!
ບາງຜ່ອງມາພໍ້ວໍ້.......................ຍໍຄໍແລ້ວພັດແລ່ນຫນີ

ອັນຂ້ານີ້ບໍແມ່ນຄົນຕ່າງດ້າວ........ບໍ່ແມ່ນທ້າວຕ່າງດິນແດນ
ແມ່ນລູກລາວຫລານລາວ...........ເກິດແມ່ເອົາສາຍບືໃຫ້
ຝັງຢູ່ຄຸ້ມນຶ່ງໄວ້........................ໄຊຍະພູມສວັນຖິ່ນ
ພໍ່ມາຈາກປາກຊັນ ໄປທຳງານຄຸກຄີ້ນ ຫາກິນມື້ສືບວັນ

ດຽວນີ້ ຂ້າມີກັມມາກລົ້ນ.............ຈົນບໍມີດິນຄອງ
ຕ້ອງໄປພາກແດນພູມ................ຖິ່ນເກີດກຳເນີດກ້ຳ
ໄປໃຊ້ກັມເອົາແຮງສູ້..................ຢູ່ອະເມຣິກາບ້ານເມືອງເພິ່ນ
ໄປທາງໃດເຂົາກໍເອີ້ນ................ເຂົາກໍເຢີ້ຍຢຽດຫຍາມ

ມາເຫັນລາວມາກຫນ້າ................ພາກັນມ່ວນຊວນກັນຂຽນ
ບາງຜ່ອງຂຽນຈົນມືໂພງ...............ບໍ່ຢາກລົງພໍດີ້
ຂອບໃຈຜູ່ແນະຊີ້........................ແນວທາງດີໃຫ້ຄົນໄຕ່
ຜູ່ຂ້າສຸດດີໃຈ ໃນຄວາມຄຶດກໍ່ສ້າງ ຫວັງໃຫ້ເຕີບຂຍາຍ

ຂອບໃຈທີ່ທ່ານທ້າວ...................ທີ່ຊື່ດາວເປັ່ງແສງ
ຖແລງຊອກເຊາະຫາ...................ຂ່າວມາຖາມໄທ່ນັ້ນ
ເປັນການດີໃຫ້ຮູ້ຫນ້າ..................ໃຫ້ຮູ້ຕາໃຫ້ຮູ່ຖິ່ນ
ຢ່າໃຫ້ຄວາມຮັກສິ້ນ....................ຂາດບັ້ນບໍ່ມີໄຍ ໃດເດີ!

ຮັກແພງ
ອັມມະຕະ

13/3/07 22:35

http://www.inlao.net/Forums/AUBlogLA.aspx?tp=1912