Sunday, February 25, 2007

ຄວາມສຸຂ ມີຈັກຢ່າງ

ຄວາມສຸຂ ມີຈັກຢ່າງ?

ສຸຂ ມີເຮືອນຢູ່ຢັ້ງ ບັງແດດລົມຝົນ
ສຸຂ ມີແພຜືນງາມ ຕຸ້ມຕອມກາຍເຈົ້າ
ສຸຂ ຍ້ອນເຮົາມີເຂົ້າ ໂພຊະນາກິນອີ່ມ
ສຸຂ ມີຢາປົວແກ້ ຍ້າມໄຂ້ໄດ້ໂພຍ


ສຸຂ ມີຄົນຫອມຕຸ້ມ ຫຸ້ມຮໍ່ສັລເສີນ
ສຸຂ ມີເງິນນາຍຮັກ ວຽກມີຈຶ່ງຍືນໄດ້
ສຸຂ ມີຣົຖເກງໄວ້ ເສີມປາຣະມີຄ່າ
ສຸຂ ເມື່ອຍາມຢາກໃຊ້ ເງິນໄດ້ບໍ່ຝືດເຄືອງ

ສຸຂ ຍ້ອນມວນມິຕໄກ້ ຊ້ວນຊ່ອຍຍາມຂັດສົນ
ສຸຂ ຍາມເຮົາກັງວົນ ຂອດມວຍຊ່ອຍເຮົາແກ້
ສຸກ ແລເຫັນເຂົ້າຂາດໝໍ້ ມີຄົນຄອຍຢື້ສົ່ງ
ສຸຂ ຍາມສົ້ງຂາດກົ້ນ ມີຄົນພ້ອມຕາບເຕີມ ວ່ານາ!

ສຸຂ ຍາມກັບເຂົ້າບ້ານ ເຫັນຍິ້ມເປິ່ນຈາກເມັຽຮັກ
ສຸຂ ນ້ອງທັກທາຍຖາມ ວຽກການເປັນໃດອ້າຍ?
ສຸຂ ເມັຽຕຽມເຂົ້າໄວ້ ນ້ຳເຢັນຄອຍຖ້າພີ່
ສຸຂ ມີເມັຽບີບຄັ້ນ ກ້າມເນື້ອນັ້ນເລີຍມີແຮງ

ສຸຂ ເມື່ອເຫັນລູກແກ້ວ ຮຽນເກັ່ງເລີດວິຊາ
ສຸຂ ລູກເຂົ້າວິວາ ແຕ່ງດອງເປັນເຮືອນຢ້າວ
ສຸຂ ເຂົາເອົາຫລານໃຫ້ ພໍ່ຕູ້ ອັມ ມາລ້ຽງລ່ຳ
ສຸຂ ຍາມຫລານກ່າວຊ້ຳ ປໍ່ຕູ້ ປໍ່ຕູ້ ໂອຍ! ກິງເກົ້າ!


ສຸຂ ຍາມເຫັນເພື່ອນບ້ານ ເວົ້າມ່ວນຊວນຟັງ
ສຸຂ ເມື່ອຄວາມປອງດອງ ທົ່ງເຖິງລາວທຸກກ້ຳ
ສຸຂ ເມື່ອລາວເໜືອໃຕ້ ທຽວທາງໃດກໍສດວກ
ສຸຂ ບວກຍາມລາວພີ່ນ້ອງ ເຊົາຂ້າເຂັ່ນກັນ ແທ້ໃດ!

ສຸຂ ລາວຢູ່ໄກລ້ຳ ຂ້າມທະວີບທວງຫາ
ສຸຂ ສົນທະນາທາງສາຍ ແສນໄກກໍຄືໄກ້
ສຸຂ ບໍ່ເຄີຍເຫັນໜ້າ ເຂົ້າໃຈກັນເວົ້າສອດຄ່ອງ
ສຸຂ ຍາມລາວພີ່ນ້ອງ ໃຈຕ້ອງເປັນອັນດຽວ

ສຸຂ ຝັນວ່າຊາຕນີ້ ລາວມີນຶ່ງຄວາມປອງດອງ
ສຸຂ ຝັນວ່າລາວທັງຜອງ ທັງຟາກຂອງທັງເໜືອໃຕ້
ສຸຂ ຝັນວ່າພໍ່ພຣະແກ້ວ ກັບຄືນວຽງແສນຮຸ່ງ
ສຸຂ ຝັນວ່າກຣຸງລ້ານຊ້າງ ເຮືອງດ້າມກ່ວາເດີມ ຊັ້ນກໍ

ອັມມະຕະ

Poste in Inlao 15/10/06 18:38

http://www.inlao.net/Forums/AUBlogLA.aspx?tp=954

ລົມ

ລົມຄືວາໂຍທາຕ...........ແມ່ນອາກາດຖືກກົດດັນ
ເຫມັນຖືກຮ້ອນເຢັນ........ເລີຍກາຍເປັນອາເພທ
ແລ້ວກໍເກີດມີເຫຕ..........ລົມມະໄລຍ໌ບ້າປ່ວງ
ລ່ວງຊີວິດສັຕໂລກ.........ໃຫ້ສູລຍ໌ສິ້ນມຸ່ນທະລາຍ

ແຕ່ຫາກລົມປາກເວົ້າ.......ຮ້າຍຍິ່ງກ່ວາວາໂຍ
ຍາມອາລົມໂມໂຫ...........ໂກທໂກທາຮ້າຍ
ມັນຊິສູງຊ່ຳຟ້າ...............ຊິສັນຫາຄວາມເວົ້າໃສ່
ເຈົ້າຊິຢູ່ຊັ້ນຄົນ...............ຂ້ອຍວົນໄປຫາໄດ້
ຫລືຫາຢູ່ຊັ້ນຜີ...............ຢ່າຊຸໜີຫລີກໜ້າ
ເໝືອນຜີຟ້ານັ້ນເຂົ້າສິງ ວ່ານາ


ອັມມະຕະ

http://www.inlao.net/Forums/AUBlogLA.aspx?tp=952
14/10/06